ສໍານັກຂ່າວຕ່າງປະເທດລາຍງານວ່າ ຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ໃນປະເທດເພີ່ມຂຶ້ນເປັນຢ່າງນ້ອຍ 1,283 ຄົນແລ້ວ ຫຼັງຈາກພົບຜູ້ປ່ວຍເພີ່ມຂຶ້ນອີກ 289 ຄົນໃນມື້ວັນພຸດທີ່ 11 ມີນາ 2020 ຂະນະທີ່ຈຳນວນຜູ້ເສຍຊີວິດກໍເພີ່ມຂຶ້ນອີກ 7 ຄົນເປັນທັງໝົດ 37 ຄົນແລ້ວ
ຕາມລາຍງານຂອງ ຊີເອັນເອັນ จำນວນຜູ້ຕິດເຊື້ອ ແລະ ເສຍຊີວິດຈາກໂຄວິດ-19 ໃນສະຫະລັດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ມີເຖິງ 24 ລັດດທີ່ຕ້ອງປະກາດພາວະສຸກເສີນເພື່ອຕໍ່ສູ້ກັບການລະບາດຂອງໄວຣັສຕົວນີ້ ລ່າສຸດຄືລັດແອຣິໂຊນາ, ນິວເມັກຊິໂກ, ລຸຍເຊຍນາ, ອາຣ໌ຄັນຊໍ ແລະ ວໍຊິງຕັນ. ຂະນະທີ່ ນາຍຊັກ ຊູເມ ຜູ້ນຳ ສ.ວ.ສຽງຂ້າງນ້ອຍໃນວຸຖິສະພາຕຽມຈະຂໍໃຫ້ປະທານາທິບດີໂດໂນ ທຣັມ ປະກາດພາວະສຸກເສີນລະດັບຊາດດ້ວຍ

ໃນໝູ່ຜູ້ເສຍຊີວິດລາຍໃໝ່ທັງ 7 ຄົນ ມີເຖິງ 4 ຄົນຢູ່ໃນລັດວໍຊິງຕັນ ຊຶ່ງເປັນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19 ຫຼາຍທີ່ສຸດ ມີຜູ້ຕິດເຊື້ອເຖິງ 273 ຄົນ ໂດຍເມື່ອມື້ວັນພຸດ ເມືອງໃຫຍ່ຂອງລັດຢ່າງເມືອງຊີແອດເຕີນກໍປະກາດປິດໂຮງຮຽນລັດທຸກແຫ່ງເປັນເວລາ 14 ມື້ ຂະນະທີ່ມີລາຍງານພົບຜູ້ເສຍຍຊີວິດຄົນທໍາອິດໃນນະຄອນລອດແອນເຈລິດ ຣັດແຄລິຟໍເນຍ

ແພດອາວຸໂສ 2 ຄົນຂອງສະຫະລັດ ເຕືອນລະຫວ່າງການປະຊຸມຄະນະກັນມາທິການຂອງສະພາຜູ້ແທນລາດຊະດອນວ່າ ເດືອນເມສາ ຈະເປັນຊ່ວງເວລາວິກິດສຳລັບການຮັບມືການລະບາດ “ມັນວິກິດເພາະເຮົາຕ້ອງຈິງຈັງຫຼາຍຍິ່ງຂຶ້ນຕໍ່ສິ່ງທີ່ເຮົາອາດຜະເຊີນ ກໍລະນີຕິດເຊື້ອບໍ່ຈັກຄົນໃນມື້ນີ້ ຈະເພີ່ມຂຶ້ນເປັນຫຼວງຫຼາຍໃນມື້ໜ້າ” ດົນ.ແອນໂທນີ ເຟົາຊີ ຜູ້ອຳນວຍການສະຖານບັນພະຍາດພູມິພ່າຍແພ້ ແລະ ພະຍາດຕິດຕໍ່ແຫ່ງຊາດຂອງສະຫະລັດ ກ່າວ
ຂະນະທີ່ ດົນ.ໂຣເບິຣົດ ເຣດຟີ ໌ ຜູ້ອຳນວຍການຊີດີຊີ ສຳທັບວ່າ “ນີ້ຄືເວລາທີ່ທຸກຄົນຈະຕ້ອງຮ່ວມມືກັນ ນີ້ບໍ່ແມ່ນພຽງຄວາມຮັບຜິດຊອບຂອງລັດຖະບານ ແລະ ລະບົບສາທາລະນະສຸກ ມັນເປັນຄວາມຮັບຜິດຊອບຂອງຄົນອາເມລິກາທັງໝົດ”