Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຜູ່ໂດຍສານ ລາວແອລາຍ ຫລຸດ 50 ເປີເຊັນ ຍ້ອນຜົນກະທົບຈາກ Covid-19

Posted on 01/03/202001/03/2020 By All in LAOS No Comments on ຜູ່ໂດຍສານ ລາວແອລາຍ ຫລຸດ 50 ເປີເຊັນ ຍ້ອນຜົນກະທົບຈາກ Covid-19

ລັດວິສາຫະກິດການບິນລາວ ຕ້ອງໄດ້ນໍາໃຊ້ມາດຕະການປະຢັດຢ່າງເຂັ້ມງວດທີ່ສຸດ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອັກເສບປອດຮຸນແຮງທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື Covid-19 ເຮັດໃຫ້ຜູ້ ໂດຍສານຫລຸດລົງເຖີງ 50 ສ່ວນຮ້ອຍ, ຂະນະທີ່ສາຍການບິນໄປຕ່າງປະເທດຫລາຍເສັ້ນຕ້ອງຢຸດໃຫ້ບໍລິການຊົ່ວຄາວ.

Luang Prabang International Airport – By TF Travel


ທ່ານ ບຸນມາ ຈັນທະວົງສາ, ຜູ້ອໍານວຍການໃຫຍ່ລັດວິສາຫະກິດການບິນລາວ ໃຫ້ສໍາພາດວ່າ: ຍ້ອນການລະ ບາດຂອງພະຍາດ Covid-19 ເຮັດເສັ້ນທາງການບິນໄປຕ່າງປະເທດຂອງການບິນລາວຕ້ອງໄດ້ຢຸດໃຫ້ບໍລິການຊົ່ວຄາວເນື່ອງຈາກບໍ່ມີຜູ້ໂດຍສານ, ໃນນີ້ ເສັ້ນທາງການບິນໄປຈີນທີ່ມີ 9 ເສັ້ນ, ປັດຈຸບັນ ຍັງເຫລືອແຕ່ເສັ້ນທາງ ວຽງຈັນ – ເມືອງ ຊາງຊາ ທີ່ຍັງໃຫ້ບໍລິການຢູ່ແຕ່ເປັນການເຊົ່າເໝົາລໍາເພື່ອຂົນອຸປະກອນຊ່ວຍເຫລືອດ້ານການແພດ ແລະ ຜູ້ ໂດຍສານຈໍານວນໜຶ່ງທີ່ຕົກຄ້າງຢູ່ລາວໄປຈີນ, ສ່ວນເສັ້ນທາງການບິນຈາກລາວ ຫາ ສ.ເກົາຫລີ ໄດ້ໃຫ້ບໍລິການເປັນຖ້ຽວບິນສຸດທ້າຍໃນວັນທີ 29 ກຸມພາຜ່ານມານີ້ ຕໍ່ມາໄດ້ຢຸດໃຫ້ບໍລິການຊົ່ວຄາວແລ້ວ.

Wattay International Airport – By: TF Travel

ປັດຈຸບັນ ເສັ້ນທາງການບິນໄປຕ່າງປະເທດທີ່ການບິນລາວຍັງສືບຕໍ່ໃຫ້ບໍລິການຢູ່ ລວມມີ: ວຽງຈັນ-ບາງກອກ, ວຽງຈັນ-ຊຽງໃໝ່, ວຽງຈັນ-ຮ່າໂນ້ຍ, ວຽງຈັນ-ໂຮຈິມິນ ແລະ ວຽງຈັນ-ຊຽບລຽບ ແຕ່ຈຳນວນຜູ້ໂດຍສານມີພຽງ 20-30% ຂອງຈໍານວນຜູ້ໂດຍສານທີ່ເຄີຍມີເທົ່ານັ້ນ ເຮັດໃຫ້ໃນຕໍ່ໜ້າອາດເປັນໄປໄດ້ທີ່ຕ້ອງຫລຸດຖ້ຽວບິນໄປປະເທດໃກ້ຄຽງນີ້ລົງອີກຖ້າຫາກຜູ້ໂດຍສານຍັງສືບຕໍ່ຫລຸດລົງ. ສ່ວນສາຍການບິນພາຍໃນແມ່ນຍັງສືບຕໍ່ໃຫ້ບໍລິການເປັນປົກກະຕິ ແຕ່ຈໍານວນຜູ້ໂດຍສານໃນແຕ່ລະເສັ້ນ ທາງຫລຸດລົງຈໍານວນຫລາຍເມື່ອທຽບໃສ່ເມື່ອກ່ອນ.

Luang Prabang International Airport – by TF Travel


ທ່ານ ບຸນມາ ຈັນທະວົງສາ ກ່າວຕື່ມວ່າ: ການລະບາດຂອງພະຍາດ Covid-19 ສົ່ງຜົນກະທົບໂດຍກົງຕໍ່ລັດວິສາຫະກິດການບິນລາວ ຍ້ອນຈໍານວນຜູ້ໂດຍສານໂດຍລວມຫລຸດລົງປະມານ 50% ເຮັດໃຫ້ລັດວິສາຫະກິດການບິນລາວຕ້ອງໄດ້ດໍາເນີນມາດຕະການປະຢັດຢ່າງເຂັ້ມງວດທີ່ສຸດ, ລາຍຈ່າຍໃດທີ່ບໍ່ຈໍາເປັນ ແລະ ຮີບດ່ວນແມ່ນໃຫ້ລື່ນອອກໄປກ່ອນ, ພ້ອມນີ້ ໄດ້ລະດົມໃຫ້ພະນັກງານຈໍານວນໜຶ່ງທີ່ເຫລືອວຽກ ໂດຍສະເພາະພະນັກງານຈຸບິນຂອງສາຍການບິນທີ່ໄດ້ຢຸດໃຫ້ບໍລິການຊົ່ວຄາວສະໝັກໃຈພັກວຽກໄປກ່ອນໂດຍບໍ່ເອົາເງິນເດືອນ ແລະ ໃນຕໍ່ໜ້າຖ້າຫາກພະຍາດ Covid-19 ຍັງສືບຕໍ່ແຜ່ລະບາດເປັນເວລາດົນອາດມີການຕັດເງິນຕັດພະນັກງານສ່ວນໃດສ່ວນໜຶ່ງອີກເພື່ອຫລຸດຜ່ອນລາຍຈ່າຍລົງ. ນອກຈາກນີ້ ລັດວິສາຫະກິດການບິນລາວ ໄດ້ສະເໜີໃຫ້ລັດຖະບານແລ້ວເພື່ອຂໍທິດຊີ້ນໍາ ແລະ ຊ່ວຍແກ້ໄຂບັນຫາທີ່ເກີດຂຶ້ນຕາມຄວາມເໝາະສົມ.

ໂດຍ: ມົດແດງນ້ອຍ, ວສລ

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນທີ່ສຸດ! ຍົກເລີກການແຂ່ງຂັນຮາບມາລາທອນ ນາໆຊາດ ຄັ້ງທີ່ V – ປ້ອງກັນ Covid-19
Next Post: Covid 19 Update 1 ມີນາ 2020 – 61 ປະເທດທົ່ວໂລກ ກວດພົບເຊື້ອ, ເກົາຫຼີໃຕ້ ຕິດເຊື້ອ 3526 ຄົນແລ້ວ

Related Posts

ອຸບັດຕິເຫດກາງເດິກໜ້າເປັນຫ່ວງ ລົດມີໜ້ອຍແຕ່ຕໍາກັນຫຼາຍ ເຈັບ 3 ຄົນໄຟແດງຫຼັກ 5 ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ໂນຣຸ ແຜງລິດ ນໍ້າຖ້ວມໜັກ ເຂດຈະເລີນໄຊ ເມືອງຊານໄຊ ແລ້ວ (ມີຄລິບ) ຂ່າວສານບ້ານເມືອງ
ປກສ ນະຄອນຫຼວງ ເຕືອນ ໂຮງງານໃດຍັງເປີດ ຕ້ອງຮັບຜິດຊອບກັບການກະທຳຂອງຕົນເອງ ຂ່າວສານບ້ານເມືອງ
ເກີດເຫດຄົນດູດ ຢ ຫຼາຍຈົນຫຼອນ ຈູ ດເຮືອນໄໝ້ໝົດ 2 ຫຼັງ ຂ່າວສານບ້ານເມືອງ
ຫໍສະພາແຫ່ງຊາດລາວຫລັງໃໝ່ ຂອງຂວັນລ້ຳຄ່າ ຈາກ ສສ ຫວຽດນາມ ຂ່າວສານບ້ານເມືອງ
ຫຸ່ນຍົນນົກ ແລະ ເຈຍ ທີ່ຄືຂອງຈິງ ທີ່ສຸດ! (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme