Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພິທີ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງເຈົ້າເມືອງ ແລະ ຮອງເຈົ້າເມືອງ ຊະນະຄາມ ປະຈໍາປີ 2019

Posted on 26/02/202026/02/2020 By News No Comments on ພິທີ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງເຈົ້າເມືອງ ແລະ ຮອງເຈົ້າເມືອງ ຊະນະຄາມ ປະຈໍາປີ 2019

ໃນຕອນເຊົ້້າ, ວັນທີ 25 ກຸມພາ 2020 ນີ້, ຢູ່ທີ່ຫ້ອງປະຊຸມສະໂມສອນ ເມືອງຊະນະຄາມ ແຂວງວຽງຈັນ, ໄດ້ຈັດພິທີປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງເຈົ້າເມືອງ ແລະ ຮອງເຈົ້າເມືອງ ປະຈໍາປີ 2019 ຂຶ້ນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆວຽງຈັນ, ມີ ທ່ານ ສະໝານ ວິເສດຍະພົງສ໌ ເລຂາພັກເມືອງ ເຈົ້າເມືອງໆຊະນະຄາມ, ມີ ທ່ານ ຄໍາຫລ້າ ແສງວົງ ຮອງຫົວໜ້າພະແນກພາຍໃນ ແຂວງວຽງຈັນ, ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງ, ເຂົ້າຮ່ວມ 25 ທ່ານ, ຍິງ 3 ທ່ານ.

ໂດຍປະຕິບັດຕາມດໍາລັດຂອງລັດຖະບານ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017, ວ່າດ້ວຍ: ການປະເມີນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ຄໍາແນະນໍາຂອງກະຊວງພາຍໃນ ສະບັບເລກທີ 06/ພນ, ລົງວັນທີ 2 ພຶດສະພາ 2018, ໃນໂອກາດດັ່ງກ່າວ ທ່ານ ຄໍາຫຼ້າ ແສງວົງ ຮອງຫົວໜ້າພະແນກພາຍໃນ ແຂວງວຽງຈັນ ໄດ້ເປັນກຽດຂຶ້ນແນະນໍາກ່ຽວເນື້ອໃນເອກະສານ ແລະ ແນະນໍາ ກ່ຽວກັບການໃຫ້ຄະແນນການປະເມີນດັ່ງກ່າວ, ທັງນີ້ເພື່ອເປັນການຄຸ້ມຄອງ ແລະ ເປັນການຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍ: ພະນັກງານ-ລັດຖະກອນ, ເວົ້າລວມ-ເວົ້້າສະເພາະການປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງເຈົ້າເມືອງ ແລະ ຮອງເຈົ້າເມືອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້-ຄວາມສາມາດ, ປະສົບການ ແລະ ຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ.

ໃນພິທີ ທ່ານເຈົ້າເມືອງ ແລະ ທ່ານຮອງເຈົ້າເມືອງ ໄດ້ຂຶ້ນຜ່ານບົດປະເມີນການຈັດປະຕິບັດໃນການຊີ້ນໍາ-ນໍາພາວຽກງານໃນໄລຍະຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຜົນການໃຫ້ຄະແນນຕົນເອງເຂົ້າໃນວຽກງານແຕ່ລະດ້ານ, ໃນໂອກາດດຽວກັນ ບັນດາຜູ່ແທນໃນພິທີ ໄດ້ປະກອບຄໍາເຫັນເຂົ້າໃນການປະເມີນໃນຄັ້ງ, ເພື່ອພ້ອມກັນຕໍານິສົ່ງຂ່າວ ຊ່ວຍເຫຼືອປັບປຸງກໍ່ສ້າງ, ເຮັດໃຫ້ບົດບາດການນໍາພາ ແລະ ການເຮັດໜ້າທີ່ວຽກງານຂອງເຈົ້າເມືອງ ແລະ ຮອງເຈົ້າເມືອງ ໄດ້ມີປະສິດທິພາບ ແລະ ມີຜົນສໍາເລັດດີຂຶ້ນເປັນກ້າວໆ.

ໃນຕອນທ້າຍຂອງພິທີ ທ່ານ ບຸນສອນ ເພັດລາວັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆວຽງຈັນ, ໄດ້ຂຶ້ນມີຄໍາເຫັນໂອລົມຕໍ່ພິທີ, ເຊິ່ງທ່ານໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ການຈັດຕັ້ງນໍາພາຂອງອົງຄະນະພັກ ແລະ ການເຄື່ອນ ໄຫວດໍາລົງຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນເມືອງ, ພ້ອມດຽວກັນນີ້ ທ່ານຍັງໄດ້ຍົກໃຫ້ເຫັນບັນດາກຸ່ມຄົນທີ່ເປັນອິດທິກໍາລັງປໍລະປັກ ທີ່ຍາມໃດພວກເຂົາກໍ່ຫວັງທໍາລາຍລະບອບການເມືອງຂອງພວກເຮົາ, ສະນັ້ນ ເພື່ອເປັນການສະກັດກັ້ນຕໍ່ບັນຫາດັ່ງກ່າວ ຄະນະພັກແຕ່ລະຂັ້ນ, ບັນດາອົງການຈັດຕັ້ງທຸກພາກສ່ວນ, ຕະຫຼອດຮອດຮາກຖານ ແລະ ພໍ່ແມ່ປະຊາຊົນຊົນ, ຈົ່ງໄດ້ເອົາໃຈໃສ່ເປັນເຈົ້າການສະກັດກັ້ນຕໍ່ບັນຫາດັ່ງກ່າວ, ເອົາໃຈໃສ່ເພີ່ມທະວີວຽກງານລົງກໍ່ສ້າງຮາກຖານ, ສຸມໃສ່ວຽກງານປກສ -ປກຊ ໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນແຕ່ລະຂົງເຂດວຽກງານ, ເອົາໃຈໃສ່ໃນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ຈັດຕັ້ງເຜີຍແຜ່ບັນດາລະບຽບການ-ກົດໝາຍໃຫ້ກວ້າງຂວາງ ແລະ ລົງເລິກສູ່ຮາກຖານ, ໂຮງຮຽນ ແລະ ບັນດາບ້ານຕ່າງໆພາຍໃນເມືອງ; ເອົາໃຈໃສ່ໃນການເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນພາຍໃນພັກ ແລະ ໃນໝູ່ມະຫາຊົນ; ປັບປຸງແບບແຜນວິທີເຮັດວຽກ ແລະ ວິທີການນໍາພາໃຫ້ມີປະສິດທິພາບ ສຸມໃສ່ແກ້ໄຂຊີວິດການຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.

ຂໍຂອບໃຈຂ່າວ: ເມືອງຊະນະຄາມ( ສະຫຼິງ)

ຂ່າວສານບ້ານເມືອງ

Post navigation

Previous Post: ກະຊວງສາທາລະນະສຸກພວມເຝົ້າລະວັງ ຜູ້ໂດຍສານທີ່ເດີນທາງມາຈາກເຂດທີ່ມີການລະບາດຂອງພະຍາດ COVID -19 ຢ່າງໃກ້ຊິດ
Next Post: ຫ້ອງວ່າການເມືອງ ວິລະບູລີ ໄດ້ຈັດກອງປະຊຸມ ວຽກງານການປຸກລະດົມຂະບວນການແຂ່ງຂັນ ແລະ ຍ້ອງຍໍ

Related Posts

ຂ່າວດ່ວນ! ຂ່າວດີ ລາວພົບຜູ້ຕິດເຊື້ອໃໝ່ +1ຄົນເປັນກໍລະນີນໍາເຂົ້າ ຂ່າວສານບ້ານເມືອງ
ແຂວງຫົວພັນ ອອກແຈ້ງການເພີ່ມເຕີມ ຄຸມເຂັ້ມຍົກລະດັບ ຕ້ານ ໂຄວິດ ຂ່າວສານບ້ານເມືອງ
ໜຸ່ມອາຍຸ 23 ປີ ກໍ່ເຫດ ຄ າ ດ ຕ ະ ກໍ າ ເພື່ອເອົາຄຳໄປຂາຍໃຊ້ໜີການ ພ ະ ນັ ນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດ +19ຄົນ ຂ່າວສານບ້ານເມືອງ
ລັດຖະບານ ຈະເລັ່ງແກ້ໄຂ ອາສາສະໝັກທີ່ລໍຖ້າ ບັນຈຸເປັນລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ ຂ່າວສານບ້ານເມືອງ
ຂົນກັນຊາ 100 ກວ່າກິໂລ ໄປບໍ່ລອດຖືກຈັບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme