Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາວຫລວງນ້ຳທາ ໄດ້ຮັບເງິນຊົດເຊີຍແລ້ວ 70% ຈາກຜົນກະທົບຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

Posted on 12/03/202012/03/2020 By News No Comments on ຊາວຫລວງນ້ຳທາ ໄດ້ຮັບເງິນຊົດເຊີຍແລ້ວ 70% ຈາກຜົນກະທົບຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

ມາຮອດປັດຈຸບັນ, ປະຊາຊົນແຂວງຫລວງນ້ຳທາທີ່ໄດ້ຮັບຜົນກະ ທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຮັບເງິນຊົດເຊີຍແລ້ວ ຈຳນວນ 70 ກ່ວາສ່ວນຮ້ອຍຂອງຈຳນວນເງິນຊົດເຊີຍທີ່ຕ້ອງຈ່າຍທັງໝົດ 178,5 ຕື້ກີບ, ໃນຂະນະທີ່ໂຄງການນີ້ຈັດຕັ້ງປະຕິບັດສໍາເລັດແລ້ວ 90 ກ່ວາສ່ວນຮ້ອຍຂອງໜ້າວຽກທັງໝົດ. ທ່ານ ຈັນ ທະຈອນ ແກ້ວລະຄອນ, ຫົວໜ້າປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ປະຈໍາແຂວງຫລວງນ້ຳທາ ໃຫ້ສໍາພາດວ່າ: ເສັ້ນທາງລົດໄຟລາວ-ຈີນ ທີ່ຜ່ານແຂວງ ຫລວງນ້ຳທາ ມີຄວາມຍາວ 16,9 ກິໂລແມັດ ສົ່ງຜົນກະທົບຕໍ່ເນື້ອທີ່ດິນຂອງປະຊາຊົນທັງໝົດ 86,7 ເຮັກຕາ, ໃນນີ້ ມີເນື້ອທີ່ສວນ 50,7 ເຮັກຕາ, ດິນປຸກສ້າງ 28,2 ເຮັກຕາ ແລະ ເນື້ອທີ່ນາ 7,8 ເຮັກຕາ. ນອກຈາກນີ້ ຍັງມີເຮືອນຊານ ແລະ ອາຄານຕ່າງໆ ເສຍຫາຍ 153 ຫລັງ, ລວມມູນຄ່າທັງໝົດ 178,5 ຕື້ກີບ, ໂດຍໃນນີ້, ມີປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດ 321 ຄອບຄົວ.

ผลการค้นหารูปภาพสำหรับ รถไฟลาวจีนแขวงหลวงนำทา

ມາຮອດປັດຈຸບັນ, ທາງໂຄງການໄດ້ສໍາເລັດການເບີກຈ່າຍເງິນຊົດເຊີຍໃຫ້ປະຊາຊົນແລ້ວ 7 ງວດ, ໂດຍມີ 218 ຄອບຄົວ, ເທົ່າກັບ 70 ກ່ວາສ່ວນຮ້ອຍຂອງຄອບຄົວທີ່ໄດ້ຮັບຜົນກະທົບທັງໝົດ, ລວມເງິນທີ່ໄດ້ເບີກຈ່າຍທັງໝົດ ແມ່ນ 131,9 ຕື້ກີບ, ເທົ່າກັບ 70 ກ່ວາສ່ວນຮ້ອຍຂອງຈຳນວນເງິນຊົດເຊີຍທີ່ຕ້ອງຈ່າຍທັງໝົດ. ສຳລັບໂຄງການກໍ່ສ້າງນີ້ ສະເພາະໄລຍະທາງຜ່ານແຂວງຫລວງນ້ຳທາ ມາຮອດປັດຈຸບັນ ແມ່ນກໍ່ສ້າງສໍາເລັດແລ້ວ 90 ກ່ວາສ່ວນຮ້ອຍ, ຊຶ່ງຄາດວ່າການກໍ່ສ້າງຈະໃຫ້ສໍາເລັດໂດຍສົມບູນ ຮ້ອຍສ່ວນຮ້ອຍໃນອີກບໍ່ດົນນີ້.

Image may contain: sky, mountain, outdoor and nature

ຂ່າວສານບ້ານເມືອງ

Post navigation

Previous Post: ອີຣ່ານ ເສຍຊີວິດເພາະໂຄວິດ 54 ຄົນ ມື້ດຽວສູງທີ່ສຸດໃນປະເທດ ຕິດເຊື້ອເຖິງ 8.000 ຄົນ
Next Post: ແຈ້ງການດ່ວນ! ປິດດ່ານປະເພນີ 10​ ແຫ່ງ ທີ່ ແຂວງຫົວພັນ ປ້ອງກັນ COVID-19

Related Posts

ປະກາດດ່ວນ ຮຽນວິຊາຊີບຕັດຫຍິບຟຣີ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 2212ຄົນ ຂ່າວສານບ້ານເມືອງ
ແຂວງສະຫວັນນະເຂດ ແຈ້ງເຊີນ ເຂົ້າຮ່ວມຮັບວັກຊິນກັນພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ສຶກສາອົບຮົມ ແລະ ນໍາໃຊ້ມາດຕະການປັບໄໝ 3 ຮ້ານທີ່ລະເມີດຄໍາສັ່ງ 014/ສພກ.ນວ ຂ່າວສານບ້ານເມືອງ
ອາກາດຮ້ອນ ມີຝົນລົມຟ້າເຫຼື້ອມ ຢູ່ຫຼາຍທ້ອງຖິ່ນ ຂ່າວສານບ້ານເມືອງ
ເຄິ່ງປີ ໄຟຟ້າລາວມີລາຍຮັບ 3321 ຕື້ກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme