ເມື່ອບໍ່ດົນຜ່ານມາ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ຈອງ ເບີ ນາດ ຄາ ຣາດໂກ ເອກອັກຄະລັດຖະທູດ ສະຖານທູດອົສ ຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານໂຄງການ ໄດ້ລົງຕິດຕາມຢ້ຽມຊົມສາງເກັບມ້ຽນ ແລະ ຂັ້ນຕອນການຫຸ້ມຫໍ່ປຶ້ມແບບຮຽນ ແບບສອນ ສະບັບປັບປຸງໃໝ່ສຳລັບຊັ້ນ ປ2 ຢູ່ ສາງເກັບມ້ຽນຂອງກະຊວງສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ.

ເລີ່ມຕັ້ງແຕ່ປີ 2015, ກະຊວງສຶກສາທິການ ແລະ ກິລາແຫ່ງ ສປປ ລາວ (ສສກ) ໂດຍການສະໜັບສະໜູນຈາກ ສະຖານທູດອົສຕຣາລີ, ສະຫະ ພາບເອີຣົບ ແລະ USAID ໄດ້ພັດທະນາຫຼັກສູດຊັ້ນປະຖົມແຫ່ງຊາດສະບັບປັບປຸງໃໝ່ ຄຽງຄູ່ກັບສື່ການຮຽນການສອນສະບັບປັບປຸງໃໝ່. ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ໃນຫ້ອງຮຽນໄດ້ເລີ່ມນຳໃຊ້ໃນເດືອນກັນຍາ 2019 ໃນຂັ້ນ ປ1 ແລະ ຈະປັບ ປຸງຈົນຮອດຂັ້ນ ປ5 ສົກຮຽນ 2023-2024. ເພື່ອຮັບປະກັນວ່າຄູຮັບຮູ້ກ່ຽວກັບສື່ການຮຽນ- ການສອນສະບັບປັບປຸງໃໝ່ ແລະ ຮູ້ນຳໃຊ້ສື່ ໄດ້ ມີການສ້າງແຜນການຝຶກອົບ ຮົມບຳລຸງຄູ ແລະ ຈັດຕັ້ງປະຕິ ບັດໂດຍ ສສກ ທົ່ວປະເທດ ໂດຍການສະໜັບສະໜູນຂອງລັດຖະບານອົສຕຣາລີ ແລະ ສະຫະພາບເອີຣົບ ຊຶ່ງມີປຶ້ມນິທານ 159.205 ຫົວ, ປຶ້ມອ່ານເສີມ 683.645 ຫົວ ແລະ ຮູບພາບທີ່ມີຫຼາຍເຫດການ 18.730 ຮູບພາບ ຈະຖືກຫຸ້ມຫໍ່ໃນກ່ອງອຸປະກອນການສອນຂອງຄູ ແລະ ຈະນຳສົ່ງໃຫ້ຫ້ອງຮຽນຊັ້ນ ປ.2 ທົ່ວປະເທດ ກ່ອນມື້ເປີດສົກຮຽນໃໝ່ ສົກຮຽນ 2020 – 2021.
ຂໍຂອບໃຈຂ່າວຈາກ: ຕຸໄລເພັດ