ກູ້ໄພລາຍງານໃຫ້ຮູ້ວ່າ: ໄດ້ມີການປີດເສັ້ນທາງການສັນຈອນບ້ານສ້າງເຫວີຍເສັ້ນຫາດອນນົກຂຸ້ມ ເພາະເວລາ20:30 ວັນທີ 02/03/2020 ທີ່ບ້ານວັດສ້າງເຫວີຍເມືອງສີສັດຕະນາກ ນະຄອນຫຼວງວຽງຈັນເກີດເຫດຟ້າລົມຝົນຕົກ ພາຍຸລົມແຮງເຮັດໃຫ້ນຕົ້ນໄມ້ຂະໜາດໃຫຍ່ ທີ່ປູກໄວ້ຫຼາຍສີບປີ ຫັກລົງມາ ຢູ່ວັດສ້າງເຫວີຍ

ຕົ້ນໄມ້ໄດ້ທັບເອົາລົດໃຫຍ່ຈອດຂ້າງທາງແລະທັບກວມທາງ ປາຍໄມ້ທັບເອົາສາຍໄຟແລະເຮືອນຂອງປະຊາຊົນ ທີ່ກຳລັງນັ່ງກີນເຂົ້າຊຸມກັນ

ເຫດດັ່ງກ່າວເຮັດໃຫ້ມີຄົນບາດເຈັບ1ຄົນເປັນເພດຊາຍບາດເຈັບເລັກນ້ອຍຫົວແຕກແລະເຮັດໃຫ້ບ້ານເຮືອນປະຊາຊົນເສຍຫາຍ

ສະນັ້ນເຮົາຈື່ງລົງຂ່າວຫາກທ່ານມີວຽກໃຊ້ເສັ້ນທາງນີ້ໃຫ້ຫຼີກລ້ຽງໄປກ່ອນ
ຂໍຂອບໃຈ
ໜ່ວຍກູ້ໄພຊ່ວຍເຫຼືອແລະບັນເທົາທຸກພວມປະຕີບັດຫນ້າທີ່







ຂໍໃຫ້ທຸກຄົນປອດໄພ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີແຈ້ງເຕືອນໄລຍະວັນທີ 2 ຫາ 5 ມີນາ 2020 ແມ່ນຈະມີສະພາບອາກາດປ່ຽນແປງໄວ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ດັ່ງນັ້ນຈິ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ໃຫ້ຢູ່ຫ່າງໄກຈາກຕົ້ນໄມ້ໃຫ່ຍ, ສິ່ງປຸກສ້າງທີ່ບໍ່ທັນສໍາເລັດ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ.


