Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອົງການອະນາໄມໂລກເຕືອນທົ່ວໂລກອາດປະສົບພາວະອຸປະກອນທາງການແພດບໍ່ພຽງພໍເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ພ້ອມຮ້ອງຂໍໃຫ້ບໍລິສັດ ແລະ ລັດຖະບານແຕ່ລະປະເທດເລັ່ງຜະລິດອຸປະກອນທາງການແພດໃຫ້ພຽງພໍ

Posted on 05/03/202005/03/2020 By News No Comments on ອົງການອະນາໄມໂລກເຕືອນທົ່ວໂລກອາດປະສົບພາວະອຸປະກອນທາງການແພດບໍ່ພຽງພໍເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ພ້ອມຮ້ອງຂໍໃຫ້ບໍລິສັດ ແລະ ລັດຖະບານແຕ່ລະປະເທດເລັ່ງຜະລິດອຸປະກອນທາງການແພດໃຫ້ພຽງພໍ

ໃນວັນທີ 4 ມີນາ 2020 ອົງການ​ອະນາໄມ​ໂລກ​ໄດ້​ສະແດງ​ຄວາມ​ເປັນ​ຫ່ວງ​ໄປ​ຢັງ​ທົ່ວ​ໂລກ ຫຼັງ​ພົບ​ບັນຫາ​ການ​ຂາດແຄນ​ອຸປະກອນ​ທາງ​ການ​ແພດ​ທັງ​ຊຸດ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ໜ້າ​ກາກ​ ອີກ​ທັງ​ຍັງງ​ພົ​ບວ່າ​ລາ​ຄາ​ຂອງ​ສິນ​ຄ້າ​ທີ່​ກ່ຽວ​​ກັບ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ​-19 ເພີ່ມ​ສູງ​ຂຶ້ນ​ຢ່າງ​ໜ້າ​ຕົກ​ໃຈ ຈາກ​ຄວາມ​ຕ້ອງ​ການ​ທີ່​ເພີ່ມ​ຫລາຍ​ຂຶ້ນ ພ້ອມ​ກັນ​ນີ້​ຍັງ​ຮ້ອງ​ຂໍ​ໄປ​ຢັງ​ບໍລິສັດ​ຜູ້​ຜະລິດ​ອຸປະກອນ​ທາງ​ການ​ແພດທັງຫມົດ​ທັງ​ລັດຖະບານ​ຂອງ​ແຕ່​ລະ​ປະເທດໃຫ້​ເພີ່ມ​ກຳ​ລັງ​ການ​ຜະລິດ​ອຸປະກອນ​ທາງ​ການ​ແພດ​ໃຫ້​ໄດ້​ຮ້ອຍ​ລະ 40 ເພື່ອ​ໃຫ້​ພຽງ​ພໍ​ຕໍ່​ຄວາມ​ຕ້ອງ​ການ ​ແລະ​ ການ​ໃຊ້​ງານ ຫຼັງ​ພົ​ບວ່າ​ອັດຕາ​ການ​ເສຍຊີວິດ​ຂອງ​ພະຍາດ​ໂຄ​ວິດ​-19 ເພີ່ມ​ຫຼາຍ​ຂຶ້ນ​ຢ່າງ​ວ່ອງໄວ

ໃນວັນອັງຄານທີ່ຜ່ານມານີ້ ທະນາຄານສະຫະລັດ ໄດ້ປະກາດຫຼຸດຜ່ອນອັດຕາດອກເບ້ຍອີກຮ້ອຍລະ 0.5 ເປັນກໍລະນີສຸກເສີນ. ເພື່ອປ້ອງກັນບໍ່ໃຫ້ເສດຖະກິດໂລກຜະເຊີນສະພາວະຖົດຖອຍ ລວມທັງການປົກປ້ອງສະຫະລັດຈາກຜົນກະທົບຂອງພະຍາດCovid-19 ທີ່ອາດຈະສົ່ງຜົນກະທົບທາງລົບຕໍ່ເສດຖະກິດຫຼາຍກວ່າທີ່ຄາດໄວ້

ດ້ານ​ທ​ະນາ​ຄານ​ໂລກ​ໄດ້​ປະ​ກາດ​ຈະ​ອັດ​ສີດຫ​ງົບ​ປະ​ມານ​ກວ່າ 12,000 ລ້ານ​ໂດລາ ເພື່ອ​ຊ່ວຍ​ປະເທດ​ຕ່າງ​ໆ ຕໍ່ສູ້​ກັບ​ການ​ແພ່ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ​-19 ໂດຍ​ໃນ​ຂະນະ​ນີ້​ໄວ​ຣັສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ 2019 ຍັງ​ຄົງ​ແພ່​ລະ​ບາດ​ໜັກ​ໃນ​ເກົາ​ຫຼີ​ໃຕ້ ຍີ່​ປຸ່ນ ຢຸ​ໂຣບ ອີຣ່ານ ແລະ ​ສະ​ຫະລັດ​ອາ​ເມ​ລິ​ກາ ຂະນະ​ທີ່​ຍັງມີ​ອີກ​ຫຼາຍ​ປະເທດ​ທີ່​ຫາກໍ່​ພົບ​ຜູ້​ຕິດ​ເຊື້ອ​ຄົນທໍາອິດ ເຮັດໃຫ້​ໃນ​ເວລາ​ນີ້​ມີ​ປະເທດ​ທີ່​ພົບ​ຜູ້​ຕິດ​ເຊື້ອ​ເກືອບ 80 ປະເທດ​ທົ່ວ​ໂລກ​ແລ້ວ

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະສະເພາະກິດກວດເຂັ້ມງວດອຸນຫະພູມຮ່າງກາຍຂອງຜູ້ໂດຍສານສາຍການບິນ ເພື່ອປ້ອງກັນ COVID-19
Next Post: ຊາຍໜຸ່ມໃນທົ່ວແຂວງສະຫວັນະເຂດຈຳນວນ137ຄົນສະມັກໃຈເຂົ້າຮັບໃຊ້ຊາດ

Related Posts

ກອງພົນທີ 5 ມອບເງິນອຸດໜູນພັກການ ແລະ ເງິນອຸດໜູນເສຍຊີວິດ ຂ່າວສານບ້ານເມືອງ
ພາຊົມ ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຂ່າວສານບ້ານເມືອງ
ອຸຕຸເຕືອນ! ກຽມຮັບມືຝົນຕົກ ລົມພັດແຮງ​ ໄລຍະວັນທີ 19 ຫາ 25 ເມສານີ້ ຂ່າວສານບ້ານເມືອງ
ກຳມະການ ຄະນະປະຈໍາສະພາແຫ່ງຊາດ ລົງເຮັດວຽກຢູ່ ກອງບັນຊາການທະຫານແຂວງບໍ່ແກ້ວ ຂ່າວສານບ້ານເມືອງ
ລົດຂົນສົ່ງ 22 ລໍ້ຕົກເຫວທີ່ດອຍນໍ້ານາງ ເສຍຊີວິດ 2 ຄົນໃນ ຂ່າວສານບ້ານເມືອງ
ເກີດເຫດ! ພາຍຸພັດເຂົ້າ ບ້ານເລົ່າໂພຄຳ ເມືອງທ່າແຂກ ເສົາໄຟຫັກ ຫຼາຍກວ່າ 10ລັກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme