ຈາກການລາຍງານຂອງ ເວັບໄຊ shin.cn ເວລາ 9:46 ວັນທີ 1 ມີນາ 2020
ເສຍຊີວີດ ທັງໝົດ 2.978 ຄົນ (ສະເພາະຈີນ 2.873 ຄົນ, ຢູ່ປະເທດອື່ນໆ 105 ຄົນ) ເຊິ່ງມີຜູ່ຕິດເຊື້ອທັງໝົດທີ່ໄດ້ຮັບການຢືນຢັນທາງການແມ່ນ 87.009 ຄົນ (ສະເພາະຈີນ 79.968 ຄົນ, ຢູ່ປະເທດອື່ນໆ 7.041 ຄົນ) , ພ້ອມດຽວກັນນັ້ນ ກໍ່ມີຕົວເລກ ຜູ່ທີ່ ໄດ້ຮັບການປິ່ນປົວ ດີ 42.134 ຄົນ (ສະເພາະຈີນ 41.675 ຄົນ, ຢູ່ປະເທດອື່ນໆ 459 ຄົນ)

ໃນນີ້ ຂໍ້ມູນຈາກ Shin.cn ໃຫ້ຮູ້ວ່າ Covid-19 ກວດພົບໃນ 61 ປະເທດທົ່ວໂລກໃນນີ້ ມີຄົນເສຍຊີວິດ ທີ່ຢູ່ນອກປະເທດຈີນ 106 ຄົນ ປະກອບມີ: ອີລ່ານ 43 ຄົນ, ເກົາຫຼີໃຕ້ 17 ຄົນ, ຍີ່ປຸ່ນ 11 ຄົນ, ອິຕາລີ 29 ຄົນ, ຝຣັ່ງ 2 ຄົນ, ອາເມລິກາ 1 ຄົນ, ອົດສະຕາລີ 1 ຄົນ ແລະ ຟີລິບປິນ 1 ຄົນ.
ຂໍ້ມູນຢູ່ນອກປະເທດຈີນຈາກ Shin.cn

ໝາຍເຫດ: ຕົວເລກ ມີການປ່ຽນແປງ ຕະຫຼອດເວລາ ຈະລາຍງານໃຫ້ທ່ານຊາບ ເປັນແຕ່ລະໄລຍະ. ຫຼາຍເວັບໄຊ ໃນແຕ່ລະປະເທດ ອາດມີຕົວເລກ ລາຍງານ ທີ່ບໍ່ຄືກັນ, ແຕ່ກໍ່ໃກ້ຄຽງກັນທີ່ສຸດ.
Covid-19 = Coronavirus disease 2019, ໂຄວິດ-19 ແມ່ນຊື່ທາງການ ຈາກອົງການອະນາໄມໂລກ ເພື່ອໃຊ້ຮຽກຊື່ ໂຄໂຣນາໄວຣັດ ສາຍພັນໃໝ່, ຫຼື ໄວຣັດອູ່ຮັ້ນ.
ວິທີການປ້ອງກັນທີ່ທ່ານຄວນຮູ້







