ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ອອກແຈ້ງການ ມື້ນີ້ ວັນທີ 4 ມີນາ 2020 ໃຫ້ສາຍການບິນສາກົນ ທີ່ຈະເຂົ້າມາ ສປປ ລາວ ໃຫ້ມີການກວດອຸນຫະພູມຮ່າງກາຍຂອງນັກບິນ, ພະນັກງານບໍລິການເທິງຍົນ ແລະ ຜູ້ໂດຍສານທຸກໆຄົນກ່ອນຂຶ້ນຍົນ.

ແຈ້ງການໄດ້ລະບຸວ່າ: ຖ້າພົບບຸກຄົນໃດມີໄຂ້ ແລະ ມີອາການເຂົ້າກັບນິຍາມທີ່ສົງໄສວ່າເປັນພະຍາດ COVID-19 ແມ່ນໃຫ້ປິ່ນປົວຢູ່ປະເທດຕົ້ນທາງກ່ອນຈົນກວ່າອາການຫາຍດີເປັນປົກກະຕິ ຈຶ່ງສາມາດເດີນທາງເຂົ້າມາ ສປປ ລາວ ໄດ້ ຕາມມາດຕະການຄວບຄຸມຂອງສາກົນວາງອອກ.

ສໍາລັບຜູ້ໂດຍສານເດີນທາງມາຮອດ ສປປ ລາວ ແລ້ວ ແຕ່ກວດວັດແທກອຸນຫະພູມຮ່າງກາຍພົບວ່າມີໄຂ້ ແລະ ມີອາການເຂົ້າກັບນິຍາມທີ່ສົງໄສວ່າເປັນພະຍາດ COVID-19 ແມ່ນຈະໄດ້ສົ່ງເຂົ້າໂຮງໝໍເພື່ອຕິດຕາມອາການ ແລະ ເກັບຕົວຢ່າງເພື່ອກວດວິເຄາະຊອກຫາເຊື້ອພະຍາດ COVID-19 ຕາມມາດຕະການຄວບຄຸມພະຍາດດັ່ງກ່າວຂອງ ສປປ ລາວ.

ສໍາລັບຜູ້ໂດຍສານເດີນທາງມາຮອດ ສປປ ລາວ ແລ້ວ ບໍ່ມີໄຂ້ ແລະ ບໍ່ມີອາການທີ່ເຂົ້າກັບນິຍາມທີ່ສົງໄສວ່າເປັນພະຍາດ COVID-19 ແມ່ນຈະໄດ້ແນະນໍາໃຫ້ຕິດຕາມອາການຂອງຕົນເອງ ແລະ ວັດແທກອຸນຫະພູມຮ່າງກາຍຂອງຕົນເອງທຸກມື້ເປັນເວລາ 14 ມື້ເຕັມ, ຖ້າຈໍາເປັນຕ້ອງອອກໄປຕາມສະຖານທີ່ສາທາລະນະ ແມ່ນຕ້ອງໃສ່ຜ້າອັດປາກ-ດັງ.
ຂໍຂອບໃຈພາບ: ເພັດໂພໄຊ
---------------
ຢ່າລືມກົດຕິດຕາມເພຈ All in LAOS
------------------------------