ຈາກການລາຍງານຂອງສຳນັກຂ່າວ thejapantines ນາຍົກລັດຖະມົນຕີຊິນໂຊ ອາເບະ ຂອງຍີ່ປຸ່ນ ຕຽມຂໍໃຫ້ໂຮງຮຽນປະຖົມ ແລະ ມັດທະຍົມທຸກແຫ່ງທົ່ວປະເທດປິດຊົ່ວຄາວ ຕັ້ງແຕ່ມື້ຈັນໜ້າ (2 ມີນາ) ເປັນຕົ້ນໄປ ເພື່ອລົດຄວາມສ່ຽງທີ່ເດັກນັກຮຽນຈະຕິດເຊື້ອໄວຣັສໂຄໂຣນາ 2019 ໃນຂະນະທີ່ຍອດຜູ້ປ່ວຍແລະເສຍຊີວິດຈາກໂຄວິດ-19 ໃນປະເທດເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ສຳລັບໄລຍະເວລາການປິດໂຮງຮຽນນັ້ນຈະມີໄປຈົນເຖິງຊ່ວງລະດູໃບໄມ້ປົ່ງ ຊຶ່ງປົກກະຕິຈະສີ້ນສຸດໃນຊ່ວງຕົ້ນເດືອນເມສານີ້

ນາຍົກລັດຖະມົນຕີຊິນໂຊ ອາເບະ ກ່າວໃນທີ່ປະຊຸມຄະນະລັດຖະມົນຕີວ່າດ້ວຍການຮັບມືວິກິດການລະບາດຂອງໂຄວິດ-19 ວ່າ “ ຍີ່ປຸ່ນໄດ້ດຳເນີນມາດຕະການຕ່າງໆ ເພື່ອປ້ອງກັນການແພ່ລະບາດຂອງໄວຣັສໃນກຸ່ມເດັກນ້ອຍ ໃນແຕ່ລະພູມມິພາກ ຊຶ່ງໃນຊ່ວງ 1-2 ອາທິດນີ້ຈະເປັນຊ່ວງເວລາທີ່ສຳຄັນຢ່າງຢິ່ງ ”
ນອກຈາກນີ້ຜູ້ນຳຍີ່ປຸ່ນຢັງຢ້ຳວ່າ ສຸກຂະພາບ ແລະ ຄວາມປອດໄພຂອງເດັກນ້ອຍ ເປັນເລື່ອງທີ່ສຳຄັນອັນດັບແລກຂອງລັດຖະບານ
ວານນີ້ກະຊວງສາທາລະນະສຸກ ແລະ ສະຫວັດດີການ ຂອງຍີ່ປຸ່ນລະບຸວ່າ ຄຳຂໍປິດໂຮງຮຽນຊົ່ວຄາວຂອງນາຍົກລັດຖະມົນຕີຊິນໂຊ ອາເບະ ບໍ່ໄດ້ລວມທັງໝົດຂອງສະຖານເບິ່ງແຍງເດັກ ແລະ ສະຖານຮັບລ້ຽງເດັກຫຼັງເລີກຮຽນແຕ່ຢ່າງໃດ
ຄວາມເຄື່ອນໄຫວຂອງລັດຖະບານມີຂຶ້ນຫຼັງຕົວເລກຜູ້ຕິດເຊື້ອໂຄໂຣນາໃນປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍລ່າສຸດຢອດຜູ້ຕິດເຊື້ອພຸ່ງຂຶ້ນເປັນ 214 ຄົນ (ບໍ່ທັງຫມົດຜູ້ປ່ວຍເທິງເຮືອສຳລານ Diamond Princess ໃນໂຢໂກຮາມາ) ແລະ ມີຜູ້ເສຍຊີວິດ 4 ຄົນ ໂດຍລ່າສຸດເປັນຊາຍໄວ 80 ປີ ທີ່ອາໄສຢູ່ໃນແຂວງຮອກໄກໂດ ຊຶ່ງເປັນແຂວງທີ່ມີການລະບາດຫລາຍທີ່ສຸດຂອງປະເທດ ພົບຜູ້ຕິດເຊື້ອແລ້ວ 54 ຄົນ