Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລະວັງຂ່າວປອມ! ສາທາແຈ້ງ ລາວຫຍັງບໍ່ທັນກວດພົບ COVID-19

Posted on 12/03/202012/03/2020 By All in LAOS No Comments on ລະວັງຂ່າວປອມ! ສາທາແຈ້ງ ລາວຫຍັງບໍ່ທັນກວດພົບ COVID-19

ກະຊວງສາທາລະນະສຸກຢັ້ງຢືນ ປະຈຸບັນຍັງບໍ່ພົບກໍລະນີຜູ້ຕິດເຊື້ອ ພະຍາດ ໂກວິດ 19 ຢູ່ລາວ


ກໍລະນີມີສື່ສັງຄົມອອນລາຍອອກຂ່າວຜ່ານທາງເຟສບຸກເມື່ອບໍ່ດົນມານີ້ວ່າ: ມີນັກທ່ອງທ່ຽວຕ່າງປະເທດຈໍານວນຫນື່ງ ເດີນທາງມາຈາກນະຄອນຫລວງລອນດອນ ປະເທດອັງກິດ ດ້ວຍສາຍການບີນຫວຽດນາມ, ແລ້ວມາພັກຢູ່ຫວຽດນາມ ແລະ ອີກ 5 ຄົນເດີນທາງມາສະຫນາມບີນ ສາກົນຫລວງພະບາງ ແລ້ວພົບວ່າເປັນພະຍາດໂຄວິດ 19 ນັ້ນແມ່ນບໍ່ເປັນຄວາມຈີງແຕ່ຢ່າງໃດ ,

ຂ່າວປອມ

ຈຶ່ງຮຽກຮ້ອງໃຫ້ ພາກສ່ວນອອກຂ່າວລັກສະນະນີ້ ຢຸດສ້າງຄວາມບໍ່ຫງົບ ໂດຍສຶກສາຂໍ້ມູນທີ່ລະອຽດແລ້ວ ຈື່ງອອກ ຂ່າວ ເພາະຈະເຮັດ ສັງຄົມເກີດຄວາມສັບສົນ, ແຕກຕື່ນ ແລະ ຂາດຄວາມເຊື່ອຫມັ້ນຕໍ່ການ ປະຕິ ບັດ ໜນ້າທີ່ຂອງທາງການລາວ ພ້ອມທັງຢັ້ງຢືນວ່າ: ປັດຈຸບັນລາວຍັງບໍ່ພົບກໍລະນີຜູ້ຕິດເຊື້ອ ພະຍາດ ໂຄວີດ19ເທື່ອ.

ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນໃນຕອນແລງ ວັນທີ 12 ມີນາ 2020 ຢູ່ກະຊວງສາທາ ລະນະ ສຸກ ກ່ຽວກັບວຽກງານປ້ອງກັນແລະສະກັດກັ້ນການລະບາດຂອງພະຍາດໂຄວິດ19 ດຣ ລັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ຕໍ່ເຫດການນີ້ ເຈົ້າ
ຫນ້າທີ່ກ່ຽວຂ້ອງຂອງລາວໄດ້ປະສານສົມທົບກັບເຈົ້າຫນ້າທີ່ກ່ຽວຂ້ອງຂອງຫວຽດນາມ ແລະໄດ້ ຮັບຄໍາຕອບວ່າ ມີ2ຄົນທີ່ຢູ່ໃນຖ້ຽວບີນດັ່ງກ່າວເປັນພະຍາດໂຄວິດ19 ແລະມີຜູ້ໂດຍສານຈໍານວນຫນື່ງ ທີ່ໂດຍສານ ໃນຖ້ຽວບີນນີ້ເດີນໄປແຂວງພະບາງຂອງລາວ ພາຍຫລັງໄດ້ຮັບແຈ້ງຈາກເຈົ້າຫນ້າທີ່ ຫວຽດນາມ ທາງການລາວໄດ້ນໍາໃຊ້ມາດຕະການກັກຕົວບຸກຄົນຈໍານວນນີ້ພ້ອມທັງຜູ້ໂດຍສານ ທີ່ເດີນທາງມາກັບຖ້ຽວບີນນີ້ໄວ້ທີ່ປອດໄພແລ້ວ ພາຍຫລັງເດີນທາງມາເຖີງສະຫນາມບີນສາກົນ ແຂວງ ຫລວງພະບາງ ແລະໄດ້ກວດຫາເຊື້ອພະຍາດໂຄວິດ19ແລ້ວ ແຕ່ບໍ່ພົບວ່າເປັນພະຍາດໂຄວິດແຕ່ຢ່າງໃດ ,


ປັດຈຸບັນເຈົ້າຫນ້າທີ່ກ່ຽວຂ້ອງຂອງລາວຍັງຕິດຕາມເຝົ້າລະວັງບຸກຄົນຈໍານວນນີ້ຢ່າງໃກ້ຊິດຈົນກວ່າຈະຄົບກໍານົດເຝົ້າລະວັງ14ວັນ, ສະນັ້ນຈຶ່ງຮຽກຮ້ອງໃຫ້ສັງຄົມຢ່າຟ້າວແຕກຕື່ນຕໍ່ ເຫດການທີ່ເກີດຂື້ນ ແລະເຊື່ອຫມັ້ນໃນການປະຕິບັດຫນ້າທີ່ໆຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ ເພາະການກວດຫາເຊື້ອ ພະຍາດ ລວມເຖີງການປະຕິບັດວຽກງານອື່ນໆແມ່ນ ປະຕິບັດຕາມມາດຖານສາກົນກໍ່ຄືອົງການ ອະນາໄມໂລກວາງອອກທຸກຂັ້ນຕອນແລະບໍ່ມີການປົກປິດຂໍ້ມູນຄວາມຈີງແຕ່ຢ່າງໃດ.


ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ຕື່ມວ່າ: ສ່ວນກໍ່ລະນີທີ່ມີນັກສຶກ ສາລາວ ທີ່ກັບມາຈາກຫວຽດນາມຈໍານວນ6ຄົນ ແລະ ສອງຄົນມີອາການໄຂ້ເຂົ້າກັບນິຍາມເປັນພະ ຍາດ ໂຄວິດ19 ແລະມີຊາວຫວຽດນາມ ຊື່ນາງຫມາຍ ເຮັດວຽກຢູ່ສວນຢາງພາລາ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເດີນທາງກັບຈາກຫວຽດນາມ ແລ້ວຕິດພະຍາດໂຄວິດ ມາແຕ່ຫວຽດນາມນັ້ນ ບໍ່ແມ່ນຄວາມຈີງເຊັ່ນດຽວກັນ, ເປັນພຽງການສ້າງຄວາມບໍ່ສະຫງົບຂອງກຸ່ມຄົນ ບໍ່ຫວັງດີຈໍານວນຫນື່ງທີ່ຫວັງ ຈະມ້າງເພທໍາລາຍລະບອບໃຫມ່ ເຮັດໃຫ້ສັງຄົມບໍ່ເຊື່ອຫມັ້ນຕໍ່ການ ປະຕິບັດຫນ້າທີ່ຂອງລາວ ເຊີ່ງປັດຈຸບັນບຸກຕົນຈໍານວນນີ້ໄດ້ຮັບກວດຫາເຊື້ອພະຍາດໂຄດວິດ19ແລ້ວ ແລະບໍ່ພົບວ່າເປັນພະຍາດນີ້ແຕ່ຢ່າງໃດ, ເພື່ອໃຫ້ສັງຄົມເກີດຄວາມເຊື່ອຫມັ້ນເຈົ້າຫນ້າທີ່ກ່ຽວຂ້ອງ ຂອງລາວໄດ້ກັກບໍລິເວນບຸກຄົນຈໍານວນນີ້ໄວ້ຊົ່ວຄາວແລ້ວຈົນກວ່າຈະຄົບກໍານົດ14ວັນ.


ໂອກາດນີ້ ດຣ ລັດຕະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າທຸກຄົນ ຫລີກລ່ຽງການເດີນທາງໄປປະເທດທີ່ມີການແຜ່ລະ ບາດຂອງພະຍາດໂຄວິດ19 ໂດຍສະເພາະປະເທດໃກ້ຄຽງ, ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມືເປັນປະຈໍາ, ເມື່ອມີອາການໄອ ແລະ ຈາມ ຕ້ອງປິດປາກ ແລະ ດັງດ້ວຍເຈ້ຍອານາໄມ ຫຼື ກົກແຂນ,ຈາກນັ້ນຖີ້ມເຈ້ຍອານາໄມລົງຖັງຂີ້ເຫຍື້ອທັນທີ, ຫຼີກລ່ຽງການສໍາຜັດໃກ້ຊິດກັບຄົນທີ່ມີອາ ການ ໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກຫຼີກລ່ຽງການສຳຜັດຕາ, ດັງ ແລະ ປາກ ຖ້າບໍ່ໄດ້ລ້າງມື ຫຼີກລ້ຽງການສໍາຜັດກັບສັດທີ່ເຫງົາຫຼື ສັດບໍ່ມີເຈົ້າຂອງ ໂດຍສະເພາະແມ່ນຢູ່ຕະຫຼາດສົດ. ຖ້າຈໍາເປັນແມ່ນຕ້ອງລ້າງມືໃຫ້ສະອາດທຸກຄັ້ງພາຍຫຼັງສໍາຜັດສັດຕ່າງໆ,ຫຼີກລ້ຽງການເດີນທາງໄປສະ ຖານທີ່ແອອັດ, ການສໍາຜັດກັບບຸກຄົນອື່ນໆ ແລະ ບໍ່ຄວນໄປເຮັດວຽກ ຫຼື ໄປໂຮງຮຽນ ຖ້າທ່ານຮູ້ສຶກບໍ່ສະບາຍ, ຖ້າມີອາການ ໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກ, ຫຼື ຕ້ອງເບີ່ງແຍງບຸກຄົນ ທີ່ມີອາການສະແດງອອກດັ່ງກ່າວ,ຄວນໃສ່ຜ້າອັດປາກ,ດັງແລະຕ້ອງຮັບປະກັນວ່າຕົນເອງຮູ້ວິທີການໃສ່ ແລະ ຖີ້ມຜ້າອັດປາກ-ດັງຢ່າງຖືກຕ້ອງ, ຫາກມີອາການໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກໃຫ້ໂທຫາ ໂທລະສັບສາຍດ່ວນ 166 ຕະຫລອດ24ຊົ່ວໂມງ.


ໂດຍ: ເດດອາລຸນ ແກ້ວວິໄລ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ອອກແຈ້ງການ ຄຸ້ມຄອງ ການຫຼິ້ນບຸນປີໃໝ່ລາວ 2020 ພ້ອມມາດຕະການ ປ້ອງກັນ COVID-19
Next Post: ເກີດເຫດໄຟໄໝ້ ກຸດຕິວັດບ້ານນາເຫຼັກ ຄາດຜົນເສຍຫາຍ 200 ລ້ານກວ່າກີບ

Related Posts

ກະຊວງ ຖວທ ປະກາດໃຫ້ພະນັກງານ
ການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ
ຂ່າວສານບ້ານເມືອງ
ເມືອງໄຊພູທອງ ເປີດງານບຸນນະມັດສະການຜາສາດເຮືອນຫີນປະຈໍາປີ 2021 ຂ່າວສານບ້ານເມືອງ
ໃຊ້ເວລາຫວ່າງເພື່ອຊອກຫາລາຍຮັບເພີ່ມສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ ຂ່າວສານບ້ານເມືອງ
ປະກາດຫາຍາດຜູ່ເສຍຊີວິດ ເຫດລົດໃຫຍ່ຕຳຄົນຍ່າງຂ້າມທາງ ເສຍຊີວິດ 2 ຄົນ ຂ່າວສານບ້ານເມືອງ
4 ສາຍພັນດັ່ງກ່າວແມ່ນໄດ້ຖືກຈັດເປັນກຸ່ມສາຍພັນທີ່ໜ້າເປັນຫ່ວງ ຂ່າວສານບ້ານເມືອງ
ຈັບໄດ້ແລ້ວ! ຜູ້ເຮັດຄຼິບຍົນຕົກ ຢູ່ເມືອງຊຽງເງິນ ທີ່ອອກເຜີຍແຜ່ ໃນTikTok ເປັນຄຼິບປອມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme