Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວດີ! ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ເປີດຮັບໂຄງການວິຊາການ ປີ 2020

Posted on 26/02/202026/02/2020 By All in LAOS No Comments on ຂ່າວດີ! ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ເປີດຮັບໂຄງການວິຊາການ ປີ 2020

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ເປີດຮັບໂຄງການວິຊາການ ປີ 2020 ເພື່ອຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ໃນ ສ ປປ ລາວ.

ຈຸດປະສົງເພື່ອເປັນການສະໜັບສະໜູນທຶນຮອນໃຫ້ແກ່ໜ່ວຍງານພາກລັດ ແລະ ພາກເອກະຊົນໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ວນກ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຊຶ່ງກຸ່ມເປົ້າໝາຍທີ່ຈະໄດ້ຮັບການຊຸກຍູ້, ສົ່ງເສີມ ຕ້ອງເປັນ ວນກ ທີ່ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ, ຄົນສັນຊາດລາວເປັນເຈົ້າຂອງ, ເປັນສະມາຊິກສະພາການຄ້າ ແລະ ອຸດສາຫະກຳ ຫຼື ສະມາຄົມ ຫຼື ກຸ່ມທຸລະກິດໃນຂະແໜງການວິຊາຊີບໃດໜຶ່ງ.

ທຶນທີ່ຈະໄດ້ຮັບຕ້ອງຈັດຕັ້ງປະຕິບັດກິດຈະກຳຕ່າງໆເຊັ່ນ: ການຝຶກອົບຮົມ; ການສໍາມະນາດ້ານວິຊາການ; ການວາງສະແດງ; ການຈັດຈ້າງຜູ້ຊ່ຽວຊານດ້ານຕ່າງໆ; ການປັບປຸງ ຫຼື ຍົກລະດັບເຕັກໂນໂລຊີ, ການພັດທະນາຜະລິດຕະພັນ ແລະ ການຫຸ້ມຫໍ່; ການປັບປຸງມາດຖານຄຸນນະພາບ; ການທັດສະນະສຶກສາແລກປ່ຽນບົດຮຽນ ຂອງຜູ້ປະກອບກິດຈະການ ແລະ ການປັບປຸງທຸລະກິດດ້ານອື່ນໆ.


ການເປີດຮັບໂຄງການຈະເປັນ 03 ຄັ້ງຄື: ຄັ້ງທີ 01 ໃນລະຫວ່າງວັນທີ 25 ກຸມພາ ຫາວັນທີ 31 ມີນາ 2020; ຄັ້ງທີ 02 ວັນທີ 01 – 30 ມິຖຸນາ 2020; ຄັ້ງທີ 03 ວັນທີ 01-30 ກັນຍາ 2020.


ລາຍລະອຽດເພິ່ມເຕີມ: ສາມາດພົວພັນໄດ້ທີ່ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທລະສັບ 021 414 064 ຕໍ່ 306 ຫຼື 021 410 005 /020 5433 2004 ສາມາດດາວໂຫຼດແບບຟອມໄດ້ທີ່ເວັບໄຊ www.dosmep.org

ເລື່ອງເດັ່ນ

Post navigation

Previous Post: ລົດໃຫຍ່ຕຳເສົາປ້າຍໂຄສະນາ ເຈັບ 1
Next Post: ຄລິບ ຊ້າງຟ້ອນລໍາວົງ ກ້ຽວສາວ ສວຍງາມແທ້ໆ (ບຸນຊ້າງ 2020)

Related Posts

ດ່ວນເຈົ້າເມືອງເມືອງງອຍ ສັ່ງປິດບ້ານໜອງຂຽວ ເລື່ອງເດັ່ນ
ຈຸດຈົບຂອງການເຮັດຜິດກົດໝາຍ ທັງຜົວທັງເມຍ ເລື່ອງເດັ່ນ
ເສົາໄຟຟ້າຫັກ 4 ຕົ້ນເຂດບ້ານໂນນຫວາຍ ໄຟດັບເປັນວົງກວ້າງ ຂ່າວສານບ້ານເມືອງ
ກຽມຄວາມພ້ອມຕ້ອນຮັບການມາຮອດ ຂອງລົດໄຟຂະບວນລ້ານຊ້າງ ເລື່ອງເດັ່ນ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມ 288 ຄົນ ເລື່ອງເດັ່ນ
ຊົມເຊີຍຊາວບ້ານຖິ່ນເພຍໂຮມຊັບແລະແຮງງານສ້າງທາງພາຍໃນບ້ານ ຕັ້ງເປົ້າ ໃຫ້ສໍາເລັດ 11 ເສັ້ນ (ມີຄລິບ) ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme