Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊູມໃຫຍ່ອົງຄະນະພັກເມືອງທ່າພະບາດ ຄັ້ງທີ VI ໄດ້ໄຂຂື້ນຢ່າງເປັນທາງການ

Posted on 27/02/202027/02/2020 By News No Comments on ກອງປະຊູມໃຫຍ່ອົງຄະນະພັກເມືອງທ່າພະບາດ ຄັ້ງທີ VI ໄດ້ໄຂຂື້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າພະບາດ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 27 ກຸມພາ 2020 ຢູ່ສະໂມສອນໃຫຍ່ເມືອງທ່າພະບາດ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ດວງຕາ ມໍລະຄາສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ-ແຂວງບໍລິຄຳໄຊ, ມີຜູ້ແທນສົມບູນ 105 ສະຫາຍ, ຍິງ 8 ສະຫາຍ, ແຂກຖືກເຊີນຈາກບັນດາເມືອງ ແລະ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

Image may contain: 3 people, text

ໃນໂອກາດນີ້ ສະຫາຍ ປອ ດວງຕາ ມໍລະຄາສຸກ ໄດ້ຕາງໜ້າໃຫ້ແກ່ອົງຄະນະພັກເມືອງ ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ເຊີ່ງເປັນຜົນງານໃນການຊີ້ນຳ-ນຳພາຂອງອົງຄະນະພັກເມືອງທ່າພະບາດ ຕະຫຼອດໄລຍະ 5 ປີ ຜ່ານມາ (ແຕ່ປີ 2014-2019) ເຫັນວ່າໄດ້ສຸມຈິດໃຈຜັນຂະຫຍາຍມະຕິຂອງອົງຄະນະພັກເມືອງຊຸດທີ V ຂອງຕົນຢ່າງຕັ້ງໜ້າ ໂດຍຍົກສູງຄວາມສາມາດນຳພາ, ປັບປຸງແບບແຜນວິທີເຮັດວຽກ, ຍຶດໝັ້ນແນວທາງປ່ຽນແປງຂອງພັກ, ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ພັດທະນາເສດຖະກິດເຂັ້ມແຂງ, ສັງຄົມມີຄວາມສະຫງົບ, ຄຸ້ມຄອງລັດ- ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍຢ່າງໜັກແໜ້ນ ແລະ ຍຸຕິທຳ, ສາມາດແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໄດ້ລົດໜ້ອຍຖອຍລົງ ໂດຍສະເພາະແມ່ນການແກ້ໄຂ 4 ເຖື່ອນ.

Image may contain: one or more people, people on stage and crowd

ການພັດທະນາພື້ນຖານໂຄງລ່າງ ກໍ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຄື: ລະບົບຄົມມະນາຄົມ, ໂທລະຄົມມະນາຄົມ ແລະ ການນຳໃຊ້ໄຟຟ້າ ກໍ່ໄດ້ເຂົ້າເຖີງພໍ່ແມ່ປະຊາຊົນຢ່າງທົ່ວເຖີງ, ການຜະລິດສະບຽງອາຫານ ສາມາດກຸ້ມກິນ, ແຮໄວ້ ແລະ ຂາຍເປັນສິນຄ້າເຮັດໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບສະເລ່ຍ 5,7% ຕໍ່ປີ ແລະ ລາຍຮັບສະເລ່ຍໄດ້ 1.730 ໂດ​ລາ ປະຈຸບັນຄອບຄົວທຸກຍາກ ແລະ ອານາຖາ ຍັງເຫຼືອ 0,47%, ຄອບຄົວພັດທະນາ 94,95%, ໄດ້ປະເມີນການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ ໃນນັ້ນສາມາດບັນລຸໄດ້ 4 ດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ, ສ້າງຄອບຄົວວັດທະນະທໍາ 94,4 %, ບ້ານວັດທະນະທຳ 100 %, ປັບປຸງອົງການປົກຄອງບ້ານໄປຕາມທິດ 3 ສ້າງ ໄດ້ 100%, ມີສະມາຊິກພັກແຂງກວມ 95,5%, ສ້າງຕັ້ງຄະນະພັກຮາກຖານບ້ານໃຫຍ່ 2 ຮາກຖານ ແລະ ໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ກວມເອົາ 86,76%.

Image may contain: 1 person, flower

ກອງປະຊຸມນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ໃນນັ້ນຜູ້ແທນກອງປະຊຸມ ຍັງຈະໄດ້ປະກອບຄຳຄິດຄຳເຫັນ ແລະ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາ ເມືອງທ່າພະບາດຕໍ່ໄປ.

ຂ່າວສານບ້ານເມືອງ

Post navigation

Previous Post: [:en]ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ມອບເງິນຊ່ວຍເຫຼືອ ສປ ຈີນ ມູນຄ່າ 2 ຕື້ກວ່າກີບ[:]
Next Post: ລັດຖະບານຮຽກຮ້ອງໃຫ້ຜູ້ດໍາເນີນທຸລະກິດດ້ານການທ່ອງທ່ຽວເລື່ອນການຈັດທົ່ວທ່ຽວຢູ່ປະເທດທີ່ມີລາຍງານການລະບາດຂອງພະຍາດ COVID-19

Related Posts

ສະພາບອາກາດມື້ນີ້ ຄວາມກົດດັນສູງຂອງອາກາດເຢັນ ຍັງຈະປົກຄຸມຢູ່ພາກເໜືອ ຂ່າວສານບ້ານເມືອງ
ນ້ອງສາວຢູ່ ໄຊຍະບູລີ ປະກາດຊອກຫາ ອ້າຍ ຈາກກັນແຕ່ ປີ 1997 ໄປອາໄສ ຢູ່ ແຂວງ ຈຳປາສັກ ບໍ່ຮູ້ຂ່າວຮອດມື້ນີ້ ຂ່າວສານບ້ານເມືອງ
ຂ່າວດ່ວນ! ຕໍາກັນດັງສະນັ່ນ ທາງ ເຂດບ້ານໜອງພະຍາ (ມີຄລິບ) ຂ່າວສານບ້ານເມືອງ
ເມືອງໄຊບູລີ ກໍານົດເອົາບຶງຂາເປຍເປັນເຂດວັງສະຫງວນອະນຸລັກສັດນໍ້າ-ສັດປ່າ ຂ່າວສານບ້ານເມືອງ
ທ່ານຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫ່ງຢູ່ກອງບັນຊາການທະຫານແຂວງສະຫວັນະເຂດ ຂ່າວສານບ້ານເມືອງ
ຮູນແຮງ ໄຟໄໝ້ເຂດບ້ານສີບຸນເຮືອງ ເມືອງສີໂຄດຕະບອງ (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme