Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈົ່ງພ້ອມກັນນໍາເອົາລູກຫຼານຂອງຕົນໄປສັກຢາວັກແຊງປ້ອງກັນພະຍາດມະເຮັງປາກມົດລູກ

Posted on 13/03/202013/03/2020 By All in LAOS No Comments on ຈົ່ງພ້ອມກັນນໍາເອົາລູກຫຼານຂອງຕົນໄປສັກຢາວັກແຊງປ້ອງກັນພະຍາດມະເຮັງປາກມົດລູກ

ກະຊວງສາທາລະນະສຸກ ໄດ້ເປີດຂະບວນການສັກຢາກວັດແຊງປ້ອງກັນພະຍາດມະເຮັງປາກມົດລູກໃຫ້ເດັກຍິງທີ່ມີອາຍຸ 10-14 ປີ ພ້ອມກັນທົ່ວປະເທດ, ຊຶ່ງຈະຈັດໃນລະຫວ່າງວັນທີ 10-20 ມີນາ 2020 ນີ້, ເຊິ່ງມີເດັກຍິງໃນເກນເປົ້າ ໝາຍ 360.00 ຄົນ, ໂດຍວາງຄາດໝາຍສັກໃຫ້ໄດ້ຢ່າງໜ້ອຍ 90 ສ່ວນຮ້ອຍຂອງເດັກຍິງໃນເກນເປົ້າໝາຍທັງໝົດ.


ທ່ານໝໍ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໃຫ້ສໍາພາດວ່າ: ການຈັດຂະບວນການສັກຢາໃນຄັ້ງນີ້ ເປັນການຮ່ວມມືກັນລະຫວ່າງກະຊວງສາທາລະນະສຸກ ແລະ ຄູ່ຮ່ວມພັດທະນາຂອງລາວ ເພື່ອແນ່ໃສ່ປ້ອງກັນພະຍາດມະເຮັງປາກມົດລູກ ແລະ ຊ່ວຍຕັດວົງຈອນຂອງພະຍາດທີ່ເກີດໃນເພດຍິງ ເຊີ່ງເປັນໜຶ່ງວິທີໃນການປ້ອງກັນພະຍາດທີ່ມີປະສິດທິຜົນສູງ ເພື່ອສ້າງພູມຄຸ້ມກັນໃຫ້ເຂົາເຈົ້າມີສຸຂະພາບແຂງແຮງ ໂດຍໄດ້ແຕ່ງຕັ້ງທີມແພດຢູ່ແຕ່ລະທ້ອງຖິ່ນລົງເຄື່ອນໄຫວສັກຢາວັກແຊງໃຫ້ເດັກຍິງໃນກຸ່ມເປົ້າໝາຍຢູ່ແຕ່ລະໂຮງຮຽນໃຫ້ທົ່ວເຖີງ.


ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໃຫ້ຮູ້ຕື່ມວ່າ: ໃນແຕ່ລະປີ ຕົວເລກສະເລ່ຍຂອງແມ່ຍິງລາວໃນທົ່ວປະເທດທີ່ເປັນພະຍາດມະເຮັງປາກມົດລູກແມ່ນ 320 ຄົນ, ໃນນີ້ເສຍຊີວິດ 172 ຄົນ ເຊີ່ງຖືເປັນສະຖິຕິທີ່ສູງ.


ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງທີ່ມີລູກຫຼານເປັນເດັກຍິງອາຍຸລະຫວ່າງ 10-14 ປີ ຈົ່ງຊຸກຍູ້ສົ່ງເສີມ ແລະ ແນະນໍາໃຫ້ລູກຫຼານຂອງຕົນໄປຮັບການສັກຢາວັກແຊງປ້ອງກັນພະຍາດມະເຮັງປາກມົດລູກຕາມຢູ່ຕາມໂຮງຮຽນ ຫຼື ຈຸດບໍລິການທີ່ຂະແໜງການກ່ຽວຂ້ອງກໍານົດ ເພາະບໍ່ໄດ້ເສຍຄ່າສັກແຕ່ຢ່າງໃດ ແລະ ຮັບປະກັນໃຫ້ລູກຫຼານຂອງຕົນໄດ້ຮັບການສັກຢາປ້ອງກັນພະຍາດມະເຮັງປາກມົດລູກຄົບຕາມທີ່ກະຊວງສາທາລະນະສຸກກໍານົດໄວ້.


ຂ່າວ,ພາບ: ບຸນຕຽງ ຈັນທະວົງ Lao National Radio

ເລື່ອງເດັ່ນ

Post navigation

Previous Post: ອາເມລິກາປະກາດເພີ່ມທຶນຊ່ວຍເຫຼືອລາວເພື່ອຮັບມືກັບພະຍາດໂຄວິດ-19
Next Post: ຊ້າງປ່າທຳລາຍເລົ້າເຂົ້າ ແລະ ເຄື່ອງປູກຂອງປະຊາຊົນ ບ້ານ ນໍ້າອອກຮູ ເມືອງບົວລະພາ

Related Posts

ຈັບຂະບວນຢາເສບຕິດພ້ອມຂອງກາງເກືອບຫົກແສນເມັດ ຂ່າວສານບ້ານເມືອງ
ອ່ານເລີຍ ນະໂຍບາຍຈາກລັດຖະບານໃນການນຳໃຊ້ລົດໄຟໃນ ສປປ ລາວ ເລື່ອງເດັ່ນ
ຂໍແຈ້ງ! ນໍ້າມັນລາຄາຂຶ້ນເດີ້ ເລີ່ມແຕ່ 6 ໂມງເຊົ້າຂອງວັນທີ 11 ກັນຍາ 2021 ເລື່ອງເດັ່ນ
ແລກປ່ຽນເງິນຕາແບບຜິດກົດໝາຍ ຖືກຈັບມາສືບສວນຄັ້ງທີ 2 ຂ່າວສານບ້ານເມືອງ
ດ່ວນທີ່ສຸດ ແຂວງໄຊຍະບູລີ ອອກແຈ້ງການ ຮັບມືນໍ້າຖ້ວມ ຂ່າວສານບ້ານເມືອງ
ເຮັດໄດ້ລົງ! ລົດໃຫຍ່ຕຳລົດຈັກແລ້ວໜີ ເຂດບ້ານປາກທ້າງ Vientiane Update News

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme