Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ໂອ້ລົມ ກອງພົນທະຫານຮາບທີ 2

Posted on 04/03/202004/03/2020 By All in LAOS No Comments on ທ່ານນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ໂອ້ລົມ ກອງພົນທະຫານຮາບທີ 2

ໃນຕອນບ່າຍວັນທີ 04 ມິນາ 2020 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມຄະນະ ຈາກສູນກາງ ແລະ ການນຳແຂວງໄຊຍະບູລີ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ພົນທະຫານຮາບທີ 2 ທີ່ຫ້ອງປະຊຸມໃຫຍ່ ຂອງກອງພົນດັ່ງກ່າວ.


ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ສະພາບການເຄື່ອນໄຫວ, ຊີ້ນຳ-ບັນຊາ ແລະ ການປະຕິບັດວຽກງານວິຊາສະເພາະ ພາຍໃນກອງພົນທະຫານຮາບທີ 2 ຈາກທ່ານ ຫົວໜ້າກອງພົນທະຫານຮາບທີ 2.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ໝາກຜົນອັນພົ້ນເດັ່ນຂອງການປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່ ຕະຫຼອດໄລຍະ 45 ປີທີ່ຜ່ານມາ, ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ໃນປະຈຸບັນ ກໍ່ຄື ອະນາຄົດ, ປະຫວັດ ແລະ ສະພາບຈຸດພິເສດຂອງແຂວງໄຊຍະບູລີ, ມູນເຊື້ອອັນດີງາມຂອງກອງທັບ ໂດຍສະເພາະ ກອງພົນທະຫານຮາບທີ 2, ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງພັກ-ລັດຖະບານ ຕໍ່ການສ້າງ ແລະ ປັບປຸງກອງທັບ ໃຫ້ມີຄວາມເຕີບໃຫຍ່, ໜັກແໜ້ນ ແລະ ເຂັ້ມແຂງຮອບດ້ານ ຢ່າງບໍ່ຢຸດຢັ້ງ.


ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ນາຍ ແລະ ພົນທະຫານ ທົ່ວກອງ ພົນທະຫານຮາບທີ 2 ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຮໍ່າຮຽນນ້ຳໃຈວິລະຊົນ, ນ້ຳໃຈພິລະອາດຫານ, ມູນ ເຊື້ອຂອງກອງທັບ, ເຊື່ອມຊຶມແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ; ເອົາໃຈໃສ່ຝຶກແອບວິ ຊາສະເພາະ ໃຫ້ມີຄວາມຊຳນິຊຳນານ, ມີຄວາມພ້ອມ ຢູ່ສະເໝີ ໂດຍສະເພາະ ສິນລະປະຍຸດ-ຍຸດທະວິທີ; ເຂັ້ມງວດ ໃນການປະຕິບັດລະບຽບວິໄນ, ຕ້ອງລົງເຮັດວຽກຮາກຖານ, ເຂົ້າຮ່ວມຂະບວນການພັດທະນາຂອງປະຊາຊົນ ໃຫ້ເລິກເຊິ່ງເຖິງຖອງ, ກຳຮາກຖານ ໃຫ້ໄດ້ຢ່າງຮອບດ້ານ, ມີຄວາມສາມັກຄີເປັນປຶກແຜ່ນ, ເປັນນ້ຳໜຶ່ງໃຈດຽວກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດຫຼັກການເຮັດວຽກແບບລວມສູນປະຊາທິປະໄຕ ຂັ້ນລຸ່ມຕ້ອງປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງ, ມີການປຶກສາຫາລືກັນ, ແບ່ງງານ, ແບ່ງຄວາມຮັບຜິດຊອບ, ເຮັດຫຼ້ອນໜ້າທີ່, ເປັນແບບຢ່າງໃຫ້ຂັ້ນລຸ່ມ, ເປັນແບບຢ່າງໃຫ້ປະຊາຊົນ ຢ່າງແທ້ຈິງ.

ພ້ອມກັນນັ້ນ, ຍັງໄດ້ຊີ້ນຳແຂວງ ໃຫ້ເອົາໃຈໃສ່ນໍາໃຊ້ທ່າແຮງຂອງແຂວງໄຊຍະບູລີ ທີ່ເປັນແຂວງມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ໃຫ້ເກີດປະຜົນປະໂຫຍດສູງສຸດ ໂດຍມີການສ້າງແຜນ ໃຫ້ແທດກັບຕົວຈິງ, ເອົາໃຈໃສ່ພັດທະນາວຽກງານການທ່ອງທ່ຽວ, ຮັກສາຮີດຄອງປະເພນີ ແລະ ປົກປັກຮັກສາປ່າໄມ້-ສັດນໍ້າສັດປ່າ ໃຫ້ຍືນຍົງ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ການນໍາໃຊ້ສື່ອອນລາຍຕ່າງໆໃຫ້ເກີດປະໂຫຍດ ແລະ ຖືກຕ້ອງ, ຕ້ອງມີນໍ້າໃຈຮັກຊາດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.


ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງໃຫ້ກອງພົນທະຫານຮາບທີ 2 ຕື່ມອີກ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຫານ ຂອງກອງພົນ.

ຂ່າວ;ພາບ: ກົມປະຊາສຳພັນ ສນຍ

ຂ່າວສານບ້ານເມືອງ

Post navigation

Previous Post: ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ
Next Post: ສາທາລະນະສຸກ ຢັ້ງຢືນວ່າ ບໍ່ສາມາດຕິດເຊື້ອພະຍາດໂຄວິດ-19 ຜ່ານການສຳຜັດທະນາບັດໄດ້ງ່າຍ

Related Posts

ນໍ້າມັນລົງມື້ນີ້ ນະຄອນຫຼວງວຽງຈັນ ມີ 59 ປ້ຳທີ່ເປີດໃຫ້ບໍລິການ ວັນທີ 8 ມິຖຸນາ 2022​ ຂ່າວສານບ້ານເມືອງ
ເປີດແລ້ວ! ໂຮງໝໍກະເສມລາດ ທັນສະໄໝ ພ້ອມໃຫ້ບໍລິການ ຂ່າວສານບ້ານເມືອງ
ຂ່າວດ່ວນ! ພົບຜູ້ຕິດເຊື້ອເພີ່ມມື້ນີ້ +19ຄົນ ຂ່າວສານບ້ານເມືອງ
ອຸຕຸເຕືອນ! ກຽມຮັບມື 11-14 ມີນາ ພາຍຸຈະເຂົ້າ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ຂ່າວສານບ້ານເມືອງ
ເມືອງນ້ຳບາກ ທຳ ລ າ ຍ ຢາງພາລາ ທີ່ມີສິ່ງເຈືອປົນ ຂ່າວສານບ້ານເມືອງ
ເມືອງປາກລາຍ ມ້າງລາຍຄະດີຜູ່ປອມແປງເງິນຕາ ຫຼື ນຳໃຊ້ເງິນກີບປອມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme