Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ -​ ຮັບໜ້າທີ່ຫົວໜ້າພະແນກ ຖວທ ແຂວງຈໍາປາສັກ

Posted on 08/03/202008/03/2020 By News No Comments on ມອບ -​ ຮັບໜ້າທີ່ຫົວໜ້າພະແນກ ຖວທ ແຂວງຈໍາປາສັກ

ໃນວັນທີ 6 ມີນາ 2020, ທີ່ຫໍວັດທະນະທຳບັນດາເຜົ່າຫຼັກ 7 ນະຄອນປາກເຊ, ແຂວງຈຳປາສັກ, ໄດ້ຈັດພິທີມອບ – ຮັບໜ້າທີ່ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ ລະຫວ່າງ ທ່ານ ບົວທອງ ສຸວັນນະສານ, ກຳມະການອົງຄະນະພັກແຂວງ ຫົວໜ້າພະແນກ ຖວທ ຜູ້ເກົ່າ ແລະ ທ່ານ ໂສມ ບຸດຕະກຸນ, ກຳມະການອົງຄະນະພັກແຂວງ, ຫົວໜ້າພະແນກ ຖວທ ແຂວງ ຜູ້ໃໝ່, ໂດຍການເຂົ້າຮ່ວມຂອງທ່ານ ນິພອນ ວຽງປະເສີດ, ຮອງເລຂາຄະນະບໍລິຫານງານອົງຄະນະພັກແຂວງ ແລະ ຫົວໜ້າຄະນະຈັດຕັ້ງແຂວງ.

ບັນດາການນຳຈາກພະແນກການຕ່າງໆໃນຂົງເຂດວັດທະນະທຳ – ສັງຄົມ,ແຂວງ, ຫ້ອງການ ຖວທ 9 ເມືອງ, 1 ນະຄອນ, ພ້ອມດ້ວຍ ການນຳ, ສະມາຊິກພັກ ແລະ ພະນັກງານ ຂະແໜງວິຊາການອ້ອມຂ້າງພະແນກ ຖວທ ແຂວງ ກໍ່ເຂົ້າຮ່ວມເຊັ່ນກັນ.

ໃນພິທີ, ທ່ານ ບົວທອງ ສຸວັນນະສານ, ກຳມະການອົງຄະນະພັກແຂວງ, ຫົວໜ້າພະແນກ ຖວທ ຜູ້ເກົ່າ ໄດ້ຂຶ້ນກ່າວມອບໜ້າທີ່ ໂດຍຍົກໃຫ້ເຫັນຜົນງານວຽກງານ ຖວທ ພາຍໃຕ້ການນໍາພາຂອງຕົນໃນໄລຍະຜ່ານມາ, ເປັນຕົ້ນ ແມ່ນວຽກງານສື່ມວນຊົນທີ່ໄດ້ນໍາພາ ໂດຍສຸມໃສ່ໂຄສະນາເຫດການສຳຄັນຂອງພັກ-ຊາດ ແລະ ສາກົນ; ເນື້ອໃນຂອງສື່ມວນຊົນທຸກປະເພດແມ່ນໄດ້ສ່ອງແສງຄວາມເປັນຈິງ, ບໍ່ວ່າຈະເປັນເຫດການທີ່ເກີດຂື້ນທັງພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຕໍ່ເຫດການ, ສະພາບ ແລະ ການເຄື່ອນໄຫວ ໃນຊີວິດການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມພາຍໃນແຂວງ, ແລະ ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ ໃຫ້ສະລະຄວາມຮູ້, ສືກສາອົບຮົມປຸກລະດົມ ແລະ ການບັນເທີງໃຫ້ໄປເຖິງເປົ້າໝາຍພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໂດຍຜ່ານຫຼາຍປະຕູ, ຫຼາຍເວທີ, ຫຼາຍເຄືອຂ່າຍ ແລະ ຫຼາຍເສັ້ນທາງດ້ວຍຄວາມວ່ອງໄວ, ຊັດເຈນ, ທົ່ວເຖິງກວ່າເກົ່າ.

ໃນປະຈຸບັນ, ທົ່ວແຂວງມີໂທລະໂຄ່ງທັງໝົດ 599 ຊຸດ ແລະ ໄດ້ຊຸກຍູ້ບັນດາເມືອງໃຫ້ສ້າງຫໍຂ່າວ ແລະ ຕິດຂ່າວເຄື່ອນໄຫວຂອງການນຳໃນແຕ່ລະຂັ້ນ, ໂດຍທົ່ວແຂວງມີຫໍຂ່າວທັງໝົດ 10 ຈຸດ, ທີ່ປະຈຳຢູ່ 9 ເມືອງ 1 ນະຄອນ ທົ່ວແຂວງ, ພ້ອມທັງ ມີສະຖານີວິທະຍຸ 5 ແຫ່ງ 6 ຄື້ນຄື: ສະຖານີວິທະຍຸກະຈາຍສຽງແຂວງຈຳປາສັກ, ສະຖານີວິທະຍຸກະຈາຍສຽງເມືອງໂພນທອງ, ສະຖານີວິທະຍຸກະຈາຍສຽງເມືອງຊະນະສົມບູນ, ສະຖານີວິທະຍຸກະຈາຍສຽງເມືອງປາກຊ່ອງ, ສະຖານີວິທະຍຸກະຈາຍສຽງເມືອງສຸຂຸມາ ແລະ ສະຖານີວິທະຍຸກະຈາຍສຽງເມືອງໂຂງ.

ປະຈຸບັນ, ອາຄານວິທະຍຸແຂວງຫຼັງໃໝ່ ແລະ ຫຼັກອັງແຕນແມ່ນໄດ້ກໍ່ສ້າງສຳເລັດແລ້ວ ລໍຖ້າແຕ່ປັບປຸງລະບົບເຕັກນິກເທົ່ານັ້ນ; ສະເພາະສະຖານີວິທະຍຸກະຈາຍສຽງແຂວງຈຳປາສັກ ແມ່ນໄດ້ກະຈາຍສຽງໃນຄື້ນ 100.7 ແລະ 104.7 MKH ອອກອາກາດ 13 ຊົ່ວໂມງເຄີ່ງຕໍ່ວັນ ກຳລັງແຮງສົ່ງກວມພື້ນທີ່ 70% ໃນທົ່ວແຂວງ, ພ້ອມນີ້ ຍັງມີໂທລະພາບດີຈິຕ້ອນ 2 ແຫ່ງ, ອານາຣອກ 1 ແຫ່ງ, ມີໜັງສືພິມລາຍສັບປະດາ 1 ແຫ່ງຄື ໜັງສືພິມຈຳປາໃໝ່. ນອກຈາກນີ້, ພະແນກຖວທ ແຂວງຍັງມີຜົນງານດ້ານວັດທະນະທຳ, ທ່ອງທ່ຽວ ແລະ ອື່ນໆອີກຢ່າງຫຼວງຫຼາຍເຊັ່ນດຽວກັນ.

ໃນພິທີ, ທ່ານ ບົວທອງ ສຸວັນນະສານ, ຫົວໜ້າພະແນກ ຖວທ ແຂວງຈຳປາສັກ ຜູ້ເກົ່າຍັງໄດ້ເຊັນມອບໜ້າທີ່ຫົວໜ້າພະແນກ ຖວທ ໃຫ້ທ່ານ ໂສມ ບຸດຕະກຸນ ເປັນຜູ້ຮັບໜ້າທີ່ຕໍ່ໄປຢ່າງເປັນທາງການ. ໃນໂອກາດນີ້, ທ່ານ ນິພອນ ວຽງປະເສີດ, ຮອງເລຂາອົງຄະນະພັກແຂວງ ແລະ ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ ຍັງໄດ້ໂອ້ລົມຕໍ່ຜູ້ເຂົ້າຮ່ວມພິທີ, ໂດຍທ່ານໄດ້ເນັ້ນໃຫ້ຫົວໜ້າພະແນກ ຖວທ ຜູ້ໃໝ່ ແລະ ຜູ້ເກົ່າທີ່ໄປຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຜົນງານຂອງຕົນໃຫ້ຫຼາຍຂຶ້ນ ເພື່ອຍາດຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ. ສໍາລັບທ່ານ ບົວທອງ ສຸວັນນະສານ, ກຳມະການອົງຄະນະພັກແຂວງ, ຫົວໜ້າພະແນກ ຖວທ ຜູ້ເກົ່າ ແມ່ນຈະໄປຮັບໜ້າທີ່ໃໝ່ເປັນຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງຈໍາປາສັກຕໍ່ໄປ.

ຂໍຂອບໃຈຂ່າວ: ປະພິດ ສີສົມບູນ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າໜ້າທີ່ ນວ ຍຶດ ແລະ ທໍາລາຍພືດຜັກທີ່ລັກນໍາເຂົ້າຈໍານວນ 950 ກິໂລ
Next Post: ຕຶກອາຄານກັກຕົວຜູ້ຕ້ອງສົງໄສຕິດເຊື້ອ COVID-19 ໃນປະເທດຈີນຍຸບຕົວລົງ ເຈົ້າໜ້າທີ່ເລັ່ງຊ່ວຍຊີວິດ 70 ຄົນ

Related Posts

ອາສາກູ້ໄພ ທັງຊ່ວຍຄົນເຈັບ ທັງໄລ່ຈັບລົດກະບະທີ່ຕໍາແລ້ວໜີ ຂ່າວສານບ້ານເມືອງ
ທລຍ ຝຶກອົບຮົມການຄຸ້ມຄອງຄວາມສ່ຽງໄພພິບັດ ໃຫ້ແກ່ພະນັກງານ ຂ່າວສານບ້ານເມືອງ
ຂ່າວດ່ວນ! ພົບຜູ້ຕິດເຊື້ອເພີ່ມມື້ນີ້ +19ຄົນ ຂ່າວສານບ້ານເມືອງ
ອີກ 1 ເດືອນ ລາວເຮົາຈະສົ່ງອອກງົວ 3.000 ໂຕໃຫ້ຈີນ ຂ່າວສານບ້ານເມືອງ
ໄທ ຢຶດຊີ້ນໝູນໍາເຂົ້າຈາກ ລາວ ຈໍານວນ 20 ໂຕນ ຂ່າວສານບ້ານເມືອງ
ກະບະ ປະທະ ກະບະ ຈົນໜ້າຍຸບ ເຈັບ 6 ຄົນ ທີ່ ທ່າແຂກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme