Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສາທາລະນະສຸກ ຢັ້ງຢືນວ່າ ບໍ່ສາມາດຕິດເຊື້ອພະຍາດໂຄວິດ-19 ຜ່ານການສຳຜັດທະນາບັດໄດ້ງ່າຍ

Posted on 04/03/202005/03/2020 By All in LAOS No Comments on ສາທາລະນະສຸກ ຢັ້ງຢືນວ່າ ບໍ່ສາມາດຕິດເຊື້ອພະຍາດໂຄວິດ-19 ຜ່ານການສຳຜັດທະນາບັດໄດ້ງ່າຍ

ລັດຖະມົນຕີກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ທຸກຄົນໃນສັງຄົມບໍລິໂພກຂໍ້ມູນຂ່າວສານຜ່ານທາງສື່ສັງຄົມອອນລາຍຢ່າງມີສະຕິ ໂດຍສະເພາະຂໍ້ມູນຂ່າວສານກ່ຽວກັບຊ່ອງທາງ ການຕິດເຊື້ອ ພະຍາດໂຄວິດ-19 ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ມີສື່ສັງຄົມອອນລາຍອອກຂ່າວຜ່ານທາງເຟກສບຸກວ່າ: ພະຍາດໂຄວິດ-19 ແມ່ນສາມາດຢູ່ນຳ ທະນາບັດໄດ້ເຖີງ 9 ວັນ, ເຊີ່ງສ້າງຄວາມວິຕົກກັງວົນໃນການດຳລົງຊີວິດຂອງຄົນໃນສັງຄົມຫລາຍສົມຄວນ.

ທ່ານຮອງສາດສະດາຈານ ດ໋ອກເຕີ. ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາ ທາລະນະສຸກໃຫ້ສຳພາດວ່າ: ຕໍ່ກັບເຫດການທີ່ເກີດຂື້ນ, ເຈົ້າຫນ້າທີ່ກ່ຽວຂ້ອງຂອງລາວ ໄດ້ປະສານສົມທົບກັບຜູ້ຊ່ຽວຊານດ້ານນີ້ໂດຍສະເພາະ ແລະ ໄດ້ຮັບການຢັ້ງຢືນວ່າ ພະຍາດໂຄວິດ-19 ຍັງບໍ່ຖືກຮັບການຮັບຮອງຢ່າງເປັນທາງການວ່າ ສາມາດຢູ່ນຳທະນາບັດໄດ້ເຖີງ 9 ວັນ ເພາະພະຍາດນີ້ຖ້າບໍ່ໄດ້ຢູ່ຮ່າງກາຍຂອງຄົນ ຫລື ສັດ ຈະສະຫລາຍໂຕ ຫລື ຕາຍ ໃນເວລາພຽງ 20 ນາທີ ເທົ່ານັ້ນ; ດັ່ງນັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ພະຍາດໂຄວິດ-19 ຈະສາມາດຝັງເຊື້ອຢູ່ໃນທະນາບັດເປັນໄລຍະເວລາ 9 ວັນ, ແຕ່ຖ້າຫາກພະຍາດນີ້ຈະສາມາດຕິດຕໍ່ຜ່ານ ທາງທະນາບັດໄດ້ ກໍ່ຕໍ່ເມື່ອຄົນທີ່ເປັນພະຍາດ ໂຄວິດ-19 ຈັບບາຍທະນາບັດ ແລ້ວສົ່ງຕໍ່ໃຫ້ອີກບຸກຄົນໜຶ່ງໂດຍກົງເທົ່ານັ້ນຈື່ງສາມາດຕິດໄດ້.

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດຕື່ມວ່າ: ໃນໄລຍະຜ່ານມາ, ໄດ້ມີສື່ສັງຄົມອອນລາຍພະຍາຍາມສ້າງກະແສປັ່ນປວນຫລາຍຄັ້ງກ່ຽວກັບຂ່າວລືວ່າ ຢູ່ລາວມີຄົນເປັນພະຍາດໂຄວິດ-19 ແລ້ວ ເປັນຕົ້ນ: ກໍລະນີພົບຜູ້ຕິດເຊື້ອພະຍາດໂຄວີດ-19 ຢູ່ໂຮງຫມໍມິດຕະພາບ, ແຂວງຜົ້ງສາລີ ລວມເຖີງຢູ່ ແຂວງສະຫວັນນະເຂດ, ຫລ້າສຸດແມ່ນເຫດການຢູ່ຕະຫລາດຊັງຈຽງ, ນະຄອນຫວງວຽງຈັນ ລວມເຖີງເຫດການອື່ນໆ ເຮັດໃຫ້ສັງຄົມເກີດຄວາມບໍ່ສະຫງົບ ແລະ ເກີດມີຫາງສຽງວິພາກວິຈານໄປທາງລົບຕໍ່ການປະຕິບັດຫນ້າທີ່ຂອງເຈົ້າຫນ້າທີ່ທີ່ກ່ຽວຂ້ອງຂອງລາວທີ່ກຳລັງປະຕິບັດຫນ້າທີ່ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດນີ້ຢ່າງແຂງແຮງ ຮຽກຮ້ອງໃຫ້ທຸກຄົນໃນສັງຄົມເຊື່ອຫມັ້ນ ຕໍ່ການປະຕິບັດຫນ້າທີ່ຂອງລາວ ເພາະທຸກໆການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການປ້ອງກັນ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນປະຕິບັດຕາມມາດຕະຖານດຽວກັນກັບສາກົນທຸກຂັ້ນຕອນ

ພ້ອມທັງເນັ້ນຫນັກໃຫ້ທຸກຄົນໃນສັງຄົມຫລີກລ່ຽງການເດີນທາງໄປເຂດທີ່ມີການລະບາດ ຂອງເຊື້ອພະຍາດ ແລະ ຊຸມຊົນແອອັດ, ຄວນໃສ່ຜ້າອັດປາກ, ຫລີກລ່ຽງການສຳຜັດຄົນທີ່ເປັນໄຂ້, ເປັນໄອ, ເຈັບຄໍ, ຫາຍໃຈຍາກ, ຫລີກລ່ຽງການສຳຜັດເປັນ ຫລື ຕາຍ ໂດຍສະເພາະສັດປ່າທຸກຊະນິດ, ຖ້າມີອາການເປັນໄຂ້, ເປັນໄອ ແລະ ຮູ້ ສຶກບໍ່ສະບາຍຄວນໄປພົບແພດໝໍ, ແລະ ໂດຍດ່ວນ ແລະ ຖ້າພົບເຫັນມີກໍລະນີສົງໃສວ່າບຸກຄົນໃດມີອາການຄ້າຍຄືເປັນພະຍາດດັ່ງກ່າວໃຫ້ໂທຫາສາຍດ່ວນໝາຍເລກ 166 ຫລື ໂທລະສັບໝາຍເລກ 020 54066777 ຕະຫລອດ 24 ຊົ່ວໂມງ.

ຂ່າວ: ເດດອາລຸນ ແກ້ວວິໄລວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ໂອ້ລົມ ກອງພົນທະຫານຮາບທີ 2
Next Post: ຄະນະສະເພາະກິດກວດເຂັ້ມງວດອຸນຫະພູມຮ່າງກາຍຂອງຜູ້ໂດຍສານສາຍການບິນ ເພື່ອປ້ອງກັນ COVID-19

Related Posts

ແຂວງຈຳປາສັກ ຫາລື ໂຄງການກໍ່ສ້າງ ຕົວເມືອງທັນສະໄໝ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວຕິດເຊື້ອ ໂ ຄ ວິ ດ ເພີ່ມ 2 ກໍລະນີ ຂ່າວສານບ້ານເມືອງ
ອຸບັດຕິເຫດ ຂັບຂີ່ລົດໃຫ່ຍ6ຫລໍເສຍຫຼັກຕຳໜ້າຜາ ຂ່າວສານບ້ານເມືອງ
ພິທີ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງເຈົ້າເມືອງ ແລະ ຮອງເຈົ້າເມືອງ ຊະນະຄາມ ປະຈໍາປີ 2019 ຂ່າວສານບ້ານເມືອງ
ເດີ່ນບິນໜອງຄ້າງສໍາເລັດແລ້ວ ກວ່າ 92 ເປີເຊັນ ຂ່າວສານບ້ານເມືອງ
ດ່ວນ…! ຄຳສັ່ງຂອງເຈົ້າແຂວງສະຫວັນນະເຂດວ່າດ້ວຍການປ້ອງກັນ ແລະ ຄວບຄຸມການລະບາດ ໂ ຄ ວິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme