Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສື່ເກົາຫຼີໃຕ້ລາຍງານ ທະຫານເກົາຫຼີເໜືອ ຕາຍຈາກໂຄວິດ-19 ເກືອບ 200 ຄົນ

Posted on 11/03/202011/03/2020 By News No Comments on ສື່ເກົາຫຼີໃຕ້ລາຍງານ ທະຫານເກົາຫຼີເໜືອ ຕາຍຈາກໂຄວິດ-19 ເກືອບ 200 ຄົນ

ໃນ​ວັນທີ 9 ມີ​ນາ​ 2020 ສຳ​ນັກ​ຂ່າວ ເດລີ ເອັນເຄ ใນ​ປະເທດ​ເກົາ​ຫຼີ​ໃຕ້​ໄດ້​ລາຍ​ງານ​ວ່າ ມີ​ທະຫານ​ເກົາ​ຫຼີ ​ເໜືອກ​ວ່າ 180 ຄົນ ເສຍຊີວິດ​ຈາກ​ເຊື້ອ​ໄວ​ຣັສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ 2019 ໃນ​ຊ່ວງ​ເດືອນ​ມມັງກອນ ແລະ ​ເດືອນ​ກຸມພາ ​ທີ່​ຜ່ານມາ ແລະ​ ມີ​ທະຫານ​ຖືກ​ກັກ​ຕົວ​ປະມານ 3,700 ຄົນ ເພື່ອ​ເຝົ້າ​ລະ​ວັງ​ການ​ແພ່​ເຊື້ອ​ຢ່າງ​ໃກ້​ຊິດ ໂດຍ​ສະເພາະ​ກຸ່ມ​ນາຍ​ທະຫານ​ທີ່​ຮ່າງກາຍ​ບໍ່​ແຂງ​ແຮງ ຫຼື ​ລະບົບ​ພູ​ມ​ຄຸ້ມ​ກັນ​ຕ່ຳ

ນອກ​ຈາກ​ນີ້​ສຳ​ນັກ​ຂ່າວ ເດ​ລີ່ ເອັນ​ເຄ ຍັງ​ໄດ້​ລະ​ບຸ​ອີກ​ວ່າ ທາງ​ການ​ເກົາ​ຫຼີ​ເໜືອ​ບໍ່​ມີ​ພື້ນ​ທີ່​ໃນ​ການ​ຝັງ​ສົບ​ຜູ້​ເສຍຊີວິດ​ຈາກ​ພະຍາດ​ໂຄ​ວິດ​-19 ແລະ ​ບໍ່​ສົ່ງ​ຮ່າງ​ຜູ້​ເສຍຊີວິດ​ໄປ​ຍັງ​ໂຮງໝໍ ​ທະຫານ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຂໍ້​ມູນ​ເກີດ​ການ​ຮົ່ວ​ໄຫຼ ໂດຍ​ສຳ​ນັກ​ຂ່າວ​ຍັງ​ລະ​ບຸ​ວ່າ​ແຫຼ່ງ​ຂ່າວ​ທີ່​ໄດ້​ມາ​ຈາກ​ນາຍ​ທະຫານ​ທີ່​ປະຈຳ​ການ​ຢູ່ໃນ​ປະເທດ​ເກົາ​ຫຼີ​ເໜືອ

ຢ່າງໃດ​ກໍ​ຕາມ​ສຳ​ນັກ​ຂ່າວ Yonhap  ຂອງປະເທດ​ເກົາ​ຫຼີ​ໃຕ້​ໄດ້​ລາຍ​ງານ​ຕ່າງ​ອອກ​ໄປ ໂດຍ​ສຳ​ນັກ​ຂ່າວ​ຍອນ​ຮັບ​ລະ​ບຸ​ວ່າ​ທາງ​ການ​ເກົາ​ຫຼີ​ເໜືອ​ໄດ້​ກັກ​ຕົວ​ປະຊາຊົນ​ຫຼາຍກວ່າ 1 ໝື່ນ​ຄົນ ແລະ​ ໄດ້​ກໍ່ການ​ປລ່ອຍ​ຕົວ​ຜູ້​ຖືກ​ກັກ​ຕົວ​ຫຼາຍກວ່າ 4 ພັນ​ຄົນ ເນື່ອງ​ຈາກ​ປະຊາຊົນ​ກຸ່ມ​ນີ້​ບໍ່​ສະແດງ​ອາການ​ປ່ວຍ ໂດຍ​ສຳ​ນັກ​ຂ່າວ​ຍອນ​ຮັບ​ບໍ່​ໄດ້​ລະ​ບຸ​ວ່າ​ພົບ​ຜູ້​ປ່ວຍ ​ຫຼື ​ຜູ້​ເສຍຊີວິດ​ຈາກ​ໄວ​ຣັສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ໃນ​ປະເທດ​ເກົາ​ຫຼີ​ເໜືອ​ແຕ່​ຢ່າງ​ໃດ

ผลการค้นหารูปภาพสำหรับ north korea COVID 19
ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານສີຈິ້ນຜິງ ຂໍສະແດງຄວາມຂອບໃຈຕໍ່ປະຊາຊົນອູຮັ້ນໃນການຕໍ່ສູ້ອັນຂ້ຽວຂາດຄັ້ງນີ້, ປະຊາຊົນອູຮັ້ນປະຕິບັດຕາມການຈັດຕັ້ງໂດຍລວມ, ບໍ່ຢ້ານຕໍ່ຄວາມຍາກລຳບາກ
Next Post: ເຈົ້າໜ້າທີ່ຕໍາຫຼວດໄທ ຈັບຄົນລາວພ້ອມຂອງກາງຢາບ້າ 100.000 ກວ່າເມັດ ເງິນສົດອີກ 40,000 ບາດ

Related Posts

ຫຼວງພະບາງມື້ນີ້ເບົາບາງລົງແລ້ວຕິດເຊື້ອໂຄວິດເພີ່ມພຽງ 47 ກໍລະນີ ຂ່າວສານບ້ານເມືອງ
ອົງການເກັບກູ້ ລ ະ ເ ບີ ດ ປະຈຳແຂວງອັດຕະປື ປະຕິບັດການ ທໍ າ ລ າ ຍ ລ ະ ເ ບີ ດ ລູ ກ ບົ ມ 500 ປ ອ ນ ຂ່າວສານບ້ານເມືອງ
ກອງບັນຊາການທະຫານແຂວງບໍ່ແກ້ວເປີດກອງປະຊຸມເຜີຍແຜ່ຄຳສັ່ງແນະນຳການແບ່ງປະເພດການຈັດຕັ້ງພັກ ແລະ ສະມາຊິກພັກ ປະຈຳປີ 2020 ຂ່າວສານບ້ານເມືອງ
ອາດີດປະທານປະເທດໂອ້ລົມພະນັກງານຫຼັກແຫຼ່ງ ແຂວງ ອັດຕະປື ຂ່າວສານບ້ານເມືອງ
ພໍ່ ແມ່ ຂອງນາງສຸນິສາ ລີ ມີຄວາມພູມໃຈ ຕໍ່ບ້ານເກີດເມືອງນອນຂອງຕົນ ກໍຄືລາວ ຂ່າວສານບ້ານເມືອງ
ລັດຖະບານໄດ້ຄົ້ນຄວ້າຫຼາຍມາດຕະການເພີ່ມຕື່ມ ເພື່ອສູ້ຊົນຈັດຕັ້ງປະຕິບັດລາຍຮັບໃຫ້ບັນລຸ 33.574 ຕື້ກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme