Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຖານທູດລາວທີ່ ສ.ເກົາຫລີ ເຕືອນບັນຫາ Covid-19, ການບິນລາວໂຈະການຖ້ຽວບິນໄປ ສ.ເກົາຫລີ ຊົ່ວຄາວ

Posted on 26/02/202026/02/2020 By All in LAOS No Comments on ສະຖານທູດລາວທີ່ ສ.ເກົາຫລີ ເຕືອນບັນຫາ Covid-19, ການບິນລາວໂຈະການຖ້ຽວບິນໄປ ສ.ເກົາຫລີ ຊົ່ວຄາວ

ລັດວິສາຫະກິດການບິນລາວ ຄາດວ່າຈະໂຈະຖ້ຽວບິນ ຈາກນະຄອນຫຼວງວຽງຈັນ, ສປປ ລາວ ໄປນະຄອນຫຼວງເຊອູນ, ສ.ເກົາຫລີ ຊົ່ວຄາວໃນເດືອນໜ້າ ເນື່ອງຈາກມີຜູ້ໂດຍສານໜ້ອຍ.

ທ່ານ ໜູແດງ ຈັນທະຜາສຸກ, ຜູ້ອຳນວຍການຝ່າຍຂາຍ ຂອງລັດວິສາຫະກິດການບິນລາວ ໃຫ້ສໍາພາດກັບນັກຂ່າວວຽງຈັນທາຍວ່າ: ພວກເຮົາຄາດວ່າຈະໂຈະຖ້ຽວບິນດັ່ງກ່າວຊົ່ວຄາວ ເພາະຄົນເກົາຫລີໃຕ້ ສ່ວນຫຼາຍຈະບໍ່ເດີນທາງອອກນອກປະເທດໃນຊ່ວງນີ້ ເນື່ອງຈາກວ່າພາຍໃນປະເທດເຂົາເຈົ້າມີການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19).

ມື້ນີ້ ການບິນລາວ ກໍ່ໄດ້ຍົກເລີກຖ້ຽວບິນໄປແລ້ວໜຶ່ງຖ້ຽວ ເພາະຜູ້ໂດຍສານທັງໝົດຍົກເລີກການຈອງ ແລະ ຄາດວ່າຈະເປີດຖ້ຽວບິນນີ້ໄດ້ອີກຄັ້ງ ກໍ່ຕໍ່ເມື່ອສະພາບການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ຢູ່ ສ.ເກົາຫລີ ກັບສູ່ພາວະປົກກະຕິ.

ພ້ອມນີ້ກໍ່ມີແຈ້ງການເຕືອນການເດີນທາງໄປປະເທດເກົາຫລີໃຕ້ຈຈາກສະຖານທູດລາວປະຈໍາ ສ.

ເກົາຫລີ.

ຂ່າວ: ສຸກສະໄໝ

ຂ່າວສານບ້ານເມືອງ

Post navigation

Previous Post: ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວຢືນຢັນການແຜ່ລະບາດພະຍາດ COVID-19 ຢູ່ຕະຫຼາດຊັງຈຽງ ແມ່ນຂ່າວປອມ
Next Post: ສະຖານທູດລາວ ປະຈຳປະເທດຝຣັ່ງ ໄດ້ອັນເຊີນ ພຣະພຸດທະຮູບເກົ່າແກ່ສັກສິດ 3 ອົງ ກັບຄືນແຜ່ນດິນລາວ

Related Posts

ລາຍງານຕໍ່ເນື່ອງ! ພາຍຸ ໂນອຶນ ພັດເຂົ້າເເຂວງຈໍາປາສັກແລ້ວ ເກີດນໍ້າຖ້ວມຫົນທາງ ຂ່າວສານບ້ານເມືອງ
ສະຫະພັນຣັດເຊຍ ປະດັບຫຼຽນໄຊມິດຕະພາບໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ ຂ່າວສານບ້ານເມືອງ
ລົງທະບຽນ ເບີໂທ ເບີເນັດ ດ້ວຍຕົວທ່ານເອງງ່າຍໆ ແຊດ່ວນ! ຂ່າວສານບ້ານເມືອງ
ປະຊາຊົນຊາວເມືອງ ອາດສະພອນ ທຸກຊັ້ນຄົນຕື່ນຕົວໄປຮັບວັກຊິນກັນພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 1004ຄົນ ຂ່າວສານບ້ານເມືອງ
ຜູ້ຕິດເຊື້ອໂຄວິດ19 ໃໝ່ທັງ3ຄົນ ລ້ວນແຕ່ໄດ້ກວດວິເຄາະຫາເຊື້ອກ່ອນຈະເດີນທາງເຂົ້າມາລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme