ສໍານັກຂ່າວຕ່າງປະເທດລາຍງານວ່າ ນາຍົກລັດຖະມົນຕີ ຈູເຊບເປ ຄອນເຕ ແຫ່ງປະເທດອິຕາລີ ປະກາດໃນງານຖະແຫຼງຂ່າວໃນມື້ວັນຈັນທີ່ 9 ມີນາ 2020 ວ່າ ອິຕາລີກຳລັງຈະຖືກປິດກັ້ນ (lock down) ທົ່ວປະເທດແລ້ວ ເພື່ອຮັບມືການລະບາດຂອງໄວຣັສໂຄວິດ-19 ທີ່ກຳລັງແພ່ກະຈາຍໃນປະເທດຢ່າງວ່ອງໄວ

ໃນວັນອາທິດທີ່ຜ່ານມາ ອິຕາລີເລີ່ມມາດຕະການປິດເມືອງໃນ 4 ແຄ້ວນທາງພາກເໜືອຂອງປະເທດທັງໝົດແຄ້ວນລອມບາ ທີ່ມີການລະບາດໜັກທີ່ສຸດ ກະທົບຕໍ່ປະຊາຊົນເຖິງ 16 ລ້ານຄົນ ຢ່າງໃດກໍຕາມ ໃນມື້ວັນຈັນກັບມີລາຍງານພົບຜູ້ຕິດເຊື້ອລາຍໃໝ່ເຖິງ 1,794 ຄົນ ເຮັດໃຫ້ຢອດສະສົມເພີ່ມເປັນ 9,172 ຄົນ ຂະນະທີ່ມີຜູ້ເສຍຊີວິດອີກ 97 ຄົນ ທັງໝົດເປັນ 463 ຄົນແລ້ວ

ໃນຊ່ວງສວຍຂອງມື້ວັນຈັນ ລັດຖະບານອິຕາລີຈຶ່ງຈັດງານຖະແຫຼງຂ່າວດັ່ງກ່າວ ໂດຍ ທ່ານ ລຸຍຈິ ດີ ມາໂຢ ລັດທະມົນຕີວ່າການກະຊວງການຕ່າງປະເທດຂອງອິຕາລີ ປະກາດການຂະຫຍາຍຂອບເຂດມາຕົນການປິດເມືອງໄປຍັງທົ່ວປະເທດ ຂະນະທີ່ນາຍົກລັດຖະມົນຕີ ຄອນເຕ ຍັງເວົ້າອີກວ່າ ພວກທ່ານຈະອອກມາດຕະການທີ່ເຂັ້ມງວດຍິ່ງຂຶ້ນອີກ ເພື່ອຕໍ່ສູ້ກັບໄວຣັສໂຄວິດ-19

ທ່ານ ຄອນເຕ ຍັງກ່າວອີກວ່າ ປະຊາຊົນບໍ່ຄວນເດີນທາງໄປໃສ ນອກຈາກໄປເຮັດວຽກ ຫຼືກໍລະນີສຸກເສີນເທົ່ານັ້ນ ແລະ ຫຼັງຈາກນີ້ຈະບໍ່ມີພື້ນທີ່ສີແດງ ຫຼື ‘ເຣດ ໂຊນ’ ອີກຕໍ່ໄປແລ້ວ ເພາະທຸກພື້ນທີ່ຢູ່ພາຍໃຕ້ສະຖານນະການດຽວກັນ ນາຍົກລັດທະມົນຕີ ອິຕາລີຍັງປະກາດຫ້າມການຊຸມນຸມໃນທີ່ສາທາລະນະຕ່າງໆ ແລະ ພື້ນທີ່ກາງແຈ້ງດ້ວຍ.