Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງສາທາລະນະສຸກພວມເຝົ້າລະວັງ ຜູ້ໂດຍສານທີ່ເດີນທາງມາຈາກເຂດທີ່ມີການລະບາດຂອງພະຍາດ COVID -19 ຢ່າງໃກ້ຊິດ

Posted on 26/02/202026/02/2020 By All in LAOS No Comments on ກະຊວງສາທາລະນະສຸກພວມເຝົ້າລະວັງ ຜູ້ໂດຍສານທີ່ເດີນທາງມາຈາກເຂດທີ່ມີການລະບາດຂອງພະຍາດ COVID -19 ຢ່າງໃກ້ຊິດ

ມາຮອດເວລາ 24 ໂມງ ວັນທີ 25 ກຸມພາ 2020, 31ແຂວງໃນທົ່ວປະເທດຈີນ ນອກຈາກແຂວງຫູເປີຍມີຜູ້ຕິດເຊື້ອໄວຣັສໂຄວິດ19 ແລ້ວ 78.064 ກໍລະນີ ປິ່ນປົວດີ 29.745ກໍລະນີ ແລະ ເສຍຊີວິດແລ້ວ 2.715 ກໍລະນີ ປະຈຸບັນໄດ້ມີບັນຫາໃໝ່ທີ່ເກີດຂື້ນ ແລະ ເລັ່ງທວງໃຫ້ເອົາໃຈໃສ່ເຝົ້າລະວັງຄື: ຢູ່ເມືອງ ແດກູສ.ເກົາຫຼີ ມີກໍລະນີຕິດເຊື້ອໂຄວິດ 19 ເພີ່ມຂື້ນຢ່າງວ່ອງໄວ ແລະ ແຜ່ລາມເປັນບໍລິເວນກວ້າງ .


ອິງຕາມຂໍ້ມູນທີ່ໄດ້ຮັບຫຼ້າສຸດແຈ້ງໃຫ້ຮູ້ວ່າ ມີຜູ້ຕິດເຊື້ອພະຍາດແລ້ວ 977 ກໍລະນີ,ໃນນີ້ເສຍຊີວິດແລ້ວ 10 ກໍລະນີ ນອກນີ້ພະຍາດໂຄວິດ 19 ຍັງແຜ່ລາມໄປເຖິງປະເທດຕ່າງໆໃນໂລກ ກວມເອົາ 37 ປະເທດ.


ຮອງສາດສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໃຫ້ຮູ້ໃນພິທີຖະແຫຼງຂ່າວຈັດຂຶ້ນໃນຕອນເຊົ້າ ວັນທີ 25 ກຸມພາ 2020 ວ່າ : ມາຮອດປະຈຸບັນຢູ່ລາວຍັງບໍ່ພົບຜູ້ເປັນພະຍາດນີ້ເທື່ອ, ແຕ່ລັດຖະບານລາວໄດ້ເອົາໃຈໃສ່ເຝົ້າລະວັງພະຍາດຢ່າງໃກ້ຊິດ ຜ່ານມາມີກໍລະນີສົງໃສ ຈຳນວນ 43 ກໍລະນີ ແຕ່ພາຍຫຼັງເກັບຕົວຢ່າງໄປກວດຢູ່ສູນວິເຄາະແຫ່ງຊາດລາວ ແລະສົ່ງຕົວຢ່າງໄປກວດຢູ່ຫ້ອງວິເຄາະຂອງອົງການອານາໄມໂລກ ປະເທດອົສຕຼາລີແລ້ວ ທັງ 43 ກໍລະນີບໍ່ພົບເຊື້ອພະຍາດໂຄວິດ 19.


ຮອງສາດສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໃຫ້ຮູ້ຕື່ມວ່າ : ເຖິງວ່າປະເທດລາວຈະບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ 19 ກໍ່ຕາມ ແຕ່ຄະນະສະເພາະກິດກໍ່ຄືກະຊວງສາທາລະນະສຸກໄດ້ຕິດຕາມແລະເຝົ້າລະວັງຢ່າງເຄັງຄັດ ໂດຍສະເໜີໃຫ້ປະເທດທີ່ມີການລະບາດ ກ່ອນຈະອານຸຍາດໃຫ້ຄົນເດີນທາງເຂົ້າມາລາວ ຕ້ອງມີການກວດສຸຂະພາບຢ່າງດີ ຫຼື ສະແກນຫາຜູ້ເປັນໄຂ້ ທີ່ມີອຸ່ນຫະພູມຮ່າງກາຍສູງ ຖ້າພົບເຫັນຂໍໃຫ້ປິ່ນປົວທັນທີເພື່ອໃຫ້ຫາຍດີຈື່ງສາມາດເດີນທາງມາລາວໄດ້ ປະຈຸບັນນີ້ ໜ່ວຍງານສະເພາະກິດກະຊວງສາທາະນະສຸກໄດ້ປັບປຸງການເຝົ້າລະວັງພະຍາດໂຄວິດ19ຂື້ນຕື່ມ ຄື:ບໍ່ສະເພາະແຕ່ຜູ້ທີ່ເດີນທາງມາຈາກເຂດທີ່ມີການລະບາດໃນປະເທດຈີນເທົ່ານັ້ນ ແຕ່ຈະເພີ່ມການເຝົ້າລະວັງຜູ້ທີ່ເດີນທາງມາຈາກປະເທດສ.ເກົາຫຼີ ບັນດາປະເທດໃນເອີຣົບ ແລະ ປະເທດໃກ້ຄຽງທີ່ມີການລະບາດຂອງພະຍາດໂຄວິດ19 ຕື່ມອີກ %
ໂດຍ: ໄພມະນີ ທໍາມະວົງສາ

Lao National Radio

ຂ່າວສານບ້ານເມືອງ

Post navigation

Previous Post: 24 ປີ ຄົນລາວເສຍຊີວິດ 251 ຄົນຍ້ອນລະເບີດບໍ່ທັນແຕກ
Next Post: ພິທີ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງເຈົ້າເມືອງ ແລະ ຮອງເຈົ້າເມືອງ ຊະນະຄາມ ປະຈໍາປີ 2019

Related Posts

ຝົນຕົກນໍ້າຖ້ວມເຂດບ້ານສົມຫວັງ ຫຼັກ 8 ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ລາວ ເລັ່ງສັກຢາວັກຊີນ ປ້ອງກັນ ພ ະ ຍ າ ດ ໂ ຄ ວິ ດ ຮອບທຳອິດ ແກ່ກຸ່ມທີ່ມີຄວາມສ່ຽງ ຂ່າວສານບ້ານເມືອງ
ກະຊວງປ້ອງກັນປະເທດ ທົດສອບສະ ມັດຕະພາບ ຍິ ງ ລູ ກ ສອນໄຟປ້ອງກັນອາກາດ ຂ່າວສານບ້ານເມືອງ
ຊ່ວຍແດ່ ເຫັນໜ້າຊັດເຈນ ໂຈນລັກລົດຈັກ ດພ 8359 (ມີຄລິບ) ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 1052ຄົນ ຂ່າວສານບ້ານເມືອງ
ພາຍຸຊິນລາກູ ເຮັດໃຫ້ 54 ບ້ານພາຍໃນ 8 ເມຶອງຂອງແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme