Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານສີຈິ້ນຜິງ ຂໍສະແດງຄວາມຂອບໃຈຕໍ່ປະຊາຊົນອູຮັ້ນໃນການຕໍ່ສູ້ອັນຂ້ຽວຂາດຄັ້ງນີ້, ປະຊາຊົນອູຮັ້ນປະຕິບັດຕາມການຈັດຕັ້ງໂດຍລວມ, ບໍ່ຢ້ານຕໍ່ຄວາມຍາກລຳບາກ

Posted on 11/03/202011/03/2020 By News No Comments on ທ່ານສີຈິ້ນຜິງ ຂໍສະແດງຄວາມຂອບໃຈຕໍ່ປະຊາຊົນອູຮັ້ນໃນການຕໍ່ສູ້ອັນຂ້ຽວຂາດຄັ້ງນີ້, ປະຊາຊົນອູຮັ້ນປະຕິບັດຕາມການຈັດຕັ້ງໂດຍລວມ, ບໍ່ຢ້ານຕໍ່ຄວາມຍາກລຳບາກ

ໃນວັນທີ 10 ມີນານີ້ ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນກຳມະການການທະຫານສູນກາງຈີນໄດ້ລົງກວດກາວຽກງານປ້ອງກັນແລະຄວບຄຸມພະ ຍາດຢູ່ເມືອງອູຮັ້ນແຂວງຫູເປີຍ ໂດຍທ່ານເນັ້ນວ່າ, ແຂວງຫູເປີຍແລະນະຄອນອູຮັ້ນແມ່ນເປັນບ່ອນ ທີ່ສຳຄັນທີ່ສຸດແລະເປັນບ່ອນທີ່ຕ້ອງເອົາຊະນະໃນການຕໍ່ສູ້ຕ້ານກັບພະຍາດໃນຕັ້ງນີ້. ເມື່ອໄດ້ທຳຄວາມພະ ຍາຍາມອັນແສນຍາກລຳບາກ, ສະພາບການເກີດພະຍາດຂອງແຂວງຫູເປີຍແລະ ນະຄອນອູຮັ້ນກຳລັງມີກາປ່ຽນແປງໄປສູ່ທິດທີ່ດີ, ແລະໄດ້ຮັບໝາກຜົນສຳຄັນທີ່ເປັນຂັ້ນຕອນ, ແຕ່ການປ້ອງກັນແລະຄວບຄຸມພະຍາດຍັງແມ່ນໜ້າທີ່ທີ່ໜັກໜາທີ່ສຸດ. ຍິ່ງມາຮອດຂັ້ນຕອນນີ້ ຍິ່ງຕ້ອງການພວກເຮົາມີສະຕິຢ່າງຈະແຈ້ງ, ຍິ່ງຕ້ອງການລະມັດລະວັງ, ຍິ່ງຕ້ອງການສູ້ຊົນຕໍ່ໄປ ແລະຍິ່ງຕ້ອງການເຮັດວຽກຢ່າງລະອຽດກວ່າເກົ່າ, ຕ້ອງສືບຕໍ່ຖືການປ້ອງກັນແລະຄວບຄຸມພະຍາດເປັນວຽກສຳຄັນອັນດັບໜຶ່ງ, ບໍ່ລະເຫຼີງ, ບໍ່ເສີຍເມີຍ, ບໍ່ປ່ອຍປະ,ກຳແໜ້ນວຽກງານປ້ອງກັນແລະຄວບຄຸມໃນທຸກດ້ານໃຫ້ລະອຽດຮອບຄອບ, ຕ້ອງເອົາຊະນະໃນການຕໍ່ສູ້ປ້ອງກັນແຂວງຫູເປີຍ ແລະການຕໍ່ສູ້ປ້ອງກັນນະຄອນອູຮັ້ນໃຫ້ໄດ້ຢ່າງເດັດຂາດ.

Image may contain: 1 person, standing and outdoor
Image may contain: one or more people, people sitting and outdoor

ທ່ານສີຈິ້ນຜິງກ່າວວ່າ, ໃນການຕໍ່ສູ້ອັນຂ້ຽວຂາດຄັ້ງນີ້, ປະຊາຊົນອູຮັ້ນປະຕິບັດຕາມການຈັດຕັ້ງໂດຍລວມ, ບໍ່ຢ້ານຕໍ່ຄວາມຍາກລຳບາກ, ມີຄວາມທົນທານໜຽວແໜ້ນ, ເປັນເຈົ້າການໃນການເຮັດຕາມຄວາມຕ້ອງການລວມແຫ່ງວຽກງານປ້ອງກັນແລະຄວບຄຸມພະຍາດ, ເປັນເຈົ້າການເຂົ້າຮ່ວມການຕໍ່ສູ້ຕ້ານກັບພະຍາດ, ອັນໄດ້ມີການປະກອບສ່ວນຢ່າງສຳຄັນຍິ່ງ, ເຮັດໃຫ້ທົ່ວປະເທດກໍຄືທົ່ວໂລກໄດ້ເຫັນຄວາມເດັດດ່ຽວໜຽວແໜ້ນແລະ ບຸກຄະລິອັນສູງສົ່ງຂອງປະຊາຊົນນະຄອນອູຮັ້ນ. ຍ້ອນມີຄວາມເສຍສະຫຼະແລະ ສ່ວນປະກອບຂອງປະຊາຊົນອູຮັ້ນ, ມີຄວາມຍຶດໝັ້ນແລະຄວາມພະຍາຍາມຂອງປະຊາຊົນອູຮັ້ນ, ຈິ່ງນຳມາທ່າອຽງທີ່ດີຂອງວຽກງານປ້ອງກັນແລະຄວບຄຸມພະຍາດໃນປະຈຸບັນ ເຊິ່ງປະຊາຊົນອູຮັ້ນໄດ້ສະແດງໃຫ້ເຫັນເຖິງກຳລັງຂອງຈີນແລະຈິດໃຈຂອງຈີນດ້ວຍການກະທຳຕົວຈິງ, ໄດ້ສະແດງໃຫ້ເຫັນນ້ຳໃຈແຫ່ງຊາດຈີນທີ່ຮ່ວມສຸກຮ່ວມທຸກແລະຕ່າງຊ່ວຍຊູຍູ້ໜູນກັນ. ນະຄອນອູຮັ້ນສົມເປັນນະຄອນແຫ່ງວິລະຊົນ, ປະຊາຊົນອູຮັ້ນສົມເປັນປະຊາຊົນວິລະຊົນ, ແລະຈະຖືກ ບັນທຶກໄວ້ໃນປະຫວັດສາດຍ້ອນຍາດເອົາໄຊຊະນະໃນການຕໍ່ຕ້ານກັບພະຍາດອັກເສບປອດຈາກເຊື້ອໂຄວັດ-19 ໃນຄັ້ງນີ້! ທົ່ວພັກ ທົ່ວປະເທດແລະປະຊາຊົນບັນດາເຜົ່າຂໍສະແດງຄວາມຮູ້ບຸນຄຸນແລະຂໍ ຍ້ອງຍໍສັນລະເສີນຕໍ່ພວກທ່ານ! ພັກແລະປະຊາຊົນຂໍສະແດງຄວາມຂອບໃຈຕໍ່ປະຊາຊົນອູຮັ້ນ!

ຂ່າວສານບ້ານເມືອງ

Post navigation

Previous Post: ໜ່ວຍກູ້ຊີບອົງການກາແດງລາວໃນຈັດການເຝິກອົບຮົມ”ກູ້ຊີບ-ກູ້ໄພດ້ວຍເຊືອກສຸກເສີນ” ໃຫ້ແກ່ອາສາສະໝັກໜ່ວຍກູ້ຊີບອົງການກາແດງລາວ
Next Post: ສື່ເກົາຫຼີໃຕ້ລາຍງານ ທະຫານເກົາຫຼີເໜືອ ຕາຍຈາກໂຄວິດ-19 ເກືອບ 200 ຄົນ

Related Posts

ສະຖານີຂົນສົ່ງໂດຍສານສາຍເໜືອພ້ອມເປີດບໍລິການພຽງລໍຖ້າການຕອບຮັບຈາກແຂວງປາຍທາງເທົ່ານັ້ນ ຂ່າວສານບ້ານເມືອງ
ເມືອງວັງວຽງຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ເກີດເຫດ! ລົດໃຫ່ຍຕຳແລ້ວຫນີ ຂ່າວສານບ້ານເມືອງ
ໄຟໄໝ້ເຂດວັດໂພນສະຫວ່າງ ເມືອງທ່າພະບາດກາງເດິກ ເສຍຫາຍໜັກ (ມີຄລິບ) ຂ່າວສານບ້ານເມືອງ
ຂ່າວດ່ວນ ໄຟໄໝ້ສາງ ທີ່ບ້ານນາສ້າວ ເມືອງໄຊ (ມີຄລິບ) ຂ່າວສານບ້ານເມືອງ
ຍ້ອນການລະບາດຂອງພະຍາດ ໂ ຄ ວິ ດ ເຮັດໃຫ້ລາຍຮັບຈາກການຂາຍສິນຄ້າ ຂອງແມ່ຄ້າໃນຕະຫຼາດບ້ານຖິ່ນ ເມືອງໄຊ ຫລຸດລົງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme