Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມສະເພາະກິດຂອງຄະນະ ລັດຖະບານ – ລາວ ລາຍງານ ຍັງບໍ່ພົບຜູ່ຕິດເຊື້ອ Covid-19

Posted on 07/03/202008/03/2020 By All in LAOS No Comments on ກອງປະຊຸມສະເພາະກິດຂອງຄະນະ ລັດຖະບານ – ລາວ ລາຍງານ ຍັງບໍ່ພົບຜູ່ຕິດເຊື້ອ Covid-19

ລັດຖະບານ: ໃນຕອນເຊົ້າມື້ນີ້ ວັນທີ 6 ມີນາ 2020, ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມຮັບຟັງການລາຍງານ ສະພາບການລະບາດ ແລະມາດຕະການໃນການປ້ອງກັນ ແລະຄວບຄຸມພະຍາດ ອັກເສບປອດ ຈາກເຊື້ອຈຸລະໂລກ ໂຄໂລນາສາຍພັນໃໝ່ ຫລື Covid-19.

ເຂົ້າຮ່ວມກອງປະຊຸມ ມີທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະ ສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ໂຄໂລນາສາຍພັນໃໝ່ ຫລື COVID -19 ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານວິຊາການກ່ຽວຂ້ອງ.

ໃນໂອກາດນີ້, ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ , ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ໂຄໂລນາສາຍພັນໃໝ່ ຫລື COVID -19 ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ລາຍງານ ສະພາບການລະບາດ ແລະ ມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ວ່າ: ພະຍາດ COVID -19 ເກີດຂຶ້ນຢູ່ ສປ ຈີນ ແລະ ມີການລາຍງານຈາກຄະນະກໍາມະການຮັກສາສຸຂະພາບຂອງ ສປ ຈີນ ຢ່າງເປັນທາງການ ໃນວັນທີ 7 ທັນວາ 2019.

ພະຍາດດັ່ງກ່າວໄດ້ລະບາດຢ່າງໄວວາ ແລະ ແຜ່ລາມເປັນວົງກວ້າງໄປທົ່ວປະເທດຈີນ ແລະ ມາຮອດປະຈຸບັນ ກໍ່ມີການລະບາດຢູ່ຫລາຍປະເທດ, ຮອດເວລາ 6 ໂມງເຊົ້າວັນທີ 4 ມິນາ 2020, ທົ່ວໂລກມີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID -19 ແລ້ວຈໍານວນ 95.308 ກໍລະນີ, ເສຍຊີວິດ 3.285 ກໍລະນີ, ໃນນັ້ນຫລາຍກວ່າໝູ່ແມ່ນຢູ່ ສປ ຈີນ 80.409 ກໍລະນີ, ເສຍຊີວິດ 3.012 ກໍລະນີ.

ສະເພາຢູ່ ສປປ ລາວ ຜ່ານມາ ໄດ້ພົບກໍລະນີສົງໄສທັງໝົດ 53 ກໍລະນີ ແລະ ໄດ້ເອົາຕົວຢ່າງໄປກວດຊອກຫາເຊື້ອພະຍາດຢູ່ຫ້ອງວິເຄາະ ແຕ່ບໍ່ພົບຕິດພະຍາດ COVID -19. ເຖິງຢ່າງໃດກໍ່ຕາມ ,ເພື່ອປ້ອງກັນບໍ່ໃຫ້ເກີດມີກໍລະນີຜູ້ປັນພະຍາດ ແລະ ລະບາດຢູ່ປະເທດລາວເຮົາ, ພາຍໃຕ້ການຊີ້ນໍາຂອງລັດຖະບານ, ກະຊວງສາທາລະນະສຸກ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນມາດຕະການ ກະກຽມຄວາມພ້ອມໃນການຕອບໂຕ້ ຕໍ່ການລະບາດພະຍາດດັ່ງກ່າວ.

ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ເຖິງວຽກງານເຝົ້າລະວັງວ່າ: ຢູ່ຈຸດຜ່ານແດນ ແລະ ດ່ານສາກົນ ໄດ້ຕິດຕັ້ງກ້ອງວັດແທກອຸ່ນຫະພູມ Thermor Scan ເປັນຕົ້ນ ດ່ານຂົວມິດຕະພາບ1 ນະຄອນຫລວງວຽງຈັນ, ດ່ານຂົວມິດຕະພາບ 4 ແຂວງບໍ່ແກ້ວ, ດ່ານບໍ່ເຕັນ ແຂວງຫລວງນໍ້າທາ, ສະໜາມບິນຫລວງພະບາງ, ສະໜາມບິນສະຫວັນນະເຂດ, ສະໜາມບິນຈໍາປາສັກ ແລະ ສະໜາມບິນວັດໄຕ.

ພ້ອມນັ້ນ, ຍັງໄດ້ປະກອບເຄື່ອງວັດອຸ່ນຫະພູມແບບມືຖື (Infrared) ຢູ່ທຸກດ່ານສາກົນ ແລະ ບາງດ່ານທ້ອງຖິ່ນ ເຊັ່ນ: ດານປ່າຄາ, ດ່ານບ້ານມອມ, ດ້ານພູຫຼັກຄຳ, ພ້ອມທັງ ໄດ້ອົບຮົມພະນັກງານແພດໝໍໄປປະຈຳດ່ານ ເພື່ອກັ່ນກອງຜູ້ທີ່ເດີນທາງເຂົ້າມາລາວຢູ່ຕາມດ່ານຕ່າງໆເຫຼົ່ານັ້ນ. ນອກຈາກນັ້ນ, ກໍ່ຍັງໄດ້ກະກຽມຫ້ອງແຍກປ່ຽວໄລຍະລໍຖ້າສຳລັບຄົນທີ່ມີອາການເຂົ້າກັບນິຍາມພະຍາດ COVID -19 ແລະ ກະກຽມນຳສົ່ງກໍລະນີສົງໄສໄປໂຮງໝໍທີ່ກຳນົດໄວ້.

ສໍາລັບວຽກງານຕິດຕາມພາຍໃນປະເທດ ແມ່ນໄດ້ເປີດບໍລິການໂທລະສັບສາຍດ່ວນໝາຍເລກ 166 ແລະ IHR 020 54066777 ທີ່ສາມາດໃຫ້ຄຳປືກສາໄດ້ 24 ຊົ່ວໂມງ, ຕິດຕາມຢ່າງໃກ້ຊິດທຸກກໍລະນີທີ່ມີປະຫວັດສຳຜັດກັບຜູ້ທີ່ຢັ້ງຢືນການຕິດເຊື້ອ ພ້ອມທັງຜູ້ທີ່ເດີນທາງຈາກປະເທດທີ່ມີການລະບາດ, ຈັດສຳມະນາເພື່ອຍົກລະດັບລະບົບເຝົ້າລະວັງ ແລະ ໂຕ້ຕອບ COVID -19 ເພື່ອຮັບປະກັນລະບົບກັ່ນກອງຜູ້ສົງໄສຕາມນິຍາມທີ່ວາງອອກ, ຄວາມປອດໄພໃນການນຸ່ງເຄື່ອງປ້ອງກັນຕົວ (PPE), ການສອບສວນກໍລະນີສົງໄສ, ວິທີການເກັບຕົວຢ່າງ ແລະ ມາດຕະການອື່ນໆ, ໄດ້ໂທລະສັບຢ່າງໃກ້ຊິດກັບຜູ້ທີ່ມີປະຫວັດພົວພັນກັບຄົນເຈັບທີ່ເປັນພະຍາດ COVID -19 ທັງຄົນລາວ ແລະ ຕ່າງປະເທດ ຈໍານວນ 958 ຄົນຢ່າງຕໍ່ເນື່ອງເປັນເວລາ 14 ວັນ.

ມາຮອດປະຈຸບັນ, ທັງໝົດຄົນເຫລົ່ານີ້ ແມ່ນໄດ້ກາຍກຳນົດຂອງການຕິດຕາມແລ້ວ ແລະ ບໍ່ປາກົດມີອາການທີ່ກ່ຽວພັນກັບພະຍາດ COVID -19 ແຕ່ຢ່າງໃດ. ວຽກງານວິເຄາະຢັ້ງຢືນເຊື້ອພະຍາດ, ສູນວິເຄາະ ແລະ ລະບາດວິທະຍາ ແມ່ນຫ້ອງວິເຄາະຫລັກໃນການກວດຢັ້ງຢືນພະຍາດ COVID -19 ເປັນຫ້ອງວິເຄາະທີ່ຮັບຮອງຈາກອົງການອະນາໄມໂລກວ່າເປັນສູນໄຂ້ຫວັດແຫ່ງຊາດ ແລະ ໄດ້ຮັບການກວດສອບຄຸນນະພາບຈາກພາຍນອກ (EQA) ໃນການກວດ COVID -19, ຫ້ອງວິເຄາະສຳຮອງ ປັດສະເຕີລາວ, ເມຣີເອີ ແລະ ຫ້ອງວິເຄາະ LOMWRU ໂຮງໝໍມະໂຫສົດທີ່ຮ່ວມກັນໃນການກວດຢັ້ງຢືນພະຍາດ COVID -19 ພ້ອມທັງມີຊ່ຽວຊານອົງການອະນາໄມໂລກຕິດຕາມກວດກາຢ່າງໃກ້ຊິດ. ມາຮອດປະຈຸບັນ, ໄດ້ກວດຕົວຢ່າງທັງໝົດ 53 ຕົວຢ່າງ, ໂດຍທັງໝົດແມ່ນບໍ່ພົບເຊື້ອພະຍາດ COVID -19 ແຕ່ຢ່າງໃດ.

ວຽກງານປ້ອງກັນການຕິດເຊື້ອ ແລະ ຄຸ້ມຄອງກໍລະນີ, ການປະເມີນຄວາມພ້ອມຂອງໂຮງໝໍທົ່ວປະເທດລວມທັງ ໂຮງໝໍເອກະຊົນ, ຈັດອົບຮົມຄວາມກຽມພ້ອມໃຫ້ແພດໝໍ ແລະ ພະຍາບານໃນທົ່ວປະເທດກ່ຽວກັບການຄຸ້ມຄອງກໍລະນີ ແລະ ການປ້ອງກັນການຕິດເຊື້ອ ພ້ອມທັງປະກອບອຸປະກອນການແພດທີ່ຈຳເປັນຕ່າງໆ ເຊັ່ນ ຊຸດ PPE, ຜ້າອັດປາກ-ດັງ, ຈັດຕຽມຫ້ອງແຍກປ່ຽວກໍລະນີມີຄົນເຈັບທີ່ສົງໄສຕິດເຊື້ອ, ສ້າງລະບົບກັ່ນກອງຄົນເຈັບເພື່ອແຍກກວດຕ່າງຫາກ, ສະໜອງເຄື່ອງປ້ອງກັນການຕິດເຊື້ອ ແລະ ອຸປະກອນທີ່ຈຳເປັນສຳລັບຫ້ອງແຍກປ່ຽວ, ຢູ່ບັນດາໂຮງໝໍແຂວງ ແລະ ບາງເມືອງທີ່ມີຊາຍແດນຕິດກັບປະເທດໃກ້ຄຽງ,

ກະກຽມຫ້ອງແຍກປ່ຽວເພື່ອຮັບຮອງຄົນເຈັບທີ່ສົງໄສ, ຢູ່ຂັ້ນສູນກາງມີໂຮງໝໍມິດຕະພາບ, ໂຮງໝໍເສດຖາ, ໂຮງໝໍມະໂຫສົດ ແລະ ໂຮງໝໍ 103 ເປັນໂຮງໝໍຮອງຮັບຄົນເຈັບ ເພື່ອເຝົ້າລະວັງ ແລະ ຕິດຕາມ, ສຳລັບຢູ່ຂັ້ນແຂວງແມ່ນໂຮງໝໍແຂວງທຸກແຂວງ ແລະ ບາງໂຮງໝໍເມືອງທີ່ຢູ່ໃກ້ດ່ານກວດຄົນເຂົ້າເມືອງ, ສຳລັບການປີ່ນປົວຢູ່ຂັ້ນສູນກາງແມ່ນກຳນົດໂຮງໝໍ ມິດຕະພາບເປັນບ່ອນປິ່ນປົວ ຫາກມີກໍລະນີຕິດເຊື້ອ ແລະ ຢູ່ຂັ້ນແຂວງ ແມ່ນແນໃສ່ແຂວງທີ່ມີຄວາມສ່ຽງຫຼາຍເຊັ່ນ ໂຮງໝໍແຂວງຫຼວງນໍ້າທາ ແລະ ຫຼວງພະບາງ. ສຳລັບແຂວງອື່ນໆກໍ່ໃຫ້ສືບຕໍ່ກຽມພ້ອມ, ການຈັດກຽມລົດນຳສົ່ງຄົນເຈັບເພື່ອຮັບຄົນເຈັບກໍລະນີສົງໄສ ຫາໂຮງໝໍມິດຕະພາບ.

ປະຈຸບັນ ພວກເຮົາມີເຄື່ອງກວດວິເຄາະຢັ້ງຢືນພະຍາດ COVID -19 ຈໍານວນ 14 ເຄື່ອງ, ຕິດຕັ້ງກ້ອງວັດອຸ່ນຫະພູມຮ່າງກາຍ 8ເຄື່ອງ, ເຄື່ອງຊ່ວຍຫາຍໃຈ 20ເຄື່ອງ, ແລະ ຊຸດປ້ອງກັນພະຍາດ ຈໍານວນ 4.680ຊຸດ.

ພາບແລະຂ່າວ: ສນຍ

ຂໍ້ມູນກ່ຽວກັບ Covid-19 ແລະ ການປ້ອງກັນ

.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ປ້ອງກັນ Covid-19 ໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ສົກຮຽນ 2019-2020
Next Post: ເຈົ້າໜ້າທີ່ ນວ ຍຶດ ແລະ ທໍາລາຍພືດຜັກທີ່ລັກນໍາເຂົ້າຈໍານວນ 950 ກິໂລ

Related Posts

ເກີດເຫດລະເບີດຮຸນແຮງໃນເລບານອນ ສົ່ງຜົນເສຍຫາຍເປັນວົງກວ້າງ ຂ່າວສານບ້ານເມືອງ
ສຶກສາອົບຮົມ ແລະ ນໍາໃຊ້ມາດຕະການປັບໄໝ 3 ຮ້ານທີ່ລະເມີດຄໍາສັ່ງ 014/ສພກ.ນວ ຂ່າວສານບ້ານເມືອງ
ນໍ້າຖ້ວມເຂົ້າໃນນາປະຊາຊົນເມືອງເມິງເສຍຫາຍ 200ລ້ານກວ່າກີບ ຂ່າວສານບ້ານເມືອງ
ປະເທດລາວ…! ຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບ 2 ຂ່າວສານບ້ານເມືອງ
ລາວ ກວດຜູ່ສົງໄສ ຕິດເຊື້ອໄວຣັສໂຄໂຣນາ 11 ຄົນ, ຜົນອອກມາປອດເຊື້ອ! ທຸກໜ່ວຍງານ ສຸມໃສຕິດຕາມ ສະພາບການຢ່າງໃກ້ຊິດ ຂ່າວສານບ້ານເມືອງ
ຊຸນລະວຸນ ຢາກໄດ້ເງິນຫຼີ້ນບຸນກຸດຫວຽດ-ກຸດຈີນ ຈຶ່ງປະທ້ວງນາຍຈ້າງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme