ລັດຖະບານເກົາຫຼີທຸ່ມງົບປະມານແສນລ້ານສູ້ກັບໂຄວິດ-19 ດ້ານແຮງງານຜິດກົດໝາຍໃນເກົາຫຼີໃຕ້ຕ່າງເຂົ້າລາຍງານຕົວເພື່ອສະແດງຄວາມຈຳນົງກັບປະເທດ ໂດຍສະເພາະເເຮງງານຈາກຈີນ ແລະ ໄທ ຫຼັງໂຄວິດ-19 ລະບາດ

ມຸນແຈອິນ ປະທານາທິບໍດີເກົາຫຼີໃຕ້ກ່າວວ່າ ຕອນນີ້ເກົາຫຼີໃຕ້ຢູ່ໃນສະພາວະສົງຄາມກັບເຊື້ອໄວຣັສໂຄວິດ-19 ຫຼັງຈາກລັດຖະບານປະກາດມາດຕະການການປ້ອງກັນຂັ້ນສູງສຸດ ເພື່ອປ້ອງກັນການລະບາດຂອງເຊື້ອໄວຣັສ ທັງນີ້ລັດຖະບານເກົາຫຼີໃຕ້ໄດ້ອະນຸມັດຕິຫງົບປະມານກວ່າ 30 ລ້ານລ້ານວອນ ເປັນຫງົບປະມານທີ່ໃຊ້ໃນການຄວບຄຸມການແພ່ລະບາດຂອງໂຄວິດ-19
ທັງນີ້ປະທານາທິບໍດີເກົາຫຼີໃຕ້ປະກາດໃຫ້ໜ່ວຍງານຂອງລັດທຸກໜ່ວຍຕ້ອງຕຽມພ້ອມຮັບມືກັບສະຖານນະການສຸກເສີນ 24 ຊົ່ວໂມງ. ທາງການເກົາຫຼີໃຕ້ລາຍງານວ່າເມື່ອວັນທີ 3 ມີນາ 2020 ທີ່ຜ່ານມາພົບຜູ້ຕິດເຊື້ອເພີ່ມອີກ 477 ຄົນ ເຮັດໃຫ້ມີຢອດຜູ້ຕິດເຊື້ອທັງໝົດໃນປະເທດແລ້ວ 4,812 ຄົນ ຂະນະທີ່ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 28 ຄົນ.

ກະຊວງສາທາລະນະສຸກ ແລະ ສະຫວັດດິການສັງຄົມລະບຸວ່າ ຜູ້ຕິດເຊື້ອກວ່າ 3,600 ຄົນນັ້ນມມາຈາກເມືອງແດກູ ແລະອີກເກືອບ 700 ຄົນຢູ່ໃນພື້ນທີ່ທາງຕອນ ເໜືອຂອງແຂວງກຽງຊັງ ຂະນະທີ່ກະຊວງປ້ອງກັນຊາດຂອງເກົາຫຼີໃຕ້ລາຍງານພົບ ສະມາຊິກໃນກອງທັບເກົາຫຼີ ຕິດເຊື້ອໂຄວິດ-19 ເພີ່ມອີກ 3 ຄົນ ທັງຫມົດແລ້ວມີສະມາຊິກກອງທັບຕິດເຊື້ອແລ້ວ 31 ຄົນ
