Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າໜ້າທີ່ ນວ ຍຶດ ແລະ ທໍາລາຍພືດຜັກທີ່ລັກນໍາເຂົ້າຈໍານວນ 950 ກິໂລ

Posted on 07/03/202007/03/2020 By All in LAOS No Comments on ເຈົ້າໜ້າທີ່ ນວ ຍຶດ ແລະ ທໍາລາຍພືດຜັກທີ່ລັກນໍາເຂົ້າຈໍານວນ 950 ກິໂລ

ຕອນເຊົ້າວານນີ້, ວັນທີ 6 ມີນາ 2020: ໃຕ້ການປາບປາມ ແລະ ຫລຸດຜ່ອນປະກົດການຫຍໍ້ທໍ້ໃນສັງຄົມ ຫລ້າສຸດພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ສົມທົບກັບ ພະແນກອຸດສະຫະກໍາການຄ້າ ນວ ໄດ້ຍຶດ ແລະ ທໍາລາຍສິນຄ້າຫ້າມນໍາເຂົ້າບໍ່ຖືກຕ້ອງປະເພດພືດຜັກ ມີນໍ້າໜັກທັງໝົດ 950 ກິໂລກຣາມ.

ພິທີທໍາລາຍດັ່ງກ່າວໄດ້ຈັດຂຶ້ນຢູ່ເດີ່ນຫ້ອງຕໍາຫຼວດ ປກສ ນວ ໂດຍມີ ພັທ ຄໍາພອນ ພົມມະຈັນ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ເຂົ້າຮ່ວມ.

ພັທ ຄໍາພອນ ພົມມະຈັນ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ໃຫ້ຮູ້ວ່າ: ໃນຕອນແລງ ເວລາ 16:00 ໂມງ ຂອງວັນທີ 5 ມີນາ 2020 ເຈົ້າໜ້າທີ່ພະແນກຕໍາຫຼວດປ້ອງກັນເສດຖະກິດ ໄດ້ຮັບການລາຍງານຈາກພົນລະເມືອງດີ ວ່າມີລົດຕູ້ສະຕາແລັກ, ສີເທົາ, ໝາຍເລກທະບຽນ ກດ 0979 ກຳແພງນະຄອນ ໄດ້ແກ່ສິນຄ້າປະເພດເຄື່ອງ (ຜັກ) ມາຈາກປະເທດເພື່ອນບ້ານ ໂດຍນຳໃຊ້ລົດຕູ້ສະຕາແລັກ

ຈາກນັ້ນ ເຈົ້າໜ້າທີ່ຕຳຫຼວດເສດຖະກິດພວກເຮົາ ໄດ້ອອກຕິດຕາມກວດກາ ຈຶ່ງພົບເຫັນລົດຕູ້ສະຕາແລັກຄັນດັ່ງກ່າວ ມຸ້ງໜ້າໄປທາງເຂດເສັ້ນທາງ 450 ປີ. ຜ່ານການກວດກາຂອງເຈົ້າໜ້າທີ່ ຈຶ່ງພົບເຫັນສິນຄ້າປະເພດເຄື່ອງ (ຜັກ) ມີປະເພດ ດອກກະລໍ່າ ຈຳນວນ 50 ຖົງ, ຖົງໜຶ່ງມີ 10 ກິໂລ, ຜັກບົວ 8 ຖົງ ຖົງໜຶ່ງ 10 ກິໂລ, ຜັກກາດຂາວ 20 ຖົງ ຖົງໜຶ່ງ 10 ກິໂລ; ໝາກບວບ 10 ກະຕ່າ ກະຕ່າໜຶ່ງ 17 ກິໂລ ທີ່ບໍ່ມີເອກະສານອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ. ສະນັ້ນ, ເຈົ້າໜ້າທີ່ພວກເຮົາ ຈຶ່ງນຳເອົາລົດຄັນດັ່ງກ່າວ ຂຶ້ນມາຫ້ອງການ ຫ້ອງຕຳຫຼວດ ປກສ ນວ ເພື່ອກວດກາຕົວຈິງ.

ຜ່ານການກວດກາຕົວຈິງຈຶ່ງຮູ້ວ່າ: ເຈົ້າຂອງລົດຕູ້ສະຕາເເລັກ ໝາຍເລກທະບຽນ 0979 ກໍາແພງນະຄອນ ບັນທຸກສິນຄ້າ ປະເພດຜັກທີ່ຫ້າມນໍາເຂົ້າ ທີ່ບໍ່ໄດ້ແຈ້ງເສຍພາສີ, ບໍ່ມີເອກະສານອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ເປັນການນໍາເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ດັ່ງນັ້ນ, ຈຶ່ງໄດ້ຢຶດເອົາລົດ ແລະ ສິນຄ້າດັ່ງກ່າວ ແລ້ວນໍາໄປທໍາລາຍຖິ້ມ ເພື່ອປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ ວ່າດ້ວຍການສົ່ງເສີມການຜະລິດ, ຊົມໃຊ້ຜະລິດຕະພັນຢູ່ພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ.

ສໍາລັບຜູ້ກະທໍາຜິດ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ປັບໄໝຕາມລະບຽບກົດໝາຍ.

ໂດຍ: ສອດສ່ອງ
ແຫລ່ງຂ່າວ: ປກສ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມສະເພາະກິດຂອງຄະນະ ລັດຖະບານ – ລາວ ລາຍງານ ຍັງບໍ່ພົບຜູ່ຕິດເຊື້ອ Covid-19
Next Post: ມອບ -​ ຮັບໜ້າທີ່ຫົວໜ້າພະແນກ ຖວທ ແຂວງຈໍາປາສັກ

Related Posts

ປະກາດເລື່ອນຊັ້ນພັນຕີຂຶ້ນພັນໂທ ໃນກຳລັງຫຼວງກຳລັງທ້ອງຖິ່ນຢູ່ເຂດພາກໃຕ້ ຂ່າວສານບ້ານເມືອງ
ສູນກັກກັນແຮງງານຜູ້ມີຄວາມສ່ຽງຈາກການຕິດເຊື້ອພະຍາດໂຄວິດແຂວງບໍ່ແກ້ວ ມີຕຽງນອນແລ້ວ ຂ່າວສານບ້ານເມືອງ
ຮວບຍົກແກ້ງ ໄວລຸ້ນ ເ ສ ບ ຢ າ ເ ສ ບ ຕິ ດ ພ້ອມຜູ້ຂາຍ ຂ່າວສານບ້ານເມືອງ
ຫົວໜ້າຫ້ອງການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 1 ຢ້ຽມຢາມຂະບວນເຄື່ອນທັບຊ້ອມຮົບຂອງນັກຮຽນນາຍສິບ ຊຸດທີ 34 ຂ່າວສານບ້ານເມືອງ
ບອກຕໍ່ແດ່…! ອຸຕຸເຕືອນເຝົ້າລະວັງຝົນຕົກໜັກຢູ່ແຂວງພາກເໜືອ ພາກກາງ ໄລຍະວັນທີ 14-16 ມິຖຸນານີ້ ຂ່າວສານບ້ານເມືອງ
ສື່ມວນຊົນ ກຽມພ້ອມໃນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme