ໄຊຍະບູລີ: ໃນວັນທີ 29/2/2020 ເວລາປະມານ 2:36 ນາທີ ໜ່ວຍກູ້ໄພແຂວງໄຊຍະບູລີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີອຸບັດຕິເຫດລົດເກງເສຍຫຼັກຕຳເສົາໄຟຟ້າ ຢູ່ບ້ານລ້ອງປໍ ເມືອງໄຊຍະບູລີ ແຂວງໄຊຍະບູລີ

ທີມງານຈຶ່ງອອກກວດສອບເຫດພົບຜູ້ບາດເຈັບຕິດພາຍໃນຊາກລົດແລະເສົາໄຟຟ້າຫັກທັບລົດມີຜູ້ບາດເຈັບ1ຄົນ

ຜູ້ບາດເຈັບຖືກລົດທັບບໍລິເວນຂາທັງ2ຂ້າງ ທີມງານຈຶ່ງໄດ້ປະສານຫາ ເຈົ້າໜ້າທີ່ຕຳຫຼວດ,ໄຟຟ້າສຸກເສີນ,ລົດຍົກ ຈົນເຖິງເວລາ4:12ນາທີຈຶ່ງສາມາດເອົາຜູ້ບາດເຈັບອອກຈາກລົດໄດ້

ດັ່ງນັ້ນໜ່ວຍກູ້ໄພແຂວງໄຊຍະບູລີຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍແຂວງໄຊຍະບູລີ.





ທ່ານທີ່ຢາກຮ່ວມເຮັດບຸນບໍລິຈາກເຂົ້າສານອາຫານແຫ້ງ ແລະ ງົບປະມານຈັດຊື້ນໍ້າມັນລົດສຸກເສີນໄວ້ອອກຮັບໃຊ້ຜູ້ປະສົບໄພ ຜ່ານຊ່ອງທາງເລກບັນຊີທະນາຄານການຄ້າຕ່າງປະເທດລາວມະຫາຊົນ
ເລກບັນຊີ120-11-000-1733261-001
ຊື່ບັນຊີ: Sayaboury Victim aid Foundation
ໂດຍລະບຸການໂອນ ຫຼື ບໍລິຈາກໄດ້ທີ່ສຳນັກງານ ຕັ້ງຢູ່ບ້ານດອນໃໝ່ ເມືອງໄຊຍະບູລີ ແຂວງໄຊຍະບູລີ
ແຈ້ງເຫດໂທ: 1624, 02077577331