Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທໍ່ສົ່ງນ້ຳມັນໄນຈີເຣຍລະເບີດ ເສຍຊີວິດ 15 ຄົນ

Posted on 16/03/202016/03/2020 By News No Comments on ທໍ່ສົ່ງນ້ຳມັນໄນຈີເຣຍລະເບີດ ເສຍຊີວິດ 15 ຄົນ

ໃນວັນທີ 16 ມີນາ ສຳນັກຂ່າວຕ່າງໆປະເທດລາຍງາຍວ່າ ເກີດ​ເຫດ​ທໍ່​ສົ່ງ​ນ້ຳ​ມັນ​ລະ​ເບີດ​ໃນ​ເມືອງ​ລາກ​ອົດ ຊຶ່ງ​ເປັນ​ສູນ​ກາງ​ທາງ​ເສດຖະກິດ​ຂອງ​ໄນ​ຈີ​ເຣຍ ໂດຍ​ແຮງ​ລະ​ເບີດ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ແລະ ​ມີ​ຜູ້​ໄດ້ຮັບ​ບາດ​ເຈັບ​ຫຼາຍ​ຄົນ ເສຍຊີວິດ​ຢ່າງ​ນ້ອຍ 15 ຄົນ ສ່ວນ​ອາ​ຄານ​ບ້ານ​ເຮືອນ​ໄດ້ຮັບ​ຄວາມ​ເສຍ​ຫາຍ 50 ຫຼັງ​ຄາ​ເຮືອນ ຂະນະ​ທີ່​ເຈົ້າ​ໜ້າທີ່​ຊ່ວຍ​ກັນ​ລຳ​ລຽງ​ຜູ້​ໄດ້ຮັບ​ບາດ​ເຈັບ​ສົ່ງ​ໂຮງໝໍຢ່າງຮີບດ່ວນ

Image may contain: 1 person, fire and outdoor

ຕຳ​ຫຼວດ ເປີດ​ເຜີຍ​ວ່າ ແຮງ​ລະ​ເບີດ​ດັ່ງ​ກ່າວ​ເຮັດໃຫ້​ອາ​ຄານ​ບາງ​ຫຼັງ​ພັງ​ຖະລົ່ມ ແຕ່​ຍັງບໍ່​ຮູ້​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ໄຟ​ໄໝ້​ທໍ່​ສົ່ງ​ນ້ຳ​ມັນ ທັງ​ນີ້ ເຫດ​ໄຟ​ໄໝ້​ທໍ່​ສົ່ງ​ນ້ຳ​ມັນ​ໃນ​ໄນ​ຈີ​ເຣຍ​ເກີດ​ຂຶ້ນ​ຫຼາຍ​ເທື່ອ ສ່ວນ​ໃຫຍ່​ມີ​ສາ​ເຫດ​ມາ​ຈາກ​ການ​ລັກ​ນ້ຳ​ມັນ ​ແລະ ​ການ​ວິ​ນາດສະ​ກຳ ໂດຍ​ໄນ​ຈີ​ເຣຍ​ເປັນ​ຊາດ​ຜູ້​ຜະລິດ​ນ້ຳ​ມັນ​ລາຍ​ໃຫຍ່​ທີ່ສຸດ​ໃນ​ທະວີບ​ອາ​ຟ​ຣິ​ກາ

Image may contain: fire, sky, outdoor and food
Image may contain: one or more people and outdoor
ຂ່າວສານບ້ານເມືອງ

Post navigation

Previous Post: ອຸມົງຍາວ 17,44 ກິໂລແມັດແຫ່ງທຳອິດຂອງທາງລົດໄຟຄຸ່ນມິງ-ວຽງຈັນລະຫວ່າງຈີນລາວເຈາະຊອດແລ້ວ
Next Post: ແຈ້ງການປັບຄາໄຟຟ້າໃນຂະແໜງຊົນລະປະທານ ແລະ ຟາມລ້ຽງສັດທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມປີ 2018 ຈໍານວນ 114 ລູກຄ້າ

Related Posts

ລົງສໍາຫຼວດເບິ່ງສິມນໍ້າບາດ ທີ່ມີອາຍຸຫຼາຍກວ່າ 200 ປີ ຂ່າວສານບ້ານເມືອງ
ຂະແໜງອຸດສາຫະກໍາຕັດຫຍິບຕ້ອງການແຮງງານຫລາຍກວ່າ 10.000 ຄົນ ຂ່າວສານບ້ານເມືອງ
ຖືເອົາວຽກງານເຮັດໃຫ້ສະພາບມີຄວາມສະຫງົບຕິດຜັນກັບການອົບຮົມຫັດແອບຍູ້ແຮງການພັດທະນາກົມກອງ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 400ຄົນ ຂ່າວສານບ້ານເມືອງ
ເສົ້າໃຈຍັງເປັນອາສາແຕ່ຕ້ອງມາຈາກໄປຍ້ອນໂຄວິດ ຂ່າວສານບ້ານເມືອງ
ບໍລິສັດ ໄຟຟ້າຫົງສາ ມອບທຶນການສຶກສາໃຫ້ແກ່ນັກຮຽນດີ-ຮຽນເກັ່ງ 3 ເມືອງເໜືອຂອງແຂວງໄຊຍະບູລີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme