ໃນວັນທີ 04 ມີນາ 2020, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມປຶກສາຫາລື ການເມືອງ-ຄວາມໝັ້ນຄົງ ລາວ ແລະ ຍີ່ປຸ່ນ ຄັ້ງທີ 3 ລະດັບຫົວໜ້າກົມ-ຮອງຫົວໜ້າກົມ ລະຫວ່າງ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ຍີ່ປຸ່ນ.
ເຂົ້າຮ່ວມກອງປະຊຸມ, ຝ່າຍລາວນຳໂດຍທ່ານ ບຸນທະນົງສັກ ຈັນທະລາດ, ຮັກສາການຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນຫົວໜ້າຄະນະ ແລະ ຝ່າຍຍີ່ປຸ່ນ ນຳໂດຍທ່ານ ISHIKAWA Hiroshi, ຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ ແລະ ຕາເວັນຕົກສ່ຽງໃຕ້, ກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ ເປັນຫົວໜ້າຄະນະ.
ກອງປະຊຸມຄັ້ງນີ້ ໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືໃນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ຊຶ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ພາຍຫຼັງທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 05 ມີນາ 1955.
ກອງປະຊຸມ ໄດ້ປຶກສາຫາລືເພື່ອສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຈັດບັນດາກິດຈະກໍາສະເຫຼີມສະຫຼອງ ວັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 65 ປີ ແລະ 05 ປີ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ; ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ; ສືບຕໍ່ພິຈາລະນາ ແລະ ຊຸກຍູ້ການເປີດຖ້ຽວບິນໂດຍກົງ ວຽງຈັນ-ຄຸມາໂມໂຕະ.
ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືເພື່ອສືບຕໍ່ຮ່ວມມືກັນຢ່າງສະໜິດແໜ້ນ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາເອກະສານ ແລະ ຜົນການຕົກລົງກັນຂອງບັນດາການນໍາລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບໝາກຜົນຕາມຄາດໝາຍ, ເປັນຕົ້ນ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ ທີ່ໄດ້ຮັບການລົງນາມໃນເດືອນຕຸລາ 2019 ຜ່ານມາ ທີ່ ໂຕກຽວ ແລະ ອື່ນໆ; ຕີລາຄາຄືນການຮ່ວມມືດ້ານຄວາມໝັ້ນຄົງ ໃນໄລຍະ 03 ປີ ຜ່ານມາ ເປັນຕົ້ນແມ່ນການຊ່ວຍເຫຼືອຂອງ ຍີ່ປຸ່ນ ໃນດ້ານມະນຸດສະທໍາ ແລະ ການບັນເທົາທຸກໄພພິບັດ, ການເກັບກູ້ລະເບີດບໍ່ທັນແຕກ, ການພັດທະນາຊັບພະຍາກອນມະນຸດ.
ນອກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ການຮ່ວມມືໃນຂອບແມ່ນໍ້າຂອງ-ຍີ່ປຸ່ນ ແລະ ສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ຂ່າວ,ພາບ: ກົມຂ່າວ ກະຊວງການຕ່າງປະເທດ