Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນລາວໃນຂອບເຂດທົ່ວປະເທດສົ່ງອອກເຂົ້າໄປຈີນ ບັນລຸ 1.350 ໂຕນ

Posted on 25/02/202025/02/2020 By News No Comments on ປະຊາຊົນລາວໃນຂອບເຂດທົ່ວປະເທດສົ່ງອອກເຂົ້າໄປຈີນ ບັນລຸ 1.350 ໂຕນ

ປັດຈຸບັນປະຊາຊົນໃນຂອບເຂດທົ່ວປະເທດ ປັກດໍາເຂົ້ານາແຊງສໍາເລັດແລ້ວ ສະເລ່ຍເທົ່າກັບ 99% ຂອງເນື້ອທີ່ແຜນການປີ, ດ້ານແຜນສົ່ງອອກເຂົ້າໄປຈີນ ປີ 2019 – 2020 ຈໍານວນ 50.000 ໂຕນ ມາຮອດປັດຈຸບັນປະຕິບັດໄດ້ 1.350 ໂຕນ ເທົ່າກັບ 2,5% ຂອງແຜນການ.

ผลการค้นหารูปภาพสำหรับ เข้านาเเชง

ອີງຕາມບົດສະຫຼຸບປະຈໍາອາທິດ 14 – 20 ກຸມພາ 2020 ຂອງກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການປັກດໍາເຂົ້ານາແຊງທົ່ວປະເທດໄດ້ຢຸດຕິລົງແລ້ວ ໂດຍປັກດໍາໄດ້ 89.041 ເຮັກຕາ ເທົ່າກັບ 99% ຂອງແຜນການ. ໃນນັ້ນ, ແຂວງພາກໃຕ້ປະຕິບັດໄດ້ 111%; ພາກກາງ 96%; ພາກເໜືອ 91%, ສາເຫດຂອງການປັກດໍາຊັກຊ້າ ແມ່ນຍ້ອນສະພາບອາກາດທີ່ມີການປ່ຽນແປງ ໂດຍສະເພາະແຂວງພາກເໜືອມີອາກາດໜາວເຢັນ, ການສະໜອງງົບປະມານສໍາລັບການປັບປຸງສ້ອມແປງລະບົບຊົນລະປະທານ ລວມທັງຂັ້ນຕອນການຈັດຊື້ – ຈັດຈ້າງຊັກຊ້າ.

ແຕ່ເຖິງຢ່າງໃດກໍຕາມ, ຍ້ອນມີນະໂຍບາຍຫຼຸດຜ່ອນລາຄາກະແສໄຟຟ້າ ແລະ ການຫຼຸດລົງຂອງລາຄານໍ້າມັນ ເຮັດໃຫ້ຊາວກະສິກອນນໍາໃຊ້ຈັກສູບນໍ້າຂອງຕົນເອງຫຼາຍຂຶ້ນ ແລະ ປັກດໍາໄດ້ໄວຂຶ້ນ ເຊິ່ງໃນໄລຍະນີ້ແມ່ນສຸມໃສ່ການບົວລະບັດຮັກສາ, ໃສ່ຝຸ່ນ ແລະ ເຝົ້າລະວັງສັດຕູພືດ.

ຂະນະດຽວກັນ, ດ້ານການຜະລິດເປັນສິນຄ້າກໍໄດ້ສືບຕໍ່ຕິດຕາມການຈັດຕັ້ງປະຕິບັດໂຄງການຮ່ວມມືທາງດ້ານວິຊາການຂອງ ບໍລິສັດ ຊວນເຢລາວ ຈໍາກັດ ແລະ ບໍລິສັດ IDP ເພື່ອຜະລິດເຂົ້າຄຸນນະພາບເປັນສິນຄ້າສົ່ງອອກໄປ ສປ ຈີນ ຕາມໂກຕາສົ່ງອອກເຂົ້າສານ ໃນປີ 2019 – 2020 ແຜນການ 50.000 ໂຕນ, ປັດຈຸບັນສົ່ງອອກແລ້ວ 1.350 ໂຕນ ເທົ່າກັບ 2,5% ຂອງແຜນການ ແລະ ຈະສືບຕໍ່ສົ່ງອອກຢ່າງຕໍ່ເນື່ອງ.

ผลการค้นหารูปภาพสำหรับ เข้านาเเชง

ສ່ວນວຽກງານລ້ຽງສັດ ແລະ ການປະມົງ ໄດ້ກວດກາດ້ານສຸຂະນາໄມສັດຢູ່ໂຮງງານຂ້າສັດ ໂດຍສັງລວມສັດທີ່ຂ້າຈໍາໜ່າຍທັງໝົດ 11.364 ໂຕ. ໃນນັ້ນ, ຄວາຍ 739ໂຕ, ງົວ 1.458ໂຕ, ໝູ 8.462 ໂຕ ແລະ ແບ້ 705 ໂຕ, ສ່ວນສັດປີກ 92.923 ໂຕ. ນອກຈາກນີ້, ການສົ່ງສັດອອກເປັນສິນຄ້າໄປຕ່າງປະເທດ ມີທັງໝົດ 1.522 ໂຕ. ໃນນັ້ນ, ຄວາຍ 56ໂຕ, ງົວ 200ໂຕ, ໝູ 241 ໂຕ, ແບ້ 26ໂຕ ແລະ ສັດປີກ 1.010 ໂຕ.

ຂໍຂອບໃຈຂ່າວ: ເອຢິບ


ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະບານ ອັດສີດນັກກິລາລາວສະຫຼຸບຜົນສໍາເລັດທີ່ຍາດຫຼຽນໃນຊີເກມ 2019 ມູນຄ່າ 600 ກວ່າລ້ານກີບ
Next Post: ຄະນະພັກຮາກຖານ ຄັງເງິນແຫ່ງຊາດ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

Related Posts

ຄະນະລັດຖະບານ ຄົ້ນຄວ້າພິຈາລະນາບັນຫາສຳຄັນ ປະຈໍາເດືອນສິງຫາ 2021 ຂ່າວສານບ້ານເມືອງ
ແຈ້ງເຕືອນ ຂົວນໍ້າແຈ້ງ ໄປໄດ້ແຕ່ລົດຈັກ ຂ່າວສານບ້ານເມືອງ
ຕົວເລກຫຼຸດລົງ 406 (ນະຄອນຫຼວງ +208) ເສຍຊີວິດ 2 ຂ່າວສານບ້ານເມືອງ
7 ບັນຫາສຳຄັນ ທີ່ລັດຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ ຂ່າວສານບ້ານເມືອງ
ລະວັງເດີພີ່ນ້ອງ! ຂາດອີກແລ້ວ ທາງພູເກົ້າຫຼັກ ຂ່າວສານບ້ານເມືອງ
ຍີ່ປຸ່ນ ສຶບຕໍ່ມອບທຶນການສຶກສາໃຫ້ແກ່ລາວ ນັບແຕ່ປິ 2020-2024 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme