ໃນວັນທີ10/3/2020 ໜ່ວຍກູ້ຊີບອົງການກາແດງລາວໃນຈັດການເຝິກອົບຮົມ”ກູ້ຊີບ-ກູ້ໄພດ້ວຍເຊືອກສຸກເສີນ” ໃຫ້ແກ່ອາສາສະໝັກໜ່ວຍກູ້ຊີບອົງການກາແດງລາວ ທີ່ເມືອງວັງວຽງ ແຂວງວຽງຈັນ. ໃນຕອນເຊົ້າ ເວລາ8:30AM ໄດ້ກ່າວເປີດພິທີໂດຍ: ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ພ້ອມດ້ວຍທີມຄູ່ເຝິກຈາກ ໜ່ວຍກູ້ໄພສະຫວ່າງ ມຸງຄຸນສັດທາທັມມະສະຖານ ຈັງຫວັດເພັດສະບູນ ປະເທດໄທ. ຫຼັງຈາກເປີດພິທີຢ່າງເປັນທາງການອາສາສະໝັກຈຳນວນ 20ທ່ານໄດ້ເຂົ້າສູ່ບົດຮຽນດັ່ງນີ້:

👉🏻ຫຼິ້ນກິດຈະກຳທາງຄວາມຄິດ(ໃບໜ້າສາມັກຄີ)
👉🏻ຫຼິ້ນກິດຈະກຳທາງຄວາມຄິດ(ເຊືອກສາມັກຄີ)
👉🏻ຮຽນຮູ້ຫຼັກການເຊືອກແລະອຸປະກອນໃຊ້ກັບເຊືອກ
👉🏻ຮຽນຮູ້ການຜູກເງືອກເຊືອກ
👉🏻ຮຽນຮູ້ການໂຣຍໂຕດ້ວຍສວິດຊີດສ

ທັງໝົດຄືການເພີ່ມທັກສະການເຮັດວຽກເປັນທີມແລະເຂົ້າໃຈໃນຄວາມສຳຄັນອັນແທ້ຈິ່ງຂອງການໃຊ້ເຊືອກເຂົ້າຊ່ວຍເຫຼືອຜູ້ບາດເຈັບ.


