Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອູ່ຮັ່ນ! ໄດ້ປິດໂຮງໝໍຊົ່ວຄາວແຫ່ງ ທຳອິດແລ້ວ! ຫຼັງຈາກຄົນເຈັບໃໝ່ຫຼຸດລົງ

Posted on 02/03/202002/03/2020 By News No Comments on ອູ່ຮັ່ນ! ໄດ້ປິດໂຮງໝໍຊົ່ວຄາວແຫ່ງ ທຳອິດແລ້ວ! ຫຼັງຈາກຄົນເຈັບໃໝ່ຫຼຸດລົງ

ສະຖາ​ນີ​ໂທລະ​ທັດ​​ຊີ​ຊີ​ທີ​ວີ (CCTV) ຂອງ​ທາງ​ການ​ຈີນ​ລາຍ​ງານ​ມື້​ນີ້​ວ່າ ເມືອງ​ອູ່​ຮັ່ນ​ປິດ​ໂຮງ​ໝໍ​ຊົ່ວ​ຄາວ​ແຫ່ງ​ທໍາອິດ​ຫຼັງ​ຈາກ​ອະນຸຍາດ​ໃຫ້​ຜູ້​ປ່ວຍ​ທີ່​ຫາຍ​ດີ​ແລ້ວ​ຊຸດ​ສຸດ​ທ້າຍ​ຈຳນວນ 34 ຄົນ ກັບ​ບ້ານ ໂຮງ​ໝໍຊົ່ວ​ຄາວ​ທີ່​ເລັ່ງ​ສ້າງ​ຂຶ້ນ​ທັງ​ໝົດ 16 ແຫ່ງ ຊ່ວຍ​ໃຫ້​ເມືອງ​ມີ​ຕຽງ​ຮອງ​ຮັບ​ຜູ້​ປ່ວຍ​ເພີ່ມ​ຂຶ້ນ​ຈາກ 5,000 ຕຽງ​ເປັນ 23,000 ຕຽງ ຖືຮັກສາ​ໄປ​ແລ້ວ 12,000 ຄົນ ມົນ​ຖົນ​ຫູ​ເປີຍ​ທີ່​ເປັນ​ສູນ​ກາງ​ການ​ລະ​ບາດ​ແຈ້ງ​ພົບ​ຜູ້​ປ່ວຍ ​ໃໝ່​ບໍ່​ເຖິງ 200 ຄົນເປັນ​ເທື່ອ​ທໍາອິດ​ນັບ​ຕັ້ງ​ແຕ່​ເດືອນ​ມັງກອນ​ ໂດຍ​ພົບ 196 ຄົນ​ເມື່ອ​ມື້​ອາທິດ ລຸດລົງ​ ​ຫລາຍ ​ຈາກ​ມື້ວັນ​ເສົາ​​ທີ່​ພົບ 570 ຄົນ ໃນ​ຈຳນວນ​ນີ້ 193 ຄົນແມ່ນຄົນທີ່ອາໄສ​ຢູ່ໃນ​ເມືອງ​ອູ່​ຮັ່ນ 193 ຄົນ ນ້ອຍ​ທີ່ສຸດ​ນັບ​ຕັ້ງ​ແຕ່​ວັນທີ 26 ມັງກອນ ຂະນະ​ທີ່​ຜູ້​ປ່ວຍ​ໃໝ່​ທັງ​ຈີນ​ແຜ່ນດິນ​ໃຫຍ່​ມີ 202 ຄົນ ນ້ອຍ​ທີ່ສຸດ​ນັບ​ຕັ້ງ​ແຕ່​ວັນທີ 22 ມັງກອນ ສ່ວນ​ຍອດ​ຜູ້​ເສຍຊີວິດ​ຈົນ​ເຖິງ​ຂະນະ​ນີ້​ຢູ່ 2,912 ຄົນ ເພີ່ມ​ຂຶ້ນ 42 ຄົນ ທັງ​ໝົດ​ຢູ່ໃນ​ຫູ​ເປີຍ ໃນ​ຈຳນວນ​ນີ້ 32 ຄົນ​ຢູ່ໃນ​ອູ່​ຮັ່ນ 

ຢ່າງໃດ​ກໍ​ດີ ປະ​ທາ​ນາ​ທິບໍດີ ​ສີ ຈິ້ນ​ຜິງ​ຂອງ​ຈີນ​ເຕືອນ​ເມື່ອ​ມື້ວັນ​ອາທິດ​ທີ່ຜ່ານມາວ່າ ຈີນ​ຢັງ​ຕ້ອງເຝົ້າລະວັງ​ການ​ລະ​ບາດ​ໃນໄລຍະ​ຍາວ ຊ່ອງຫວ່າງທາງກົດໝາຍ ​ແລະ ​ກົນ​ໄກ​ການ​ຮັບ​ມື​ເຫດ​ສຸກ​ເສີນ ເນື່ອງ​ຈາກ​ພົບ​ຜູ້​ປ່ວຍ​ໃໝ່​ຊາວ​ຈີນ​ສອງ​ຄົົນທີ່​ຫາກໍ່​ເດີນທາງ​ກັບ​ມາ​ຈາກ​ອີຣ່ານ ປະເທດ​ທີ່​ມີ​ຜູ້​ປ່ວຍ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງໄວ ໜັງສືພິມ GlobalTimes ລາຍງານ​ມື້​ນີ້​ວ່າ ພົບ​ຜູ້​ປ່ວຍ​ໜຶ່ງ​ຄົນ​ໃນ​ມົນ​ຖົນ​ເຈີ້​ຈຽງ ທາງ​ຕະເວັນ​ອອກ ເປັນ​ຜູ້​ເດີນທາງ​ມາ​ຈາກ​ອິ​ຕາ​ລີ ຊຶ່ງ​ມີ​ຜູ້​ປ່ວຍ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງໄວ​ເຊັ່ນ​ກັນ.

ผลการค้นหารูปภาพสำหรับ โรงพะยาอู่รัน

ຂ່າວສານບ້ານເມືອງ

Post navigation

Previous Post: ໄຟໄໝ້ລົດ 5 ຄັນ ທີ່ ນະຄອນ ຫຼວງພະບາງ! ອາດມີຄົນລັກຈູດ
Next Post: ລັດຖະບານໄທຊ່ວຍເຫຼືອອຸປະກອນການແພດເພື່ອຕອບໂຕ້ການລະບາດຂອງພະຍາດ COVID-19

Related Posts

ອຸທາຫອນ ລົງລົດເຂດທາງດ່ວນຖືກລົດຄັນນໍາຫຼັງຕໍາເສຍຊີວິດຄາທີ່ ຂ່າວສານບ້ານເມືອງ
ສາວພອນ ລົງດໍານາ ແຟນຄລັບແຊເປັນພັນ ຂ່າວສານບ້ານເມືອງ
ທ່ານນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ໂອ້ລົມ ກອງພົນທະຫານຮາບທີ 2 ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ ອາກາດຮ້ອນ ໄດ້ເພີ່ມກໍາລັງແຮງຂຶ້ນ ປົກຄຸມເຂດພາກເໜືອຂອງປະເທດລາວ ຂ່າວສານບ້ານເມືອງ
ປະໝາດບໍ່ໄດ້! ເສຍຊີວິດເພີ່ມອີກ 1 ຍ້ອນໄຂ້ຍຸງລາຍ ລວມເປັນ 8 ຄົນແລ້ວ ຂ່າວສານບ້ານເມືອງ
ອຸຕຸເຕືອນໄພ! ກຽມຮັບມືກັບພາຍຸໝຸນເຂດຮ້ອນ ໂນອຶນ ຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງໃນແຕ່ລະພາກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme