Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະ​ເທດ​ອີ​ຕາ​ລີຕາຍມື້ດຽວ 41 ຄົນ ອັງກິດພົບຜູ້ເສຍຊີວິດຄົນທໍາອິດຂອງປະເທດ

Posted on 06/03/202006/03/2020 By News No Comments on ປະ​ເທດ​ອີ​ຕາ​ລີຕາຍມື້ດຽວ 41 ຄົນ ອັງກິດພົບຜູ້ເສຍຊີວິດຄົນທໍາອິດຂອງປະເທດ
ผลการค้นหารูปภาพสำหรับ COVID19 in italy

ສຳ​ນັກ​ຂ່າວ ຢູໂຣບນິວ ລາຍ​ງານ​ວ່າ ສຳ​ນັກ​ງານ​ປ້ອງ​ກັນ​ພົນລະເຮືອນ​ຂອງ​ປະເທດ​ອິ​ຕາ​ລີ ເປີດ​ເຜີຍ​ວ່າ​ເມື່ອ​ມື້​ພ​ະ​ຫັດ ​ທີ່ 5 ມີນາ 2020 ທີ່ຜ່ານມາພົບ​ຜູ້​ເສຍຊີວິດ​ຈາກ​ການ​ຕິດ​ເຊື້ອ​ໂຄ​ວິດ​-19 ໃນ​ປະເທດ​ເພີ່ມ​ຂຶ້ນ​ອີກ 41 ຄົນ​ໃນ​ຊ່ວງ 24 ຊັ່ວ​ໂມງ​ທີ່​ຜ່ານມາເຮັດໃຫ້​ຈຳນວນ​ຜູ້​ຕິດເຊື້ອ​ລ່າ​ສຸດ​ຢູ່​ທີ່ 148 ຄົນ​ແລ້ວ

ผลการค้นหารูปภาพสำหรับ COVID19 in italy

ທ່ານ ແອງ​ເຈ​ໂລ ບໍ​ເຣນ​ລີ ຫົວ​ໜ້າ​ສຳ​ນັກ​ງານ​ປ້ອງ​ກັນ​ພົນລະເຮືອນ​ອິ​ຕາ​ລີກ່າວ​ວ່າ ຜູ້​ເສຍຊີວິດ​ທີ່​ພົບ​ໃໝ່ຢູ່ໃນ​ອາ​ຍຸ​ລະຫວ່າງ 66 – 99 ປີ ສ່ວນ​ໃຫຍ່​ມີ​ສະພາບ​ຮ່າງກາຍອ່ອນແອ ແລະ​ມີ​ບັນຫາ​ດ້ານສຸກຂະພາບ ຂະນະ​ດຽວ​ກັນ​ຍອດ​ຜູ້​ຕິດ​ເຊື້ອ​ສະ​ສົມ​ໃນ​ປະເທດ​ກໍ​ເພີ່ມ​ຂຶ້ນ​ເປັນ 3,858 ຄົນ​ແລ້ວ ໂດຍ 1,790 ຄົນ​ໃນ​ຈຳນວນ​ນີ້​ກຳ​ລັງ​ຖືຮັກສາ​ທີ່​ໂຮງ​ໝໍ ແລະ 351 ຄົນ​ຢູ່ໃນ​ຫ້ອງ​ໄອ​ຊີ​ຢູ

ผลการค้นหารูปภาพสำหรับ COVID19 in italy

ຜູ້​ເສຍຊີວິດ​ສ່ວນ​ໃຫຍ່​ຍັງ​ຄົງ​ຢູ່ໃນ​ພາກ​ເໜືອ​ຂອງ​ປະເທດ ໂດຍ​ມີຜູ້​ເສຍຊີວິດ​ເຖິງ 98 ຄົນ ແລະ ​ຜູ້​ປ່ວຍ​ອີກ 2,251 ຄົນ​ຢູ່ໃນ​ Lombardy ໃນຂະນະ​ທີ່​ໃນ Emilia-Romagna ມີ​ຜູ້​ເສຍຊີວິດ​ແລ້ວ 30 ຄົນ ​ແລະ ​ຕິດ​ເຊື້ອ​ອີກ 698 ຄົນ

ผลการค้นหารูปภาพสำหรับ COVID19 in italy

ລັດຖະບານ​ອິ​ຕາ​ລີ​ພະຍາຍາມ​ໃຊ້​ມາດ​ຕະ​ການ​ຕ່າງ​ໆ ເພື່ອ​ຮັບ​ມື​ກັບການ​ລະ​ບາດ​ຂອງ​ເຊື້ອ ໂດຍ​ລ່າ​ສຸດ​ໃນ​ມື້ພະຫັດ ພວກ​ເຂົາໄດ້​ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ຢູ່​ຫ່າງ​ຈາກ​ກັນ​ ແລະ​ ກັນ​ຢ່າງ​ນ້ອຍ 1 ແມັດ, ຈຳ​ກັດ​ການ​ເຂົ້າ​ບ້ານ​ພັກ​ຄົນ​ຊະລາ​ ແລະ​ ຜູ້​ປ່ວຍ ແລະ​ ຮຽກ​ຮ້ອງ​ໃຫ້​ຜູ້​ສູງໄ​ວ​ຢ່າ​ອອກ​ນອກ​ອາ​ຄານ​ໂດຍ​ບໍ່​ຈຳ​ເປັນ

ผลการค้นหารูปภาพสำหรับ COVID19 in italy

ໃນ​ພື້ນ​ທີ່​ອື່ນ​ໆ ໃນ​ຢູ​ໂຣບ ສະຖານນະການ​ການ​ລະ​ບາດ​ກໍ​ຍັງ​ບໍ່​ມີ​ທ່າ​ທີ​ສະຫງົບ​ລົງ ໂດຍ​ລາສະ​ອານາຈັກລາຍ​ງານ​ການ​ພົບ​ຜູ້​ເສຍຊີວິດ​ເພຣາະ​ໄວ​ຣັສ​ມໍລະນະ​ຕົວ​ນີ້​ເປັນຄົນ​ທໍາອິດ​ຂອງ​ປະເທດ​ແລ້ວ ເປັນ​ຊາຍ​ຊະລາ​ທີ່​ມີ​ບັນຫາ​ສຸກຂະພາບ​ຊຶ່ງ​ເຂົ້າ​ໂຮງໝໍ​ມື້ຄືນ​ວັນ​ພຸດ​ທີ່​ຜ່ານມາ ຂະນະ​ທີ່​ຜູ້​ຕິດ​ເຊື້ອ​ທົ່ວ​ປະເທດ​ລ່າ​ສຸດ​ຢູ່​ທີ່ 116 ຄົນ

ຂ່າວສານບ້ານເມືອງ

Post navigation

Previous Post: ປະຊາຊົນຮ່ວມໃຈກັນສ້າງຝາຍນໍ້າລົ້ນເພື່ອຮັບໃຊ້ການຜະລິດກະສິກໍາ
Next Post: ດ່ວນ! ທຄຕລ ອອກມາຊີ້ແຈ້ງກ່ຽວກັບຂ່າວລືທີ່ວ່າພະນັກງານຕິດເຊື້ອພະຍາດຈຸລາໂລກສາຍພັນໃໝ່ແລ້ວ

Related Posts

ຂ່າວໂຄວິດຕິດເຊື້ອເພີ່ມມື້ນີ້ 253ຄົນ ຂ່າວສານບ້ານເມືອງ
ປະກາດດ່ວນ! ຫາຍາດພີ່ນ້ອງຜູ່ເສຍຊີວິດ ອຸບັດຕິເຫດທີ່ບ້ານແກ້ງໂດນ ເມືອງສອງຄອນ ຂ່າວສານບ້ານເມືອງ
ໂຮງຮຽນ 303 ເປີດຊຸດອົບຮົມກໍ່ສ້າງນາຍສິບຕີພິເສດ ຊຸດທີ 30 ຂ່າວສານບ້ານເມືອງ
ດ່ວນ! ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງການປັບປຸງລາຄາ ຄ່າຂົນສົ່ງໂດຍສານ ທາງບົກ ທົ່ວປະເທດ ຂ່າວສານບ້ານເມືອງ
ຍັງແກ້ໄຂບໍ່ໄດ້ບັນຫາລົດຕິດ ຕິດແຕ່ດ່ານ ບໍ່ເຕັນຮອດນາເຕີຍ ຂ່າວສານບ້ານເມືອງ
ກະບະຕົກນໍ້າລີກ ເຈັບ 6 ເສຍຊີວິດ 1 ສູນຫາຍ 1 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme