Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນັກໂທດໄຕ້ຫວັນ ຕັ້ງໜ້າຕັ້ງຕາຜະລິດໜ້າກາກອະນາໄມ ເພື່ອປ້ອງກັນພະຍາດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019

Posted on 13/03/202013/03/2020 By News No Comments on ນັກໂທດໄຕ້ຫວັນ ຕັ້ງໜ້າຕັ້ງຕາຜະລິດໜ້າກາກອະນາໄມ ເພື່ອປ້ອງກັນພະຍາດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019

ສື່ຕ່າງປະເທດລາຍງານໃນວັນທີ 11 ມີນາ ນີ້ວ່າ: ນັກໂທດໄຕ້ຫວັນກຸ່ມໜຶ່ງໃນຄ້າຍຄຸມຂັງດັດສ້າງໄທເປຂອງໄຕ້ຫຫວັນ ກຳລັງຕັ້ງໜ້າຫຍິບໜ້າກາກອະນາໄມ ເພື່ອປ້ອງກັນພະຍາດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 ຫຼື ໂຄວິດ-19 ໂດຍຜະລິດໄດ້ແລ້ວ 52.000 ອັນ ຕັ້ງແຕ່ກາງເດືອນກຸມພາທີ່ຜ່ານມາ.

ຕາມປົກກະຕິແລ້ວ, ນັກໂທດຊາຍກຸ່ມນີ້ຈະເຮັດວຽກຫຍິບເຄື່ອງແບບຄ້າຍຄຸມຂັງດັດສ້າງທີ່ໂຮງງານແຫ່ງໜຶ່ງໃນເມືອງເຖົາຫຍວນທາງພາກຕາເວັນຕົກສຽງເໜືອຂອງໄຕ້ຫວັນ. ແຕ່ປັດຈຸບັນນີ້, ໄດ້ປ່ຽນມາຫຍິບໜ້າກາກອະນາໄມ ໂດຍນັກໂທດຊາຍຄົນໜຶ່ງ ອາຍຸ 50 ປີທີ່ຢູ່ໃນຄ້າຍຄຸມຂັງດັດສ້າງມາແລ້ວ 10 ປີໃນຂໍ້ຫາຄອບຄອງຢາເສບຕິດ ແລະ ອາວຸດ, ເຊິ່ງມີໂທດຈຳຄຸກທັງໝົດ 23 ປີ ເປີດເຜີຍວ່າ ຄິດເຖິງຄອບຄົວຕະຫຼອດເວລາທີ່ຫຍິບໜ້າກາກອະນາໄມ; ຄອບຄົວບອກໃນລະຫວ່າງທີ່ມາຢ້ຽມຢາມວ່າ ຫາຊື້ໜ້າກາກອະນາໄມບໍ່ໄດ້ເລີຍ ຜູ້ກ່ຽວເລີຍບອກກັບຄືນວ່າ ກຳລັງຫຍິບໜ້າກາກອະນາໄມຢູ່ ຫວັງວ່າຈະສົ່ງໄປຮອດພວກເຂົາທຸກຄົນ ເພື່ອໃຫ້ໄດ້ໃຊ້ໃນທີ່ສຸດ. ໜາກກາກອະນາໄມເຫຼົ່ານີ້ ເຮັດໃຫ້ຜູ້ກ່ຽວຮູ້ສຶກໄດ້ວ່າ ໄດ້ຊ່ວຍສັງຄົມ ແລະ ມີຄວາມພາກພູມໃຈໃນຕົວເອງ.

ນັກໂທດໃນໄຕ້ຫວັນຫຼາຍຄົນອາສາສະໝັກຫຍິບຜ້າໜ້າກາກອະນາໄມ ດ້ວຍສະໝັກໃຈ ເຖິງແມ່ນວ່າປົກກະຕິແລ້ວຄ້າຍຄຸມຂັງດັດສ້າງ ມັກຈ້າງພວກເຂົາຜະລິດສິນຄ້າຕ່າງໆ ລເຊັ່ນ: ເຄື່ອງຖັກແສ່ວ, ຜະລິດສະບູ່ອາບນ້ຳ ແລະ ສິນຄ້າອື່ນໆອີກຫຼາຍຊະນິດ. ນອກຈາກເປັນການຝຶກທັກສະວິຊາຊິບແລ້ວ ຍັງເປັນການຫາລາຍໄດ້ເພື່ອນຳມາໃຊ້ໃຊ້ການປັບປຸງສະພາບພາຍໃນຄ້າຍຄຸມຂັງດັດສ້າງ. ສຳລັບຄ້າຍຄຸມຂັງດັດສ້າງ ຈຳໜ່າຍໜ້າກາກອະນາໄມເຫຼົ່ານີ້ ປະມານ 26 ໂດລາໄຕ້ຫວັນ (ປະມານ 1.100 ກີບ) ແລະ ແບ່ງລາຍໄດ້ບາງສ່ວນເປັນຄ່າຈ້າງໃຫ້ນັກໂທດນຳມາໃຊ້ຈ່າຍຢູ່ພາຍໃນຄ້າຍຄຸມຂັງດັດສ້າງ. ປັດຈຸບັນນີ້, ໄຕຫວັນ ພົບຜູ້ປ່ວຍພະຍາດໂຄໂຣນາສາຍພັນໃໝ່ 2019 ແລ້ວ 47 ຄົນ ເສຍຊີວິດແລ້ວ 1 ຄົນ ໂດຍທາງການແຈກໜ້າກາກອະນາໄມໃຫ້ປະຊາຊົນອາທິດລະ 3 ອັນ, ເຊິ່ງຍັງບໍ່ພຽງພໍກັບຄວາມຕ້ອງການໃນແຕ່ລະວັນ.

ຂ່າວສານບ້ານເມືອງ

Post navigation

Previous Post: ກະບະເສຍຫຼັກຕຳຫຼັກເສົາໄຟປີ້ນ ເຂດ 4 ແຍກນາຄວາຍ ເຈັບ 4 ຄົນ
Next Post: ເປັນຕາຢ້ານແທ້! ໂຈນລັດຕີເອົາລົດທາງບ້ານ ປາກແຮດຫີນຄັນນາເມືອງນາຊາຍທອງ

Related Posts

ເກີດເຫດ ຄົນຈົມນ້ຳໃນມື້ 14 ກຸມພາ ເ ສ ຍ ຊີ ວິ ດ ​01ຄົນ ຂ່າວສານບ້ານເມືອງ
ມອບ-ຮັບ ເຮືອນນອນກອງຮ້ອຍສືບຂ່າວເຕັກນິກ ກອງບັນຊາການທະຫານແຂວງຊຽງຂວາງ ຂ່າວສານບ້ານເມືອງ
ຂ່າວດ່ວນ! ສະຖິຕິໃໝ່ ລາວພົບຜູ້ຕິດເຊື້ອ 380ຄົນ ຂ່າວສານບ້ານເມືອງ
ແຮງງານຕ່າງປະເທດຈຳນວນ 34ຄົນ ໄດ້ຮັບໃບຢັ້ງຢືນປອດເຊື້ອໂຄວິດ-19 ຂ່າວສານບ້ານເມືອງ
ເຮັດໄດ້ຈັງໃດ! ຕຳຄົນ ເ ສ ຍ ຊີ ວິ ດ ແລ້ວລົບຫນີ ຂ່າວສານບ້ານເມືອງ
ສະຫວັນນະເຂດແຈ້ງ! ປະຊາສໍາພັນເຖິງຜູ້ທີ່ມີລາຍຊື່ໃຫ້ມາລາຍງານໂຕດ່ວນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme