Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອີຣ່ານ ເສຍຊີວິດເພາະໂຄວິດ 54 ຄົນ ມື້ດຽວສູງທີ່ສຸດໃນປະເທດ ຕິດເຊື້ອເຖິງ 8.000 ຄົນ

Posted on 12/03/202012/03/2020 By News No Comments on ອີຣ່ານ ເສຍຊີວິດເພາະໂຄວິດ 54 ຄົນ ມື້ດຽວສູງທີ່ສຸດໃນປະເທດ ຕິດເຊື້ອເຖິງ 8.000 ຄົນ

ໃນວັນທີ 10 ມີນາ ທີ່ຜ່ານມາ, ສຳນັກຂ່າວເອພີ ລາຍງານສະຖານະການການລະບາດຂອງ ໄວຣັສໂຄໂຣນາ (ໂຄວິດ-19) ໃນປະເທດອີຣ່ານ ວ່າ: ກະຊວງສາທາລະນະສຸກ ອີຣ່ານ ເປີດເຜີຍຈຳນວນຜູ້ເສຍຊີວິດໃໝ່ອີກ 54 ຄົນ ໃນຮອບ 24 ຊົ່ວໂມງ ທີ່ຜ່ານມາ ເຮັດໃຫ້ຍອດຜູ້ເສຍຊີວິດສະສົມໃນປະເທດເພີ່ມເປັນ 291 ຄົນ, ສ່ວນຈຳນວນຜູ້ຕິດເຊື້ອໃໝ່ເພີ່ມອີກ 881 ຄົນ ສົ່ງຜົນໃຫ້ຍອດຜູ້ຕິດເຊື້ອສະສົມເພີ່ມເປັນ 8.04 ຄົນ.

ຂະນະດຽວກັນ, ທ່ານ ຈາເວດ ເຣມັນ ຜູ້ລາຍງານພິເສດຂອງ ສະຫະປະຊາຊາດ ດ້ານສິດທິມະນຸດ ໃນອີຣ່ານ ຂໍໃຫ້ລັດຖະບານອີຣ່ານ ປ່ອຍຕົວນັກໂທດທັງໝົດເປັນການຊົ່ວຄາວ ທ່າມກາງການລະບາດຂອງໂຄວິດ-19 ເຖິງແມ່ນວ່າປະທານສານສູງສຸດອີຣ່ານ ຈະມີຄຳສັ່ງປ່ອຍຕົວນັກໂທດ ປະມານ 70.000 ຄົນ ເປັນການຊົ່ວຄາວ ໃນວັນທີ 9 ມີນາ ແລ້ວກໍຕາມ.

ແຕ່ນັ້ນມີຜົນສະເພາະນັກໂທດທີ່ມີໂທດຕິດຄຸກ ໜ້ອຍກວ່າ 5 ປີ, ສ່ວນນັກໂທດການເມືອງ ແລະ ນັກໂທດທີ່ມີໂທດໜັກກວ່າ ຍັງຢູ່ໃນຄຸກ ແລະ ທັງໝົດກ່ຽວຂ້ອງກັບ ການປະທ້ວງຕໍ່ຕ້ານລັດຖະບານ ໃນເດືອນມີນາ.

ໃນວັນດຽວກັນ, ໄອອາເອັນເອ (IRNA) ສຳນັກຂ່າວທາງການອີຣ່ານ ລາຍງານຄວາມຄືບໜ້າກະແສຂ່າວລື ເລື່ອງການດື່ມເຫຼົ້າເຖື່ອນ ທີ່ມີສ່ວນປະສົມຂອງ ເມທິວແອວກໍຮໍ ດ້ວຍຄວາມເຊື່ອຜິດໆທີ່ຈະຊ່ວຍປິ່ນປົວ ຫຼື ປ້ອງກັນພະຍາດໂຄວິດ-19 ວ່າ ມີຜູ້ເສຍຊີວິດຈາກພິດເມທິວແອວກໍຮໍ ເພີ່ມເປັນ 44 ຄົນ ອີກ 270 ຄົນ ຖືກນຳສົ່ງໂຮງໝໍ.

ຈຳນວນຜູ້ເສຍຊີວິດເພາະພິດເຫຼົ້າເຖື່ອນສູງສຸດ ມາຈາກແຂວງຄູເຊດສະຖານ ທາງພາກຕາເວັນຕົກສຽງໃຕ້ ເຊິ່ງມີຜູ້ເສຍຊີວິດຈາກ 16 ຄົນ ເປັນ 36 ຄົນ. ທັ້ງນີ້, ເຄື່ອງດື່ມແອວກໍຮໍ ເປັນຂອງຕ້ອງຫ້າມຕາມກົດໝາຍສຳລັບຄົນອີຣ່ານ ຍົກເວັ້ນຊົນກຸ່ມໜ້ອຍທີ່ບໍ່ແມ່ນມຸດສະລິມ, ແຕ່ທີ່ຜ່ານມາ ສື່ທ້ອງຖິ່ນລາຍງານຂ່າວ ຜູ້ເສຍຊີວິດຈາກການດື່ມເຫຼົ້າເຖື່ອນຢູ່ຕະຫຼອດເວລາ.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫະລັດອາເມລິກາ ຕິດໂຄວິດ-19 ທະລຸ 1,200 ຄົນ ປະກາດພາວະສຸກເສີນແລ້ວ 24 ລັດ
Next Post: ຊາວຫລວງນ້ຳທາ ໄດ້ຮັບເງິນຊົດເຊີຍແລ້ວ 70% ຈາກຜົນກະທົບຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

Related Posts

ຄະນະບໍລິຫານງານພັກແຂວງຫຼວງພະບາງ ຊຸດທີ່ VII ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ຄຸນງາມຄວາມດີຕໍ່ຜູ້ບຸນຄຸນຕໍ່ປະເທດຊາດ ຂ່າວສານບ້ານເມືອງ
6 ເດືອນຕົ້ນປີ 2020 ດ່ານພາສີສາກົນ ນໍ້າເງິນ ເກັບລາຍຮັບໄດ້ 144 ຕື້ກວ່າກີບ ຂ່າວສານບ້ານເມືອງ
ກອງພັນໃຫຍ່ 644 ປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ຂ່າວສານບ້ານເມືອງ
ຊ່ວຍແດ່ ເຫັນໜ້າຊັດເຈນ ໂຈນລັກລົດຈັກ ດພ 8359 (ມີຄລິບ) ຂ່າວສານບ້ານເມືອງ
ນາຍົກຍີ່ປຸ່ນຕັ້ງງົບປະມານສຸກເສີນໂດຍນໍາເງິນຈາກຄັງແຮສໍາຮອງຫຼາຍກວ່າ2ຮ້ອຍຕື້ຄຸມການລະບາດຂອງພະຍາດໂຄວິດ-19. ຂ່າວສານບ້ານເມືອງ
ຄະດີເຈ້ທິບ ລູກຫວຍ 29 ຄົນແຈ້ງຄວາມເສຍຫາຍ ລວມມູນຄ່າຫຼາຍຕື້ກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme