Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບໍ່ຮອດອາທິດລາຄາຄໍາໄດ້ປັບຂຶ້ນແບບກະໂດດສູງສຸດໃນຮອບ 7 ປີ

Posted on 26/02/202026/02/2020 By News No Comments on ບໍ່ຮອດອາທິດລາຄາຄໍາໄດ້ປັບຂຶ້ນແບບກະໂດດສູງສຸດໃນຮອບ 7 ປີ

ພຽງບໍ່ຮອດອາທິດລາຄາຄໍາໄດ້ປັບຂຶ້ນແບບກະໂດດ ໂດຍຂາຍວັນທີ 24 ກຸມພາ 2020 ທີ່ 7.669.000 ກີບຕໍ່ບາດ ເຫັນວ່າປັບຂຶ້ນ 2,9 ແສນກີບ ເມື່ອທຽບໃສ່ວັນທີວັນທີ 19 ກຸມພາ 2020.

ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ ກ່າວວ່າ: ປັດໄຈທີ່ເຮັດໃຫ້ລາຄາຄຳຂຶ້ນ ເນື່ອງຈາກວ່າການລະບາດຂອງພະຍາດໂຄວິດ – 19 ທີ່ ສປ ຈີນ ເຮັດໃຫ້ກະທົບຕໍ່ເສດຖະກິດທົ່ວໂລກ ເພາະຢ່າງທີ່ຮູ້ກັນແລ້ວວ່າປະເທດຈີນ ເປັນປະເທດອຸດສາຫະກຳຂະໜາດໃຫຍ່ ເມື່ອຈີນຢຸດການຜະລິດ ແລະ ສົ່ງອອກສິນຄ້າບໍ່ໄດ້ ກໍກະທົບຕໍ່ການຄ້າຂາຍໃນທົ່ວໂລກ.

ທ່ານຍັງບອກຕື່ມອີກວ່າ: ໃນປັດຈຸບັນການລົງທຶນບໍ່ວ່າໃນຂະແໜງການໃດ ກໍຕົກຢູ່ໃນຄວາມສ່ຽງໄປໝົດ ຍົກເວັ້ນເສຍແຕ່ການລົງທຶນຄຳທີ່ເປັນການລົງທຶນໝັ້ນຄົງ ແລະ ເປັນຊັບສິນປອດໄພ. ສະນັ້ນ, ຄຳຈຶ່ງເປັນທີ່ຕ້ອງການຂອງນັກລົງທຶນໃນປັດຈຸບັນ ແລະ ເມື່ອມີ ຄວາມຕ້ອງການສູງ ແນ່ນອນຈະເຮັດໃຫ້ລາຄາຄຳສູງຂຶ້ນ, ພ້ອມຄາດວ່າລາຄາຍັງຈະບໍ່ຢຸດພຽງເທົ່ານີ້ ຍັງຈະເປັນຂາຂຶ້ນອີກໃນ 3 – 6 ເດືອນຕໍ່ໜ້າ ເນື່ອງຈາກສະພາບການລະບາດຂອງພະຍາດ ໂຄວິດ – 19 ຢູ່ ສປ ຈີນ ແມ່ນຍັງບໍ່ທັນຄົ້ນພົບຢາໃນການປິ່ນປົວ ແລະ ຄາດວ່າຈະໃຊ້ເວລາຢ່າງໜ້ອຍ 2 ປີ ໃນການຟື້ນຟູເສດຖະກິດຫຼັງການຄວບຄຸມພະຍາດໄດ້.

ผลการค้นหารูปภาพสำหรับ ร้านขายทองคำในลาว

ສຳລັບທ່ານທີ່ມີຄຳຢາກຈະຂາຍໃນໄລຍະນີ້ກໍຖືວ່າດີຈະມີກຳໄລ ແຕ່ຖ້າຢາກຈະຊື້ກໍຊື້ໄດ້ ກໍລະນີຊື້ໃຊ້ໃນງານໝັ້ນ ຫຼື ງານດອງ ເພາະວ່າລາຄາຄຳຈະບໍ່ຢຸດພຽງເທົ່ານີ້ ເຊິ່ງຍັງຈະຂຶ້ນຕໍ່ໄປອີກ ແຕ່ຖ້າກໍລະນີຢາກຊື້ໄວ້ເພື່ອເກງກຳໄລ ຖ້າມີເງິນຫຼາຍກໍແນະນຳວ່າຊື້ໄດ້ ແຕ່ຖ້າມີເງິນຮ້ອນແບບມີເງິນເທົ່າໃດຊື້ໝົດ ເພື່ອຫວັງເອົາກຳໄລນັ້ນຈະບໍ່ແນະນຳ ຫຼື ກູ້ເງິນເພື່ອຊື້.

ผลการค้นหารูปภาพสำหรับ ร้านขายทองคำในลาว

ສ່ວນລາຄາຄໍາໃນຕະຫຼາດໂລກ ວັນທີ 24 ກຸມພາ 2020 ເຫັນວ່າປັບຂຶ້ນຈຸລະດັບ 1.660 ໂດລາສະຫະລັດຕໍ່ອອນ ປັບຂຶ້ນ 26 ໂດລາຕໍ່ອອນ ຖ້າທຽບໃສ່ລາຄາໃນວັນສຸກຜ່ານມາ ຢູ່ທີ່ 1.635 ໂດລາຕໍ່ອອນ ເຊິ່ງເປັນການປັບຂຶ້ນສູງສຸດໃນຮອບ 7 ປີ ນັບຕັ້ງແຕ່ເດືອນກຸມພາ 2013 ທີ່ຂາຍໃນວັນທີ 22 ກຸມພາ 2013 ທີ່ 1.609 ໂດລາສະຫະລັດຕໍ່ອອນ ເນື່ອງຈາກການເປີດເຜີຍຂໍ້ມູນເສດຖະກິດທີ່ອ່ອນແອຂອງສະຫະລັດ, ອັດຕາຜົນຕອບແທນພັນທະບັດສະຫະລັດທີ່ຫຼຸດລົງ ແລະ ສະກຸນເງິນໂດລາທີ່ອ່ອນຄ່າ ໄດ້ກະຕຸ້ນການເຂົ້າຊື້ຄໍາໃນຖານະຊັບສິນປອດໄພ.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຖານທູດລາວ ປະຈຳປະເທດຝຣັ່ງ ໄດ້ອັນເຊີນ ພຣະພຸດທະຮູບເກົ່າແກ່ສັກສິດ 3 ອົງ ກັບຄືນແຜ່ນດິນລາວ
Next Post: ມາແລ້ວ! ແບ່ງຕົວເລກຮັບລັດຖະກອນ ກະຊວງສຶກສາທິການ ແລະ ກິລາ ປີ 2020

Related Posts

ສະຖານະການ Lockdown ທີ່ຫຼວງພະບາງ ຂ່າວສານບ້ານເມືອງ
ອາຊຽນ-ຈີນ ເຫັນດີຮ່ວມກັນຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ ແລະ ຟື້ນຟູເສດຖະກິດ ຂ່າວສານບ້ານເມືອງ
ຈາກຮອງຜູ່ອໍານວຍການໂຮງງານ ກ້າວສູ້ເຈົ້າຂອງບໍລິສັດຈັດສັນທີ່ດີນ ເພາະການລົງມືເຮັດ ຂ່າວສານບ້ານເມືອງ
ຊາວບັງກະລາເທດນັບໝື່ນຄົນລວມຕົວກັນເພື່ອສວດມົນຂັບໄລ່ໄວຣັສໂຄວິດ-19 ແລະ ພົບຜູ້ເສຍຊີວິດຄົນທໍາອິດ ເຖິງທາງການຈະສັ່ງຫ້າມຊຸມນຸມກໍ່ຕາມ ຂ່າວສານບ້ານເມືອງ
ປກສ ກຸ່ມໂພນທອງສຶກສາອົບຮົມເປົ້າໝາຍ ມົ້ ວ ສຸ ມ ຢ າ ເ ສ ບ ຕິ ດ ຈຳນວນ 4ຄົນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ 01 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme