
ໃນວັນທີ 20 ກຸມພາ 2020 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 4ກະຊວງການເງິນ, ຄະນະພັກຮາກຖານ ຄັງເງິນແຫ່ງຊາດ ໄດ້ດຳກອງປະຊຸມໃຫຍ່ ຄັ້ງທີ III ຂຶ້ນໂດຍການເຂົ້າຮ່ວມເປັນປະທານສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີສະຫາຍ ນາງ ວັນພອນ ພົມມະສອນ ເລຂາຄະນະພັກຮາກຖານ ຫົວໜ້າຄັງເງິນແຫ່ງຊາດ, ມີເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ສະ ມາຊິກພັກສົມບູນ, ສໍາຮອງພາຍໃນຄະນະພັກຮາກຖານ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ນາງ ວັນພອນ ພົມມະສອນ ເລຂາຄະນະພັກຮາກຖານ ຫົວໜ້າຄັງເງິນແຫ່ງຊາດໄດ້ຜ່ານບົດລາຍງານການເມືອງໃນໄລຍະຜ່ານມານັບແຕ່ປີ ( 2015 -–2019 ) ແລະ ວາງທິດທາງແຜນການແຕ່ປີ (2020-2025)ທີ່ຍາດມາໄດ້ແມ່ນໝາກຜົນລວມຍອດແຫ່ງຄວາມສາມັກຄີຂອງບັນດາໜ່ວຍພັກຄັງເງິນແຫ່່ງຊາດ. ທັງນີ້, ກໍ່ຍ້ອນຄວາມພະຍາຍາມບຸກບືນສູ້ຊົນຂອງສະມາຊິກພັກທຸກສະຫາຍ. ພ້ອມດຽວກັນນີ້ຍັງໄດ້ຮັບຟັງການຜ່ານບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມ ຂອງຄະນະພັກຮາກຖານຄັງເງິນແຫ່ງຊາດທີ່ໄດ້ຕີລາຄາ, ສາ ເຫດທີ່ພາໃຫ້ມີຜົນສໍາເລັດ, ຂໍ້ຄົງຄ້າງ, ດ່ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້, ຊຶ່ງຍາມໃດກໍ່ໄດ້ກໍ່ໄດ້ເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນໃຫ້ສູງຂຶ້ນ, ເຮັດໃຫ້ວຽກງານຄັງເງິນແຫ່ງຊາດເປັນໜ່ວຍພັກທີ່ມີຄວາມໜັກແໜ້ນເຂັ້ມແຂງ.

ໃນຕະຫຼອດໄລຍະຜ່ານມາຄະນະພັກຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກ, ໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ, ແນວຄິດໃຫ້ສະມາຊິກພັກ-ພະນັກງານຄັງ ເງິນແຫ່ງຊາດຮັບຮູ້ເຊືອມຊຶມ, ກຳແໜ້ນແນວທາງ ນະໂຍບາຍປ່ຽນແປງໃໝ່ຂອງພັກເພື່ອແນ່ໃສ່ຍົກສູງຄຸນທາດການເມືອງ, ທັດສະນະຊົນຊັ້ນ, ເຊີດຊູນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ, ມີສະຕິລະວັງຕົວຕໍ່ກຸນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເອົາໃຈໃສ່ໃນການດຳເນີີນລະບອບຊີວີດການເມືອງພາຍໃນໜ່ວຍພັກໃຫ້ເປັນປົກກະຕິ, ຕໍ່ເນື່ອງຕິດພັນກັບການສ້າງໜ່ວຍພັກ ປອດໃສ່, ເຂັ້ມແຂງ, ໜັກແໜ້ນບຸກທະລຸໄດ້ທາງດ້ານການເມືອງ-ແນວຄິດໃຫຕິດພັນກັບໜ້າທີ່ການເມືອງຂອງຄັງເງິນແຫ່ງຊາດ ແລະ ຍົກສູງຄວາມຮູ້ຄວາມສາມາດໃນການນຳພາຈັດຕັ້ງປະຕິບັດໃຫ້ນັບມື້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

ໃນກອງປະຊຸມໃຫຍ່ ຄັ້ງທີ III ບັນດາສະມາຊິກພັກຍັັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຄັງເງິນແຫ່ງຊາດຊຸດໃໝ່, ໂດຍເລືອກເອົາສະຫາຍ ນາງ ວັນພອນ ພົມມະສອນ ເປັນເລຂາຄະນະພັກຮາກຖານຄັງເງິນແຫ່ງຊາດ, ສະຫາຍ ພຸດທະຂັນ ຂັນຕິ ເປັນຮອງເລຂາຄະນະພັກຮາກຖານ ທັງເປັນປະທານກວດກາ, ສະຫາຍ ໜູເຊີຍ ພົມສີຈັນ ເປັນຮອງປະທານກວດກາພັກ, ສະຫາຍ ນາງ ການ ສິງທາວົງໄຊ ແລະ ສະຫາຍ ວັນເພັງ ກ້ານ ເປັນກຳມະການຄະນະພັກຮາກຖານຄັງເງິນແຫ່ງຊາດ. ພ້ອມນັ້ນ, ຍັງໄດ້ປ່ອນບັດເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກກະຊວງການເງິນໂດຍເລືອກເອົາ 17 ສະຫາຍ. ໃນນັ້ນ, ຜູ້ແທນສົມບູນ 15 ສະຫາຍ, ສຳຮອງ 2 ສະຫາຍ.

ໂອກາດນີ້, ສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍ ແລະ ຕີລາຄາສູງຕໍ່ການຊີ້້ນຳ-ນຳພາ ຂອງຄະນະພັກຮາກຖານ ຄັງເງິນແຫ່ງຊາດໃນ 5 ປີຜ່ານ ແລະ ສະມາຊິກພາຍໃນຄະນະພັກຮາກຖານທີ່ໄດ້ປະຕິບັດວຽກງານໜ້າທີການເມືອງຂອງຕົນ, ສາມາດຍາດໄດ້ຜົນງານ ແລະ ຜົນສຳເລັດຫຼາຍດ້ານ.

ພ້ອມດຽວກັນນັ້້ນ, ຄະນະພັກຮາກຖານ ຄັງເງິນແຫ່ງຊາດຊຸດໃໝ່, ຕ້ອງໄດ້ສຶບຕໍ່ຊີ້ນໍາ-ນໍາພາ, ຊຶ່ງຄະນະພັກຮາກຖານຄັງເງິນແຫ່ງຊາດ ຄະນະໜ່ວຍພັກທີ່ຂຶ້ນມີບົດບາດສຳຄັນ, ເປັນເສນາທິການຊ່ວຍວຽກໃຫ້ແກ່ຄະນະພັກກະຊວງການເງິນໃນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຂອງລັດ.

ນອກຈາກນັ້ນ,ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປ່ຽນ ແປງໃໝ່ຂອງພັກ, ຄົ້ນຄວ້າຮໍ່າຮຽນບັນດາມະຕິຄຳສັງຕ່າງໆຂອງສູນກາງພັກ, ລະບຽບກົດໝາຍຂອງລັດໃຫ້ເລິກເຊິ່ງ, ເຊີດຊູນໍ້າໃຈຮັບຜິດຊອບໃນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ສະຫຼຸບຕີລາຄາປະເມີນພັກ-ພະນັກງານໃຫ້ເລິກເຊິ່ງໂດຍຕິດພັນກັບການເປີດບັ້ນດໍາເນີນຊິວິດການເມືອງ, ເສີມຂະຫຍາຍສິດເປັນເຈົ້າ, ປະຕີບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມເປັນເອກະພາບໃນໝູ່ຄະນະ, ມີການແບ່ງວຽກຂາດຕົວ, ເອົາໃຈໃສ່ປັບປຸງກໍ່ສ້າງບັນດາໜ່ວຍພັກ ແລະ ສະມາຊິກພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງແນວຄີດ, ຈັດຕັ້ງແບບແຜນວິທີນຳພາໃຫ້ຖືກຕ້ອງຕາມ 5 ເນື້ອໃນ, ເອົາໃຈໃສ່ປັບປຸງວຽກງານການນຳພາ-ຊີ້ນຳຂອງຄະນະພັກຮາກຖານຄັງເງິນແຫ່ງຊາດ ເຊື່ອໝັ້ນວ່າຄະນະພັກຊຸດໃໝ່, ສະມາຊິກພັກ ແລະ ພະນັັກງານພາຍໃນຄັງເງິນແຫ່ງຊາດຈະສຸມທຸກກຳລັງເຫຼື່ອແຮງ, ສະຕິປັນຍາ, ມີຄວາມເປັນເອກະພາບພ້ອມກັນປະຕິບັດໜ້າທີ່ການເມືືອງຂອງຕົນໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເພື່ອຮັກສານາມມະຍົດສ້າງບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຄັງເງິນແຫ່ງຊາດໃຫ້ກາຍເປັນໜ່ວຍພັກປອດໃສ່, ເຂັ້ມແຂງ, ໝັກແໜ້ນ.
ຂໍຂອບໃຈຂ່າວ: ປ່ຽນນິສາ