ກູ້ໄພນາຄາ ລາຍງານໃຫ້ຮູ້ວ່າໃນວັນທີ 08/03/2020 ເວລາ 19:30 ໄດ້ຮັບແຈ້ງເຫດວ່າມີລົດໃຫຍ່ປີ້ນ ຈຸດເກີດເຫດແມ່ນຢູ່ເຂດ ບ້ານ ແສງສະຫວ່າງ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ

ເມື່ອທາງມູນນິທິກູ້ໄພນາຄາໄປຮອດພົບຄົນເຈັບ 1 ເປັນເພດຍິງ ອາຍຸ 32 ປັດຈຸບັນຢູ່ບ້ານໂນນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ອາການບາດເຈັບເບື້ອງຕົ້ນແມ່ນ ແໜ້ນໜ້າເອີກ
ດັ່ງນັ້ນທາງມູນນິທິກູ້ໄພນາຄາຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງ ໂຮງໝໍ ມິດຕະພາບ 150 ຕຽງ
ແຈ້ງເຫດສຸກເສີນໂທ 020 2345 6784 ຕະຫຼອດ 24 ຊົ່ວໂມງ
