ສໍານັກຂ່າວ ILNA ລາຍງານວ່າມະຫາວິທະຍາໄລຫຼາຍແຫ່ງລວມທັງມະຫາວິທະຍາໄລສຸຂະພາບຂອງອິຣ່ານໄດ້ເລີ່ມວິໃຈການຜະລິດຊຸດທົດສອບເພື່ອທີ່ພວກເຂົາຈະໄດ້ຮັບວັກຊີນທີ່ສົມບູນແບບໃນທີ່ສຸດ” DR. Jaleel Kouhpayezadeh ກ່າວ

ອິຣ່ານໄດ້ເລີ່ມວິໃຈທົດສອບເພື່ອຜະລິດວັກຊີນ ແຕ່ມັນເປັນຄວາມພະຍາຍາມທີ່ໃຊ້ເວລາດົນ ແຕ່ເຮົາຫວັງວ່າຈະໄດ້ຮັບຜົນລັບທີ່ຕ້ອງການໂດຍໄວທີ່ສຸດ” ທ່ານກ່າວເສີມ

Dr. Jaleel Kouhpayezadeh ກວ່າອີກວ່າການສຸຂະອານາໄມແມ່ນສິ່ງທີ່ສໍາຄັນໃນການປ້ອງກັນໂຄວິດ-19 ແລະການເກັບໂຕຢູ່ໃນເຮືອນເປັນອີກໜຶ່ງວິທີທີ່ສຳຄັນທີ່ສຸດໃນການຄວບຄຸມການແພ່ລະບາດຂອງໄວຣັສ ແລະ ຮຽກຮ້ອງໃຫ້ປະຊາຊົນຕິດຕາມເຝົ້າການແພ່ລະບາດຂອງໄວຣັສຊະນິດນີ້.

ອິຣ່ານເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດຈາກການລະບາດຂອງພະຍາດໂຄໂຣນາໄວຣັສແລະ ມີຜູ້ຕິດເຊື້ອພະຍາດໃປແລ້ວ 2,922 ຄົນ ມີຜູ້ເສຍຊີວິດ 92 ຄົນ