Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຖານທູດລາວ ປະຈຳ ສ.ເກົາຫຼີ ແຈ້ງເຖິງນັກສຶກສາ, ຄອບຄົວ ແລະ ຜູ້ອອກແຮງງານຊາວລາວທີ່ອາໄສຢູ່ ສ.ເກົາຫລີ ເລື່ອງການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ.

Posted on 27/02/202027/02/2020 By News No Comments on ສະຖານທູດລາວ ປະຈຳ ສ.ເກົາຫຼີ ແຈ້ງເຖິງນັກສຶກສາ, ຄອບຄົວ ແລະ ຜູ້ອອກແຮງງານຊາວລາວທີ່ອາໄສຢູ່ ສ.ເກົາຫລີ ເລື່ອງການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ.

ຕາມການລາຍງານຂ່າວຂອງສື່ທາງການຂອງ ສ.ເກົາຫລີ ໃຫ້ຮູ້ວ່າ: ການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ ໄດ້ເພີ່ມຂຶ້ນຢ່າງວ່ອງໄວໃນອາທິດທີ່ຜ່ານມາ, ລ່າສຸດມີຜູ້ຕິດເຊື້ອ ຈຳນວນ 893 ຄົນ, ເສຍຊີວິດແລ້ວ 8 ຄົນ (ສະຖິຕິວັນທີ 25 ກຸມພາ 2020) ໂດຍສະເພາະໃນນະຄອນແດກູ ແລະ ແຂວງຟອງຊາງເຫນືອ ມີຜູ້ຕິດເຊື້ອຫລາຍທີ່ສຸດ.

ສະນັ້ນ, ຈຶ່ງຂໍແຈ້ງເຕືອນຊາວລາວທີ່ດໍາລົງຊີວິດ ຢູ່ ສ.ເກົາຫລີ ທຸກທ່ານໃຫ້ຫລີກລ້ຽງການເດີນທາງໄປຍັງພື້ນທີ່ທີ່ພົບຜູ້ຕິດເຊື້ອຈໍານວນຫລາຍ, ສໍາລັບຜູ້ທີ່ອາໄສພື້ນທີ່ດັ່ງກ່າວ ຂໍໃຫ້ຫລີກລ້ຽງການເດີນທາງໄປຕັ້ງພື້ນທີ່ສ່ຽງ ຫລື ມີກິດຈະກຳການຊຸມນຸມຂອງດົນຈໍານວນຫລາຍ, ພ້ອມນັ້ນ ກໍໃຫ້ມີສະຕິລະມັດລະວັງ, ເອົາໃຈໃສ່ຮັກສາສຸຂະພາບໃຫ້ແຂງແຮງ, ຫມັ່ນລ້າງມືໃຫ້ສະອາດ, ສໍາລັບຜູ້ທີ່ມີອາການໄອ, ຈາມ, ໄຂ່ ຫລື ມີຄວາມຜິດປົກກະຕິບໍລິເວນທາງເດີນຫາຍໃຈ ຫລື ສົງໄສວ່າມີການຕິດເຊື້ອດັ່ງກ່າວ ໃຫ້ຮີບໄປບແພດເພື່ອຮັບການກວດກາ ຫລື ຖ້າພົບກໍລະນີເຈັບປ່ວຍຕ້ອງສົງໄສ ຂໍໃຫ້ຕິດຕໍ່ກົມຄວບຄຸມໂລກ ສ.ເກົາຫລີ ຫມາຍເລກໂທລະສັບ 1339 ຫລື ສຳນັກງານກວດກາຄົນເຂົ້າອອກເມືອງ ສ.ເກົາຫລີ ເຊິ່ງເປີດບໍລິການໃຫ້ຄໍາປຶກສາ ແລະ ຊ່ວຍເຫລືອຄົນຕ່າງປະເທດທີ່ອາໄສຢູ່ ສ.ເກົາຫລີ ກໍລະນີກ່ຽວຂ້ອງກັບ COVID-19 ຕະຫລອດ 24 ຊົ່ວໂມງ ຫມາຍເລກໂທລະສັບ 1345 ຕໍ່ 0″5″.

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະບານຮຽກຮ້ອງໃຫ້ຜູ້ດໍາເນີນທຸລະກິດດ້ານການທ່ອງທ່ຽວເລື່ອນການຈັດທົ່ວທ່ຽວຢູ່ປະເທດທີ່ມີລາຍງານການລະບາດຂອງພະຍາດ COVID-19
Next Post: ແຂວງວຽງຈັນ ຈະນຳໃຊ້ງົບປະມານ 20 ລ້ານໂດລາ ເພື່ອມາປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງໃນຕົວເມືອງວັງວຽງ

Related Posts

ຮູ້ແລ້ວ! ສາເຫດໄຟໄໝ້ ຢູ່ເຂດເສດຖະກິດກວມລວມໄຊເສດຖາ ຂ່າວສານບ້ານເມືອງ
ສຶກສາອົບຮົມເປົ້າໝາຍ ເ ສ ບ ຢ າ ເ ສ ບ ຕິ ດ 26 ຄົນ ຂ່າວສານບ້ານເມືອງ
ຫອບສາມສະຫາຍເປົ້າໝາຍ ຢ າ ເ ສ ບ ຕ ິດ ຂຶ້ນຫ​້ອງການບ້ານ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອ 207ຄົນ ຂ່າວສານບ້ານເມືອງ
ເກີດເຫດ! ລົດຕົກເຫວ ເ ສ ຍ ຊີ ວິ ດ ຄ າ ທີ່ 2 ເຈັບສາຫັດ 2 ທີ່ອຸດົມໄຊ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອເພີ່ມໃໝ່ 786ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme