Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫຼົດ! ຂີ່ບິກໄບ້ເສຍຫຼັກລົ້ມ ຄົນຕົກລົງຫ້ວຍ ເສຍຊີວິດຄາທີ່ ທາງເມືອງປາກອູ

Posted on 09/03/202009/03/2020 By All in LAOS No Comments on ສະຫຼົດ! ຂີ່ບິກໄບ້ເສຍຫຼັກລົ້ມ ຄົນຕົກລົງຫ້ວຍ ເສຍຊີວິດຄາທີ່ ທາງເມືອງປາກອູ

ຫຼວງພະບາງ: 1625 ຫຼວງພະບາງ ແຈ້ງໃຫ້ຮູ້ວ່າ ໃນວັນທີ່ 09 ມີນາ 2020 ເວລາ 07:21ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີ ອຸບັດຕິເຫດຂັບຂີ່ລົດຈັກເສຍຫລັກລົ້ມເອງຢູ່ເສັ້ນທາງບ້ານ ສະຄິງ ເມືອງ ປາກອູ ແຂວງຫລວງພະບາງ

ເມື່ອຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ ອອກກວດສອບເຫດພົບຄົນເສຍຊີວິດຄາທີ່ 01 ຄົນ ເປັນເພດຊາຍ ຊື່ທ້າວ ປານ ອາຍຸ 38ປີ ບ້ານຢູ່ປັດຈຸບັນ ບ້ານຜາທຶງ ເມືອງປາກອູ ແຂວງຫລວງພະບາງ

ສະພາບບາດແຜພາຍນອກທີ່ພົບເຫັນເບື້ອງຕົ້ນແມ່ນ: ມີບາດແຜຈີກໃຫຍ່ຢູ່ຫົວເບື້ອງຂວາ, ມີບາດແຜຈີກໃຫຍ່ຢູ່ຫນ້າຜາກ ແລະ ມີີເລືອດໄຫລອອກຫູ.


ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວຫຼວງພະບາງຈຶ່ງໄດ້ທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວນຳສົ່ງບ້ານຜາທຶງ ເມືອງປາກອູ ແຂວງຫລວງພະບາງ.


ທາງຫນ່ວຍກູ້ຊີບອົງການກາແດງລາວຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເຖີ້ນ

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625

🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.

ຂ່າວສານບ້ານເມືອງ

Post navigation

Previous Post: ລົດຈັກຕົກຂົວນໍ້າເຄັມ ທ່າງ່ອນ ເສຍຊິວິດຄາທີ່ ຊາຍ 3 ຄົນ
Next Post: ຂ່າວດ່ວນ! ລົດເມຫວຽດນາມປີ້ນ ເຈັບ 16 ເສຍຊິວິດຄາທີ່ 2 ທີ່ຫົວພູນາກາຍ

Related Posts

ໄຟໄໝ້ເຮືອນປະຊາຊົນທີ່ເມືອງແກ່ນທ້າວ (ມີຄລິບ) ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 02 ແຂວງຜົ້ງສາລີ ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ ຂ່າວສານບ້ານເມືອງ
ລາວ ມີຄວາມສ່ຽງຈາກການສະໜອງທຶນໃຫ້ແກ່ການ ກໍ່ ກ າ ນ ຮ້ າ ຍ ໃນລະດັບທີ່ຕ່ຳ ຂ່າວສານບ້ານເມືອງ
ພະນັກງານທີ່ຮອດອາຍຸກະສຽນບໍານານແລ້ວ ຕ້ອງອອກພັກຜ່ອນຮັບບໍານານ ຂ່າວສານບ້ານເມືອງ
ສືບຕໍ່ຢຸດຊົ່ວຄາວ ການໃຫ້ບໍລິການ ຂາຍປີ້ເຮືອບິນຂອງສາຍການບິນ ລາວສະກາຍເວ ຂ່າວສານບ້ານເມືອງ
ແຕ່ງຕັ້ງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເປັນຮອງລັດຖະມົນຕີກະຊວງການເງິນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme