Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງສີໂຄດ ຈັບຍິງອາຍຸ 39 ປີ ພ້ອມຂອງກາງ ຢາບ້າ 2000 ກວ່າເມັດ

Posted on 12/03/202012/03/2020 By All in LAOS No Comments on ປກສ ເມືອງສີໂຄດ ຈັບຍິງອາຍຸ 39 ປີ ພ້ອມຂອງກາງ ຢາບ້າ 2000 ກວ່າເມັດ

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງສີໂຄດຕະບອງ ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມສີໄຄ ແລະ ອຳນາດການປົກຄອງບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າກັກຕົວເປົ້າໝາຍເຄື່ອນໄຫວຄ້າຂາຍຢາເສບຕິດ ໃນວັນທີ 20 ກຸມພາ ທີ່ຜ່ານມາ ໄດ້ 1 ຄົນ, ພາຍໃນເຮືອນຂອງຜູ້ກ່ຽວ ພ້ອມຂອງກາງຢາບ້າ 2250 ເມັດ, ທີ່ຊຸກເຊື່ອງໄວ້ພາຍໃນເຮືອນ ມາດຳເນີນຄະດີ ຄື:

ນ. ລັດສະໝີ ຫຼື ຈຸ່ນ ອາຍຸ 39 ປີ, ປະຊາຊົນ ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.


ຜ່ານມາສືບສວນ-ສອບສວນຂອງເຈົ້າໜ້າທີ່ ນ. ລັດສະໝີ ໄດ້ຮັບສາລະພາບວ່າ: ຢາບ້າທີ່ເຈົ້າໜ້າທີ່ຄົ້ນພົບຈຳນວນດັ່ງກ່າວແມ່ນຂອງຕົນເອງແທ້, ຕົນໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາບ້າແຕ່ ເດືອນ ມິຖຸນາ 2016 ເປັນຕົ້ນມາ; ເຊິ່ງໄດ້ໄປຊື້ຢາບ້ານໍາຊາຍຄົນໜຶ່ງ ໃນບ້ານດຽວກັນຢູ່ເຮືອນຂອງຜູ້ກ່ຽວ ຊື້ຄັ້ງລະ 1-2 ຖົງ ( 200-400 ເມັດ ),

ເມື່ອໄດ້ຢາມາແລ້ວ ກໍນຳມາຂາຍໃຫ້ກຸ່ມໄວລຸ້ນຢູ່ພາຍໃນບ້ານ ແລະ ກຸ່ມຄົນທີ່ຕ້ອງການຈົນໝົດ ແລະ ໃນຄັ້ງລ່າສຸດເມື່ອກາງເດືອນ ກຸມພາ 2020 ຕົນໄດ້ໄປຊື້ຢາບ້ານຳຊາຍຄົນດັ່ງກ່າວອີກ ໃນຈຳນວນ 1 ມັດ ຫຼື 10 ຖົງ ( 2,000 ເມັດ ) ແລ້ວມາຂາຍໃຫ້ໄວລຸ້ນກຸ່ມເກົ່າ. ຕົກມາຮອດວັນທີ 20 ກຸມພາ 2020, ເວລາ 14: 00 ໂມງ ໃນຂະນະທີ່ຕົນນັ່ງກິນເຂົ້າຢູ່ໃນເຮືອນນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ພ້ອມກວດຄົ້ນເຮືອນຕົນ ພົບຂອງກາງຢາບ້າລວມທັງໝົດ 2250 ເມັດ, ທີ່ຕົນໄດ້ຊຸກເຊື່ອງໄວ້ເພື່ອລໍຖ້າຂາຍ.


ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ໄດ້ໃຫ້ຮູ້ອີກວ່າ: ຄະດີລາຍນີ້ປັດຈຸບັນ ແມ່ນຢູ່ໃນຂັ້ນຕອນສືບສວນ-ສອບສວນ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການ ນຳມາລົງໂທດ ແລະ ເລັ່ງສະຫຼຸບສຳນວນ-ສຳເນົາຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນເຂດ ນະຄອນຫຼວງວຽງຈັນ.

ປກສ ນະຄອນຫຼວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ລູກໆຫຼານໆກຽມນໍາໃຊ້ປຶ້ມແບບຮຽນສະບັບປັບປຸງໃໝ່ ຊັ້ນ ປໍ 2 ພ້ອມຈະແຈກຢາຍ
Next Post: ສະຫະລັດອາເມລິກາ ຕິດໂຄວິດ-19 ທະລຸ 1,200 ຄົນ ປະກາດພາວະສຸກເສີນແລ້ວ 24 ລັດ

Related Posts

ຊຸນລະວຸນ! ເຈົ້າໜ້າທີ່ໄລ່ ຈັ ບ ຄົນລົບໜີອອກຈາກສູນ ກັກໂຕ 14 ວັນ ຂ່າວສານບ້ານເມືອງ
ຂ່າວຮ້າຍ…! ສະຖິຕິໃໝ່ ສປປ ລາວ ກວດພົບການຕິດເຊື້ອ ໂ ຄ ວິ ດ ໃຫມ່ ທີ່ +88 ຄົນ ຂ່າວສານບ້ານເມືອງ
ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ອອກຄໍາແນະນໍາ ຕໍ່ ມາດຕະການຜ່ອນຜັນ 18/5-1/6/2020 ຂ່າວສານບ້ານເມືອງ
ສປປລາວ ອາດມີຄົນຫວ່າງງານ ຮອດ 25% ຫາກວິກິດ ໂຄວິດ-19 ແກ່ຍາວ ຂ່າວສານບ້ານເມືອງ
ນ້ຳປະປານະຄອນຫຼວງວຽງຈັນໄດ້ອອກແຈ້ງການ ກ່ຽວກັບແຮງດັນນ້ຳປະປາຈະບໍ່ເປັນປົກກະຕິຢູ່ສາມເມືອງ ຂ່າວສານບ້ານເມືອງ
ຊົມເຊີຍ! ລາວໂທລະຄົມ ອັດສີດ ຫຼຽນຊີເກມ ລວມມູນຄ່າ 124 ລ້ານກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme