Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ດ່ວນ! ທຄຕລ ອອກມາຊີ້ແຈ້ງກ່ຽວກັບຂ່າວລືທີ່ວ່າພະນັກງານຕິດເຊື້ອພະຍາດຈຸລາໂລກສາຍພັນໃໝ່ແລ້ວ

Posted on 06/03/202006/03/2020 By News No Comments on ດ່ວນ! ທຄຕລ ອອກມາຊີ້ແຈ້ງກ່ຽວກັບຂ່າວລືທີ່ວ່າພະນັກງານຕິດເຊື້ອພະຍາດຈຸລາໂລກສາຍພັນໃໝ່ແລ້ວ

ທຄຕລ ອອກມາຊີ້ແຈ້ງກ່ຽວກັບຂ່າວລືທີ່ວ່າພະນັກງານຕິດເຊື້ອພະຍາດຈຸລາໂລກສາຍພັນໃໝ່ນັ້ນແມ່ນບໍ່ມີມູນຄວາມຈິງ ເຊິ່ງພະນັກງານຜູ້ທີ່ມີລາຍຊື່ກັກຕົວ 14 ວັນກໍໄດ້ອອກມາໂພສ facebook ສ່ວນໂຕວ່າໂຕເອງແມ່ນບໍ່ໄດ້ມີເຊື້ອພະຍາດຕາມທີ່ເປັນຂ່າວລືນັ້ນ ທັງນີ້ທັງນັ້ນ ທຄຕລ ໄດ້ປະຕິດບັດຕາມນະໂຍບາຍການປ້ອງກັນການແຜ່ລະບາດຂອງໂຄວິດ-19 ເພື່ອຄວາມປອດໄພຂອງລູກຄ້າທີ່ມາໃຊ້ບໍລິການ ແລະ ພະນັກງານຂອງ ທຄຕລ ນັ້ນເອງ.

ສະບາຍດີ ທຸກທ່ານ,

ກ່ຽວກັບເອກະສານແຈ້ງການຂອງທະນາຄານການຄ້າຕ່າງປະເທດລາວ ທີ່ຮົ່ວໄຫລອອກໄປຂ້າງນອກນັ້ນ, ໄດ້ເຮັດໃຫ້ຫລາຍຄົນຕີຄວາມຫມາຍໄປຕ່າງໆນາໆ, ບາງຄົນກໍວ່າຂ້າພະເຈົ້າຕິດເຊື້ອໄວຣັສໂຄໂຣນາ. ຂ້າພະເຈົ້າຂໍແກ້ຂ່າວເດີ້ວ່າ ມັນບໍ່ແມ່ນຄວາມຈິງ.

ຂ້າພະເຈົ້າເປັນພຽງໄຂ້ຫວັດທຳມະດາ ພຽງແຕ່ 2-3 ມື້, ແລະ ຕອນນີ້ກໍເຊົາເປັນປົກກະຕິດີທຸກຢ່າງ. ເນື່ອງຈາກສະພາບອາກາດຊ່ວງນີ້ເລີ່ມປ່ຽນແປງ, ເຮັດໃຫ້ຫລາຍຄົນບໍ່ສະບາຍໄດ້. ຊ່ວງທີ່ເປັນຫວັດ ກໍໄດ້ໄປກວດຢູ່ໂຮງໝໍມາແລ້ວ ຂໍກວດໂຄໂຣນາ ຫມໍບອກວ່າ ຜູ້ທີ່ມີເຊື້ອໂຄໂຣນານັ້ນ ຈະມີ ຫວັດ ໄອ ຈາມ, ໄຂ້ສູງ 38-39 ອົງສາຂຶ້ນໄປ, ປວດກ້າມເນື້ອ, ເມື່ອຍ, ຫາຍໃຈຝືດ. ເຊິ່ງອາການຂອງຂ້າພະເຈົ້າມີແຕ່ຫວັດ, ແລະ ໄອ. ສ່ວນໄຂ້ນັ້ນ ຂຶ້ນຮອດແຕ່ 37.4 ເທົ່ານັ້ນ ເຊິ່ງເປັນໄຂ້ເບົາ ຫລື ອາດຈະເອີ້ນວ່າບໍ່ໄຂ້ຊໍ້າ. ມື້ທີ່ໄປກວດມີແຕ່ 36.4 ເທົ່ານັ້ນ, ຫມໍເລີຍໃຫ້ຢາດີຫວັດ ແລະ ຕ້ານເຊື້ອມາກິນ. ແລະ ບອກໃຫ້ກັບບ້ານເພື່ອຕິດຕາມອາການຢູ່ບ້ານ. ຖ້າກິນຢາແລ້ວບໍ່ເຊົາ, ຫລືໄຂ້ຂຶ້ນສູງຮອດ 39ອົງສາ ແລ້ວໃຫ້ກັບມາໂຮງຫມໍຄືນ. ແຕ່ພາຍຫລັງກິນຢາຈາກໝໍໄດ້ 2 ວັນ, ຫວັດ ແລະ ໄອ ກໍເຊົາ. ຕອນນີ້ກໍເປັນປົກກະຕິ 100% ແລ້ວ.

ທີ່ທາງທະນາຄານເຮັດແຈ້ງການອອກໃຫ້ຂ້າພະເຈົ້າພັກນັ້ນ ມັນເປັນມາດຕະການປ້ອງກັນໜຶ່ງຂອງອົງກອນຢ່າງເຂັ້ມງວດ. ໃຜທີ່ມີອາການໄຂ້ ຫວັດ ໄອ ຫລື ມາແຕ່ຕ່າງປະເທດ ທາງທະນາຄານເຮົາກໍມີມາດຕະການໃຫ້ບຸກຄົນດັ່ງກ່າວພັກຜ່ອນຕິດຕາມອາການຢູ່ບ້ານ ເປັນເວລາ 14 ວັນ ເພື່ອເປັນການປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງໃຫ້ແກ່ອົງກອນ ແລະ ສັງຄົມ, ເຊິ່ງຫຼາຍອົງກອນກໍເລີ່ມນໍາໃຊ້ມາດຕະການນີ້ເຊັ່ນກັນ. ເຊິ່ງຖ້າທຸກທ່ານອ່ານແຈ້ງການດັ່ງກ່າວໃຫ້ລະອຽດ ກໍຈະຮູ້ວ່າໃນແຈ້ງການລະບຸແຕ່ວ່າຂ້າພະເປັນເປັນໄຂ້ຫວັດ, ບໍ່ໄດ້ລະບຸວ່າຕິດເຊື້ອແຕ່ຢ່າງໃດ. ສ່ວນເລື່ອງທີ່ວ່າຄົນໃນຄອບຄົວຂ້າພະເຈົ້າມາແຕ່ຈີນໄດ້ 2 ອາທິດ ແລ້ວເຮັດໃຫ້ຂ້າພະເຈົ້າອາດຈະມີຄວາມສ່ຽງຕໍ່ເຊື້ອນັ້ນ ມັນບໍ່ແມ່ນຄວາມຈິງ, ເພາະທາງຄອບຄົວກັບມາລາວໄດ້ເປັນເດືອນປາຍແລ້ວ, ແລະ ພວກເຂົາກໍແຂງແຮງດີຫມົດທຸກຄົນ.

ເຊິ່ງຕໍ່ກັບບັນຫາດັ່ງກ່າວ ທາງທ່ານຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ກໍໄດ້ອອກຫນັງສືແຈ້ງການ ເພື່ອຊີ້ແຈງ ກ່ຽວກັບ ແຈ້ງການການລາພັກຕິດຕາມອາການຂອງພະນັກງານ ໃຫ້ສັງຄົມເຂົ້າໃຈຈະແຈ້ງຂຶ້ນຕື່ມ ແລະ ຢືນຢັນວ່າ ພະນັກງານການຄ້າທຸກຄົນທີ່ໄດ້ພັກຕິດຕາມອາການຢູ່ບ້ານນັ້ນ ບໍ່ໄດ້ມີໃຜຕິດເຊື້ອດັ່ງກ່າວເທື່ອ.

ສະນັ້ນ, ຂໍໃຫ້ທຸກຄົນທີ່ຮູ້ຂ່າວ ຫລື ອ່ານຂ່າວນັ້ນ ພິຈາລະນາຄວາມຈິງກ່ອນ ມີສະຕິຕໍ່ຂ່າວສານໃນໂລກອອນລາຍໃຫ້ຫຼາຍຂຶ້ນດ້ວຍ. ແລະ ກະລຸນາຢ່າເຜີຍແຜ່ຂ່າວທີ່ບໍ່ເປັນຄວາມຈິງ, ເພາະມັນຈະສົ່ງຜົນກະທົບດ້ານລົບ ຕໍ່ຫລາຍພາກສ່ວນ, ທັງຂ້າພະເຈົ້າເອງ, ຄອບຄົວ, ອົງກອນທີ່ຂ້າພະເຈົ້າສັງກັດຢູ່ ລວມທັງພາບລັກຂອງປະເທດເຮົາ ເພາະເລື່ອງໄວຣັສນີ້ ມັນເປັນເລື່ອງທີ່ຮ້າຍແຮງໃນປະຈຸບັນ. ສະຖານະການແບບນີ້ ແລະ ເຊື້ອໄວຣັສນີ້ໃຜກໍ່ຢ້ານຕິດ ແຕ່ເຮົາຕ້ອງມີສະຕິ ແລະ ເສບຂ່າວທີ່ເປັນຄວາມຈິງ.

ລົບກວນຊ່ວຍລຶບຂ່າວທີ່ບໍ່ເປັນຄວາມຈິງນັ້ນອອກໃຫ້ແດ່ ໃຜທີ່ປ່ອຍຂ່າວ.

ຊ່ວຍແຊຣ໌ໂພສນີ້ຕໍ່ໃຫ້ແນ່ເດີ້.

ຂອບໃຈຫຼາຍໆ.

ຂ່າວສານບ້ານເມືອງ

Post navigation

Previous Post: ປະ​ເທດ​ອີ​ຕາ​ລີຕາຍມື້ດຽວ 41 ຄົນ ອັງກິດພົບຜູ້ເສຍຊີວິດຄົນທໍາອິດຂອງປະເທດ
Next Post: ຂ່າວດີ! ແຈ້ງການປັບລາຄາຂາຍຍ່ອຍນໍ້າມັນລົງທົ່ວປະເທດ ເລີ່ມເວລາ 6:00 ວັນທີ່ 7 ມີນາ 2020

Related Posts

ແຈ້ງການ ຂອງຫ້ອງວ່າການແຂວງອຸດົມໄຊ ສືບຕໍ່ປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ການສ້າງທາງ ແລະເຄື່ອງມີກົນຈັກຕ່າງໆ ທີຫລວງພຣະບາງ ເມື່ອປີ 1957 ຂ່າວສານບ້ານເມືອງ
ຫວຍພັດທະນາເພີ່ມ ການລຸ້ນລາງວັນ ຂ່າວສານບ້ານເມືອງ
ລາຍງານຂ່າວ! ລາວພົບຜູ້ຕິດເຊື້ອ +14ຄົນ ຂ່າວສານບ້ານເມືອງ
ມອບລົດຈັກ 12 ຄັນ ທີ່ຄົນຮ້າຍ ລັ ກໄປ ຄືນເຈົ້າຂອງ ຂ່າວສານບ້ານເມືອງ
ລ້ຽງງົວພຽງ 4 ປີ ສາມາດສ້າງລາຍຮັບ ໄດ້ 100 ລ້ານກວ່າກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme