Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເກີດເຫດໄຟໄໝ້ ກຸດຕິວັດບ້ານນາເຫຼັກ ຄາດຜົນເສຍຫາຍ 200 ລ້ານກວ່າກີບ

Posted on 12/03/202012/03/2020 By News No Comments on ເກີດເຫດໄຟໄໝ້ ກຸດຕິວັດບ້ານນາເຫຼັກ ຄາດຜົນເສຍຫາຍ 200 ລ້ານກວ່າກີບ

ໃນຕອນເຊົ້າວັນທີ 12 ມີນາ 2020 ນີ້, ໄດ້ເກີດເຫດການໄຟໄໝ້ ກຸຕິວັດສຸລິຍານຸພາໂວ ມັງຄະຣາມ (ວັດນາເຫຼັກ), ບ້ານນາເຫຼັກ ເມືອງ ແລະ ເມືອງສາລະວັນ ໄດ້ເຮັດໃຫ້ໄຟໄໝ້ກຸດຕິ ໝົດກ້ຽງ ທັງຫຼັງ. ໜ່ວຍງານດັບເພີງແຂວງສາລະວັນ ໄດ້ເຂົ້າສະກັດໄຟ ບໍ່ໃຫ້ລຸກລາມໄປບ່ອນອື່ນ.

ພຣະອາຈານ ສົມເດັດ ຕວນ ລຸນນະວົງສາ ເຈົ້າອະທິການວັດນາເຫຼັກ ໄດ້ເລົ່າວ່າ: ເຫດການດັ່ງກ່າວໄດ້ເກີດຂຶ້ນໃນເວລາ 9:00 ໂມງ ຂອງວັນທີ 12 ມີນານີ້ ແລະ ໄຟໄດ້ລຸກລາມໄໝ້ຢ່າງໄວວາ. ໂຊກດີບໍ່ມີຜູ້ໃດໄດ້ຮັບບາດເຈັບ, ເນື່ອງຈາກພຣະສົງ-ສຳມະເນນ ຈຳນວນໜື່ງໄດ້ໄປໂຮງຮຽນ. ເຊີ່ງໃນເບື້ອງຕົ້ນໄດ້ຍິນສຽງ ຫຼັງຈາກໄປເບີ່ງເຫັນວ່າ ໄຟໄດ້ລຸກລາມໄໝ້ ຢ່າງໄວວາ, ຮຸນແຮງ ແລະ ບໍ່ສາມາດເອົາຫຍັງໄດ້ທັນ, ຍ້ອນວ່າກຸຕິ ຫຼັງນີ້ ໃຊ້ເປັນບ່ອນເກັບເຄື່ອງກອງບຸນ (ສາງເກັບເຄື່ອງ). ນອກນັ້ນຍັງມີອຸປະກອນ, ເຄື່ອງໃຊ້ຕ່າງໆ ແລະ ຜ້າຫົ່ມ, ໝອນ, ມຸ້ງ ແລະອື່ນໆ ຂອງສາມະເນນ ເປັນຈຳນວນຫຼາຍ ກໍ່ຖືກໄຟໄໝ້ໝົດກ້ຽງ ແລະ ຍ້ອນສະພາບອາກາດຮ້ອນອົບເອົ້າຕື່ມອີກ. ຈື່ງໄດ້ໂທໃສ່ໜ່ວຍງານດັບເພີງ ມາສະກັດກັ້ນໄຟ ບໍ່ໄດ້ລຸກລາມໄປບ່ອນອື່ນ. ກຸດຕິດັ່ງກ່າວ ເປັນກຸດຕິ 2 ຊັ້ນ, ເຄີ່ງໄມ້ເຄີ່ງປູນ ເຊີ່ງມີຄວາມຊຸດໂຊມຫຼາຍພໍສົມຄວນແລ້ວ ແລະ ມີອາຍຸການນຳໃຊ້ດົນນານ 10 ກວ່າປີອີກ, ທາງວັດມີແຜນຈະມ້າງກຸດຕິດັ່ງກ່າວແລ້ວ ແຕ່ເກີດເຫດໄຟໄໝ້ ກ່ອນ, ພຽງແຕ່ 20 ກວ່ານາທີ ເທົ່ານັ້ນ ໄຟໄດ້ໄໝ້ໝົດ ແລະ ກໍສາມາດຄວບຄຸ້ມໄຟໄດ້.

ສຳລັບຄວາມເສຍຫາຍແມ່ນຫຼາຍສົມຄວນ, ຄາດຄະເນໃນເບື້ອງຕົ້ນ 200 ລ້ານກວ່າກີບ, ສ່ວນສາເຫດ, ໜ່ວຍງານທີ່ກ່ຽວຂ້ອງ ຄາດຄະເນວ່າ: ແມ່ນໄຟຟ້າລັດວົງຈອນ

ຂໍຂອບໃຈພາບຈາກ: ວິໄລວອນ ສິດທິໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ລະວັງຂ່າວປອມ! ສາທາແຈ້ງ ລາວຫຍັງບໍ່ທັນກວດພົບ COVID-19
Next Post: ກະບະເສຍຫຼັກຕຳຫຼັກເສົາໄຟປີ້ນ ເຂດ 4 ແຍກນາຄວາຍ ເຈັບ 4 ຄົນ

Related Posts

ແຂວງຈຳປາສັກ​ ແຈ້ງການຍົກລະດັບມາດ​ຕະ​ການ​ປ້ອງກັນ ຂ່າວສານບ້ານເມືອງ
ເກີດອຸປະຕິເຫດ ລົດຈັກຕຳເຮືອນ ຂ່າວສານບ້ານເມືອງ
ບໍ່ແກ້ວເຂັ້ມງວດ ກວດກາເຕັກນິກລົດຈັກດັດແປງສະພາບ ຂ່າວສານບ້ານເມືອງ
ຈາກການຊັດທອດ… ສືບຕໍ່ຈັບຜູ້ຮ່ວມຂະບວນຄ້າຢາ ໄດ້ອີກ 2 ຄົນພ້ອມກາງຢ້າບ້າ 42.000 ເມັດ ຂ່າວສານບ້ານເມືອງ
ທົ່ວໂລກ ຄົນຕິດໂຄວິດ-19 ກາຍ 10 ລ້ານຄົນແລ້ວ ຂະນະຜູ່ເສຍຊີວິດ ກາຍ 5 ແສນຄົນ ຂ່າວສານບ້ານເມືອງ
ເຈົ້າເມືອງອາດສະພອນ ນຳພາປະຊາຊົນ 09 ບ້ານສ້າງຂົວຂ້າມຫ້ວຍລໍແຫຼະ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme