Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະບານໄທຊ່ວຍເຫຼືອອຸປະກອນການແພດເພື່ອຕອບໂຕ້ການລະບາດຂອງພະຍາດ COVID-19

Posted on 02/03/202002/03/2020 By News No Comments on ລັດຖະບານໄທຊ່ວຍເຫຼືອອຸປະກອນການແພດເພື່ອຕອບໂຕ້ການລະບາດຂອງພະຍາດ COVID-19

ເພື່ອປະກອບສ່ວນປ້ອງກັນ ແລະ ຕອບໂຕ້ການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID- 19) ໃນວັນທີ 2 ມີນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະກອນປ້ອງກັນຕົວຈາກເຊື້ອພະຍາດ COVID- 19 ຂຶ້ນຢ່າງເປັນທາງການ ໂດຍການສະໜັບສະໜູນຈາກລັດຖະບານໄທ ຕາງໜ້າມອບຂອງ ທ່ານ ດຳຣົງ ໄຄ່ຄວນ ເອກອັກຄະລາຊະທູດໄທປະຈຳ ສປປ ລາວ ຕາງໜ້າຮັບຂອງ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີ ພະນັກງານທັງສອງຝ່າຍເຂົ້າຮ່ວມ.

Image may contain: 12 people, indoor

ທ່ານ ດຳຣົງ ໄຄ່ຄວນ ໄດ້ກ່າວວ່າ: ສະພາບຂອງໂລກໃນປັດຈຸບັນ ແມ່ນມີການລະບາດຢ່າງວ່ອງໄວຂອງພະຍາດ ໄປຫາບັນດາປະເທດຕ່າງໆໃນທົ່ວໂລກ ແລະ ບັນດາປະເທດທີ່ມີຄວາມສ່ຽງໃນການເກີດລະບາດ ກໍມີມາດຕະການປ້ອງກັນ ແລະ ໂຕ້ຕອບຕໍ່ການລະບາດດັ່ງກ່າວ ສຳລັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເຈວລ້າງມື 2.040 ຕຸກ ແລະ ຖົງມືທາງການແພດ 50.000 ຄູ່.

Image may contain: 1 person, standing, suit and indoor

ທ່ານ ບຸນກອງ ສີຫາວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານໄທ ທີ່ໄດ້ນຳອຸປະກອນການແພດມາຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ ເຖິງແມ່ນວ່າປະເທດໄທກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ແລະ ກໍມີຜູ້ຕິດເຊື້ອ ເຊິ່ງປະເທດໄທເອງກໍມີຄວາມຕ້ອງການອຸປະກອນດັ່ງກ່າວເຊັ່ນກັນ ແຕ່ກໍຍັງມາເອື້ອເຟື້ອມາໃຫ້ ສປປ ລາວ ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ ເປັນການເສຍສະຫຼະ ແລະ ມີນໍ້າໃຈຕໍ່ປະເທດເພື່ອນມິດໃກ້ຄຽງ ເພື່ອຕ້ານ ແລະ ຮັບມືກັບພະຍາດລະບາດທີ່ກຳລັງຄຸກຄາມຢູ່ປັດຈຸບັນ.

Image may contain: 1 person, suit and indoor
ຂ່າວສານບ້ານເມືອງ

Post navigation

Previous Post: ອູ່ຮັ່ນ! ໄດ້ປິດໂຮງໝໍຊົ່ວຄາວແຫ່ງ ທຳອິດແລ້ວ! ຫຼັງຈາກຄົນເຈັບໃໝ່ຫຼຸດລົງ
Next Post: ແຈ້ງການ ເລື່ອນ ຫຼື ໂຈະ ການໄປປະຕິບັດວຽກງານຂອງ ພະນັກງານລັດຖະກອນ ຢູ່ປະເທດທີ່ມີການລະບາດຂອງພະຍາດ COVID-19

Related Posts

ທີມງານສະເພາະກິດດ້ານເຕັກນິກໄດ້ລົງແກ້ໄຂບັນຫາໝໍ້ນັບໄຟຕາມການສະເໜີຜູ້ຊົມໃຊ້ໄຟ ຂ່າວສານບ້ານເມືອງ
ຖວທ ແຂວງສະຫວັນນະເຂດ ປະດັບຫຼຽນໃຫ້ກົມກອງ ແລະ ບຸກຄົນດີເດັ່ນໃນບັ້ນປີທ່ອງທ່ຽວລາວ ປີ 2018 ຂ່າວສານບ້ານເມືອງ
ພົບສາວລາວມາແຕ່ອັງກິດ ຂີ່ຍົນມາແຕ່ໄທ ຖ້ຽວດຽວກັບ ຜູ່ຕິດເຊື້ອ ທີ່ 11 ຜົນກວດບວກ ຂ່າວສານບ້ານເມືອງ
ຈາກການຊັດທອດຂອງ ກຸ່ ມ ມົ້ ວ ສຸ ມ ແລ້ວກັກຕົວຜູ້ຂາຍໄດ້ອີກ 3 ຄົນ ຂ່າວສານບ້ານເມືອງ
ຄະນະສະເພາະກິດ ປຶກສາຫາລືແຜນວຽກຈຸດສຸມ ຕ້ານພະຍາດໂຄວິດ ຂ່າວສານບ້ານເມືອງ
ແຈ້ງການດ່ວນຂອງເຈົ້ານະຄອນຫລວງພະບາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme