Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົມ-ຝົນ-ໝາກເຫັບ ຖະຫລົ່ມເຂດເມືອງສັງທອງ ເສຍຫາຍໜັກ! 2/3/2020

Posted on 02/03/202002/03/2020 By All in LAOS No Comments on ລົມ-ຝົນ-ໝາກເຫັບ ຖະຫລົ່ມເຂດເມືອງສັງທອງ ເສຍຫາຍໜັກ! 2/3/2020

ລາຍງານຈາກປະຊາຊົນວ່າ ໃນວັນທີ 2 ມີນາ 2020 ເວລາປະມານ 17:00 ໂມງ ໄດ້ມີພາຍຸລະດູຮ້ອນພັດເຂົ້າຖະຫລົ່ມເຂດເມືອງສັງທອງ, ນະຄອນຫລວງວຽງຈັນ

ຊຶ່ງມີທັງລົມພັດແຮງ ແລະຫມາກເຫັບຕົກ ສ້າງຄວາມເສຍຫາຍແກ່ບ້ານເຮືອນ ຮ້ານຄ້າຂອງປະຊາຊົນ ເປັນຈຳນວນຫລາຍ ບໍ່ມີລາຍງານຜູ້ໄດ້ຮັບບາດຈັບ ສ່ວນລາຍລະອຽດຄວາມເສຍຫາຍຈະລາຍງານຕື່ມພາຍຫລັງ

ເຊິ່ງຕອນເຊົ້າ ວັນທີ່ 2/3/2020 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ມີແຈ້ງເຕືອນໄລຍະ ວ່າວັນທີ 2 ຫາ 5 ມີນາ 2020 ແມ່ນຈະມີສະພາບອາກາດປ່ຽນແປງໄວ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນຈິ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ໃຫ້ຢູ່ຫ່າງໄກຈາກຕົ້ນໄມ້ໃຫ່ຍ, ສິ່ງປຸກສ້າງທີ່ບໍ່ທັນສໍາເລັດ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ.

ຂ່າວສານບ້ານເມືອງ

Post navigation

Previous Post: ມີແຕ່ຜູ້ຕ້ອງສົງໃສຕິດພະຍາດ ໂຄວິດ-19 ຈຶ່ງຈະສາມາດມາຮັບບໍລິການກວດສຸຂະພາບໂດຍບໍ່ເສຍຄ່າຢູ່ໂຮງໝໍ
Next Post: ພາຍຸຖະຫຼົ່ມເຂດ ເມືອງສີສັດຕະນາກ ຕົ້ນໄມ້ໃຫຍ່ ຫັກທັບລົດ ມີຄົນເຈັບ 1 ຄົນ! ເສັ້ນທາງສັນຈອນບໍ່ໄດ້ ໄຟດັບເປັນວົງກວ້າງ

Related Posts

ແຕ່ງຕັ້ງ ດ໋ອກເຕີ້ ລັດຕາ ວັນນະຈິດ ຜູ້ອຳນວຍການໂຮງຫມໍແຂວງອຸດົມໄຊ ຂ່າວສານບ້ານເມືອງ
SpaceX ແລະ NASA ປະສົບຄວາມສໍາເລັດ ໃນການປ່ອຍຈະຫຼວດ ສົ່ງນັກບິນອາວະກາດ (ຊົມຄລິບ) ຂ່າວສານບ້ານເມືອງ
ອາເມລິກາ ໄດ້ເພີ່ມທຶນການຊ່ວຍເຫຼືອ ສປປ ລາວ ຈຳນວນ 2.5 ລ້ານໂດລາ ຂ່າວສານບ້ານເມືອງ
ເກີດເຫດແຜ່ນດິນໄຫວ! ທາງເມືອງລອງ ແຂວງຫຼວງນໍ້າທາ ຂ່າວສານບ້ານເມືອງ
The Village above the cloud – The Akha tribe in Laos ຂ່າວສານບ້ານເມືອງ
​ອຸດົມໄຊ​ແຈ້ງ! ສືບຕໍ່ປະຕິບັດມາດຕະການປ້ອງກັນ ໂຄວິດ ຮອດວັນທີ 7 ມິຖຸນາ 2021 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme