Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫຼຸບວຽກງານມີຫຼາຍອັນພົ້ນເດັ່ນ, ພ້ອມປະກາດບົ່ງຕົວແຕ່ງຕັ້ງເລຂາ ໜ່ວຍພັກພະແນກໂຄສະນາ-ຂ່າວສານການເງິນ ແລະ ພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງແລະ ແມ່-ເດັກ

Posted on 06/03/202006/03/2020 By News No Comments on ສະຫຼຸບວຽກງານມີຫຼາຍອັນພົ້ນເດັ່ນ, ພ້ອມປະກາດບົ່ງຕົວແຕ່ງຕັ້ງເລຂາ ໜ່ວຍພັກພະແນກໂຄສະນາ-ຂ່າວສານການເງິນ ແລະ ພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງແລະ ແມ່-ເດັກ

ໃນວັນທີ 5 ມີນາ 2020 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ, ໄດ້ຈັດກອງປະຊຸມພະນັກງານ-ສະມາຊິກພັກ ຄັ້ງທີ I ຂອງໜ່ວຍພັກພະແນກໂຄສະນາ-ຂ່າວສານການເງິນ ແລະ ພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ. ພ້ອມດຽວກັນນີ້, ໄດ້ປະກາດບົ່ງຕົວແຕ່ງຕັ້ງສະຫາຍ ນາງ ສະຫວີວັນ ອຸປະໄຊ ເປັນເລຂາ ໜ່ວຍພັກ ແລະ ສະຫາຍ ນາງ ນາດມະນີ ລາດຊະຈັກ ເປັນຮອງເລຂາໜ່ວຍພັກ.

ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສົມບູນ ອິນທະປັດຖາ ກຳມະການພັກກະຊວງ ເລຂາຄະນະພັກຮາກຖານ ຫ້ອງການກະຊວງການເງິນ, ມີສະຫາຍ ຄໍາປິ່ນ ສີໂສພາວົງ ຮອງເລຂາໜ່ວຍພັກພະແນກໂຄສະນາ-ຂ່າວສານການເງິນ ແລະ ພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ມີຮອງເລຂາຄະນະພັກຮາກຖານຫ້ອງການກະຊວງ, ມີເລຂາໜ່ວຍພັກ, ມີສະມາຊິກພັກສົມບູນ, ສໍາຮອງ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ໜ່ວຍພັກພະແນກໂຄສະນາ-ຂ່າວສານການເງິນ ແລະ ພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ໃນໄລຍະຜ່ານມາໄດ້ມີຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາສະມາຊິກພັກ-ພະນັກງານພາຍໃນໜ່ວຍພັກໃຫ້ມີຄວາມໜັ້ກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດທີ່ວາງອອກ.

ຄຽງຄູ່ກັນນີ້, ຍັງໄດ້ຍົກສູງຄວາມສາມາດໃນການປະຕິບັດວຽກງານ, ສືບຕໍ່ກໍ່ສ້າງສະມາຊິກພັກສໍາຮອງ, ມະຫາຊົນກ້າວໜ້າທີ່ໄດ້ຮຽນສະໜັບສະໜູນຂອງພັກໃຫ້ໄດ້ຮຽນກົດລະບຽບຂອງພັກ ແລະ ເລື່ອນຂັ້ນຕໍ່ໄປບົນພື້ນ ຖານສອດຄ່ອງຕາມລະບຽບຂອງພັກຮັບປະກັນຄຸນນະພາບເປັນກົກ ແລະ ໃນຕໍ່ໜ້າຈະຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ, ຊຸກຍູ້ສະມາຊິກອົງການຈັດຕັ້ງມະຫາຊົນໃຫ້ເຄື່ອນໄຫວສອດຄ່ອງຕາມລະບຽບການ, ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ມີບັນຍາກາດໃໝ່ບົນພື້ນຖານການແຂ່ງຂັນປະຕິບັດຄໍາຂວັນຂອງສະຫະພັນກໍາມະບານ 3 ດີ 5 ເປັນເຈົ້າ, 3 ດີຂອງແມ່ຍິິິງ ແລະ 4 ບຸກຂອງຊາວໜຸ່ມ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍທໍາລາຍມ້າງເພຂອງກຸ່ມຄົນບໍ່ຫວັງດີ.

ພ້ອມກັນນັ້ນ, ຍັງມີຫຼາຍຜົນງານທີ່ພົ້ນເດັ່ນເປັນຕົ້ນ: ການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ເພື່ອສົ່ງເສີມວຽກງານໂຄສະນາ ແລະ ຂ່າວສານການເງິນຕາມພາລະບົດບາດຂອງຕົນ ແລະ ຂະຫຍາຍຕາໜ່າງຂ່າວ ສານການເງິນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ກວ້າງຂວາງທົ່ວເຖິງ ແລະ ທັນສະໄໝ, ສ້າງຜະລິດຕະພັນໂຄສະນາ ການເຄື່ອນໄຫວຂອງສື່ໂຄສະນາ-ຂ່າວສານຕ່າງໆຂອງກະຊວງການເງິນເພື່ອແຈກຢາຍ ແລະ ຈໍາໜ່າຍໜັງສືພິມການເງິນໃຫ້ພາກສ່ວນຕ່າງໆຢູ່ສູນກາງ ແລະ ທ້ອງຖິ່ນຢ່າງເປັນປົກກະຕິ, ຜະລິດຂ່າວທາງສື່ໜັງສືພິມ,ວິທະຍຸ, ໂທ ລະພາບ ແລະ Page Facebook ໂຄສະນາຂ່າວສານຂອງກະຊວງການເງິນ, ເວບໄຊ໌ຂອງກະຊວງການເງິນໃຫ້ມີຄຸນນະພາບທັນກັບສະພາບການ, ປະສານສົມທົບ, ແລກປ່ຽນບົດຮຽນກ່ຽວກັບວຽກງານຂໍ້ມູນຂ່າວສານກັບບັນດາສື່ມ່ວນຊົນຕ່າງໆໃຫ້ກວ້າງຂວາງ, ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ແລະ ແຜນຍຸດທະສາດກ່ຽວກັບວຽກງານຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ຄວາມສະເໝີພາບບົດບາດຍິງ-ຊາຍ ແລະ ອື່ນໆ.

ໃນກອງປະຊຸມພະນັກງານ-ສະມາຊິກພັກ ຄັ້ງທີ I ຂອງໜ່ວຍພັກພະແນກໂຄສະນາ-ຂ່າວສານການເງິນ ແລະ ພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ. ໄດ້ປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາໜ່ວຍພັກຊຸດໃໝ່, ໂດຍແຕ່ງຕັ້ງສະຫາຍ ນາງ ສະຫວີວັນ ອຸປະໄຊ ເປັນເລຂາໜ່ວຍພັກພະແນກໂຄສະນາ-ຂ່າວສານການເງິນ ແລະ ພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ສະຫາຍ ນາງ ນາດມະນີ ລາດຊະຈັກ ເປັນຮອງເລຂາໜ່ວຍພັກພະແນກໂຄສະນາ-ຂ່າວສານການເງິນ ແລະ ພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ທັງເປັນປະທານກວດກາໜ່ວຍພັກ ເພື່ອສືບຕໍ່ຊີ້ນໍາ-ນໍາພາບໍລິຫານວຽກງານຂອງໜ່ວຍພັກໃຫ້ໄດ້ຮັບຜົນສໍາເລັດ.

ໂອກາດດັ່ງກ່າວ, ສະຫາຍ ສົມບູນ ອິນຖະປັດຖາ ໄດ້ໃຫ້ການໂອ້ລົມ, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກຊຸດເກົ່າທີ່ໄດ້ນໍາພາ-ຊີ້ນໍາສະມາຊິກພັກພະນັກງານພາຍໃນໜ່ວຍພັກທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນງານ ແລະ ມີຜົນສໍາເລັດຫຼາຍດ້ານເປັນຕົ້ນ: ແມ່ນວຽກງານໂຄສະນາຂ່າວສານການເງິນ, ວຽກງານເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ. ຄຽງຄູ່ກັນນີ້, ໄດ້ເນັ້ນໃຫ້ຄະນະໜ່ວຍພັກໜ່ວຍ ຄະນະພະແນກ ສະມາຊິກພັກ ສືບຕໍ່ແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງຂອງກໍ່ຄືຂອງໜ່ວຍພັກ ໂດຍສະເພາະແມ່ນເນື້ອໃນໃນການສະເໜີຂ່າວສານການເງິນ, ການປະສານຊຸກຍູ້ສື່ມວນຊົນຕ່າງໆໃນການນໍາສະເໜີຂ່າວສານການເງິນ, ການຈັດຕັ້ງຜັນຂະຫຍາຍແຜນງານຂອງຄະນະກໍາມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກຢູ່ໃນກະຊວງກໍ່ຄືຂະແໜງການເງິນໃນຂອບເຂດທົ່ວປະເທດ, ຕ້ອງໄດ້ສືບຕໍ່ນໍາພາປັບປຸງ, ແກ້ໄຂ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກກໍ່ຄືຂອງທັງສອງພະແນກໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້.

ຂ່າວສານບ້ານເມືອງ

Post navigation

Previous Post: ອິຣ່ານເລີ່ມພັດທະນາວັກຊີນປ້ອງກັນໂຄວິດ-19 ແລະ ພ້ອມທີ່ຈະເລີ່ມຜະລິດຊຸດທົດສອບເປັນທີ່ຮຽບຮ້ອຍແລ້ວ
Next Post: ປະຊາຊົນຮ່ວມໃຈກັນສ້າງຝາຍນໍ້າລົ້ນເພື່ອຮັບໃຊ້ການຜະລິດກະສິກໍາ

Related Posts

ກູ້ໄພ 1625 ໄຊຍະບູລີ ລຸຍນໍ້າຊ່ວຍປະຊາຊົນ ເມືອງໄຊຍະບູລີ ຂ່າວສານບ້ານເມືອງ
ອົງການກວດສອບປະຈຳພາກເໜືອ ເຫັນລາຍຮັບບໍ່ມອບ 71 ຕື້ກວ່າກີບ ຂ່າວສານບ້ານເມືອງ
ຜົນສຳເລັດການພິຈາລະນາວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ຂ່າວສານບ້ານເມືອງ
ແ ຕ່ ງຕັ້ ງ ທ່ານ ບຸນຈັນ ສີວົງພັນ ເປັນເຈົ້າແຂວງຊຽງຂວາງຜູ້ໃຫມ່ ຂ່າວສານບ້ານເມືອງ
ລະວັງເດີ້! ລົດເສຍຫຼັກທີ່ທາງດ່ວນຕໍາຮາວຂ້າງທາງ ແລະ ນໍ້າມັນເຮ່ຍ ຖືກປັບໃໝ 19 ລ້ານກີບ ຂ່າວສານບ້ານເມືອງ
ບໍ່ແມ່ນລັກພາຕົວເດັກນ້ອຍ ແຕ່ແມ່ນຄະດີຕົ້ມຕຸນ ເຂົ້າ 4 ເປົາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme