Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາອຸ ງານເຂົ້າເຈີ! ຜູ້ຕິດເຊື້ອໂຄວິດ-19 ຄົນທໍາອິດ ແຖມປິດບັງວ່າເຄີຍໄປອິຣ່ານກ່ອນກັບປະເທດ

Posted on 03/03/202003/03/2020 By News No Comments on ຊາອຸ ງານເຂົ້າເຈີ! ຜູ້ຕິດເຊື້ອໂຄວິດ-19 ຄົນທໍາອິດ ແຖມປິດບັງວ່າເຄີຍໄປອິຣ່ານກ່ອນກັບປະເທດ

ຊາ​ອຸ ເພສ ເອເຈນຊີ ສື່​ທາງ​ການ​ຂອງ​ຊາ​ອຸ​ດີ​ອາ​ຣະ​ເບຍ ລາຍ​ງານ​ວ່າ ກະ​ຊວງ​ສາທາລະນະສຸກ​ແຫ່ງ​ຊາດຂອງຊາ​ອຸ​ ປະ​ກາດ​ໃນ​ມື້​ຈັນ​ທີ່ 2 ມີນາ 2020 ວ່າ​ຜົນ​ກວດ​ຈາກ​ຫ້ອງ​ທົດລອງ​ຢືນຢັນ​ການ​ພົບ​ຜູ້​ຕິດ​ເຊື້ອ​ໄວ​ຣັສໂຄ​ໂຣ​ນາ​ສາຍ​ພັນ​​ໃໝ່ ຫລື ໂຄ​ວິດ​-19 ຄົນທໍາອິດ​ຂອງ​ປະເທດ ໂດຍ​ເປັນ​ພົນລະເມືອງ​ຊາຍ​ທີ່​ເດີນທາງ​ກັບ​ມາ​ຈາກ​ອີ​ຣ່ານ ຜ່ານ​ລາຊາ​ອານາຈັກ​ບາ​​ເຣນ

ກະ​ຊວງ​ສາທາລະນະສຸກ​ຢືນຢັນ​ດ້ວຍ​ວ່າ ຜູ້​ຕິດ​ເຊື້ອ​ຄົນ​ນີ້​ບໍ່​ຍອມ​ເປີດ​ເຜີຍ​ຕອນ​ເດີນທາງ​ມາ​ເຖິງ​ຊາ​ອຸ​ ວ່າ​ໄປ​ອິີຣ່ານ​ມາ​ດ້ວຍ ອີ​ຣ່ານ​ເປັນ​ປະເທດ​ທີ່​ໄວ​ຣັສ​ໂຄ​ວິດ​-19 ແພ່​ລະ​ບາດ​ໜັກ​ທີ່ສຸດ​ໃນ​ຕະເວັນ​ອອກ​ກາງ ແລະ ​ມີ​ຜູ້​ເສຍຊີວິດ​ແລ້ວ​ເຖີງ 66 ຄົນ ຫລາຍ​ທີ່ສຸດ​ຮອງ​ຈາກ​ປະເທດ​ຈີນ​ຊຶ່ງ​ເປັນ​ຈຸດ​ກຳ​ເນີດ​ເຊື້ອ

ผลการค้นหารูปภาพสำหรับ corona in iran

“ພາຍໃຕ້​ກອບ​ມາ​ດຕະການ​ປ້ອງ​ກັນ​ໄວ້​ກ່ອນ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່ທາງ​ກະ​ຊວງ​ໄດ້​ສົ່ງ​ທີມ​ຄວບ​ຄຸມ​ການ​ຕິດ​ເຊື້ອ​ໄປ​ກວດ​ສອບ​ພົນລະເມືອງ​ຄົນ​ນີ້​ທັນ​ທີ ແລະ ​ເກັບ​ຕົວ​ຢ່າງ​ສົ່ງ​ໄປ​ຢັງ​ຫ້ອງ​ທົດລອງ ຊຶ່ງ​ຕົວ​ຢ່າງ​ຢືນຢັນ​ວ່າ ຊາຍ​ຄົນ​ນີ້​ຕິດ​ເຊື້ອ​ໄວ​ຣັສ​ດັ່ງ​ກ່າວ” ກະ​ຊວງ​ສາທາລະນະສຸກ​ຊາ​ອຸ​ ຢ່າງໃດ​ກໍ​ຕາມ ກະ​ຊວງ​ສາທາລະນະສຸກ​ພະຍາຍາມ​ສ້າງ​ຄວາມຫມັ້ນ​ໃຈ​ກັບ​ປະຊາຊົນ​ບໍ່​ໃຫ້​ກັງ​ວົນ​ເລື່ອງ​ການ​ແພ່​ກະ​ຈາຍ​ຂອງ​ເຊື້ອ ໂດຍ​ລະ​ບຸ​ວ່າ​ຜູ້​ຕິດ​ເຊື້ອຄົນ​ນີ້​ຖືກ​ແຢກ​ດ່ຽວ​ທີ່​ໂຮງ​ໝໍ​ແລ້ວທັງໝົດ​ທັງ​ຫາ​ຕົວ​ຜູ້​ຕິດ​ຕໍ່​ກັບ​ຊາຍ​ຄົນ​ນີ້​ໄດ້​ທັງ​ໝົດ​ແລ້ວ ຊຶ່ງ​ມີ​ການ​ເກັບ​ຕົວ​ຢ່າງ​ຈາກ​ຄົນ​ເຫຼົ່າ​ນີ້​ໄປ​ກວດ​ສອບ​ທີ່​ສູນ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ​ແຫ່ງ​ຊາດ​ແລ້ວ.

ผลการค้นหารูปภาพสำหรับ corona in iran
ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 82 ຂອງຄະນະກຳມາທິການຂົນສົ່ງທາງບົກ (Inland Transport Committee ITC) ອົງການສະຫະປະຊາຊາດປະຈໍາ ເອີຣົບ (UNECE) ທີ່ເຊີແນວ, ປະເທດສະວິດ
Next Post: ລາມໄປ 73 ປະເທດແລ້ວ! ຍອດຜູ່ເສຍຊີວິດ 3118 ຄົນ! ຕິດເຊື້ອ 90980 ຄົນ – Covid-19 ວັນທີ 3 ມີນາ 2020

Related Posts

ແຂວງຜົ້ງສາລີ ມອບ – ຮັບ ໜ້າທີລະຫ່ວາງຮອງເຈົ້າແຂວງຜູ້ເກົ່າ ແລະ ຜູ້ໃໝ່ ຂ່າວສານບ້ານເມືອງ
ໄຟໄໝ້ເຮືອນກ້ຽງ 1 ຫຼັງ ທີ່ບ້ານນາໄຮ ເມືອງໄຊຍະບູລີ ຂ່າວສານບ້ານເມືອງ
ແຈ້ງຂ່າວ ທາງພູເກົ້າຫຼັກດິນເຈື່ອນຕັນທາງ ຂ່າວສານບ້ານເມືອງ
ຂົວຫ້ວຍກະເພີຫັກອີກແລ້ວ (ມີຄລິບ) ຂ່າວສານບ້ານເມືອງ
ປະຊາຊົນບ້ານຫ້ວຍດຳໃໝ່ ໄດ້ຮຽນຮູ້ເຕັກນິກການປູກເຫັດນາງຟ້າ-ນາງລົມ ຂ່າວສານບ້ານເມືອງ
ແຊດ່ວນ ປັບລາຄານໍ້າມັນລົງທຸກປະເພດ ເລີ່ມ 15 ກໍລະກົດ 2022 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme