Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະບານ ອັດສີດນັກກິລາລາວສະຫຼຸບຜົນສໍາເລັດທີ່ຍາດຫຼຽນໃນຊີເກມ 2019 ມູນຄ່າ 600 ກວ່າລ້ານກີບ

Posted on 25/02/202025/02/2020 By News No Comments on ລັດຖະບານ ອັດສີດນັກກິລາລາວສະຫຼຸບຜົນສໍາເລັດທີ່ຍາດຫຼຽນໃນຊີເກມ 2019 ມູນຄ່າ 600 ກວ່າລ້ານກີບ

ໃນຕອນແລງຂອງວັນທີ 24 ກຸມພາ 2020 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີພິທີສະຫຼຸບຜົນສໍາເລັດ ແລະ ມອບເງິນລາງວນໃຫ້ແກ່ຄູຝຶກ ແລະ ນັກກິລາລາວ ທີ່ຍາດຫຼຽນໃນງານມະຫະກໍາກິລາຊີເກມ ຄັ້ງທີ 30 ປະເທດຟິລິບປິນ ໃນປີ 2019 ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກິລາ ທີ່ສາມາດຍາດໄດ້ຫຼຽນໃນຊີເກມ ທັງ 14 ສະຫະພັນກິລາເຂົ້າຮ່ວມຢ່າງພ້ອມພຽງ.

ເຊິ່ງພິທີດັ່ງກ່າວ ລັດຖະບານມອບເງິນລາງວັນ 1 ຫຼຽນຄຳ, 5 ຫຼຽນເງິນ ແລະ 29 ຫຼຽນທອງ ລວມເປັນ 35 ຫຼຽນ ລວມເງິນສະໜັບສະໜູນທັງໝົດຈາກລັດຖະບານ ຈຳນວນ 652.980.000 ກີບ (ຫົກຮ້ອຍຫ້າສິບສອງລ້ານເກົ້າແສນເກົ້າສິບພັນກີບຖ້ວນ)

ພ້ອມນັ້ນ ຍັງມີບໍລິສັດລາວຄົມມະນາຄົມ ໄດ້ມອບເງິນລາງວັນສຳລັບຫຼຽນຄຳ ຫຼຽນລະ 10 ລ້ານກີບ, ຫຼຽນເງິນ 6 ລ້ານກີບ ແລະ ຫຼຽນທອງ 3 ລ້ານກີບລວມທັງໝົດ ຈຳນວນ 127 ລ້ານກີບ (ໜຶ່ງຮ້ອຍຊາວເຈັດລ້ານກີບ) ພ້ອມນັ້ນຍັງໄດ້ອຸປະຖຳອິນເຕີເນັດໃຫ້ໃຊ້ກັບນັກກິລາທີ່ໄດ້ຮັບຫຼຽນລາງວັນ ອິນເຕີເນັດຟີ 6 ເດືອນ ແລະ ບໍລິສັດເບຍລາວ ມອບເງິນລາງວັນສຳລັບຫຼຽນຄຳ ຫຼຽນລະ 5 ລ້ານກີບ, ຫຼຽນເງິນ 3 ລ້ານກີບ ແລະ ຫຼຽນທອງ 1 ລ້ານກີບ ລວມເປັນເງິນທັງໝົດຈຳນວນ 49 ລ້ານກີບ (ສີ່ສິບເກົ້າລ້ານກີບ) ລວມຈຳນວນເງິນທີ່ຈະມອບໃນພິທີຄັ້ງນີ້ ເປັນຈຳນວນເງິນ 828.980.000 ກີບ

ຂ່າວສານບ້ານເມືອງ

Post navigation

Previous Post: ພົບອີກແລ້ວ!!! ເຄື່ອງໃນໝູປົນເປື້ອນສານພິດ ເຈົ້າໜ້າທີ່ທໍາລາຍຖິ້ມເປັນຈໍານວນຫຼາຍ
Next Post: ປະຊາຊົນລາວໃນຂອບເຂດທົ່ວປະເທດສົ່ງອອກເຂົ້າໄປຈີນ ບັນລຸ 1.350 ໂຕນ

Related Posts

ສາມສ່ຽວໜ້າຕາດີ ຮ່ວມກັນກໍ່ເຫດ ຊິ ງ ຊັ ບ ຂ່າວສານບ້ານເມືອງ
ລັດຖະມົນຕີກະຊວງການຕ່າງປະເທດ ລົງເຮັດວຽກທີ່ແຂວງຈໍາປາສັກ ຂ່າວສານບ້ານເມືອງ
ລົງດາບຮ້ານດົງຫອຍ ແລະ ຮ້ານຊີຊີບາ ທີ່ລະເມີດຄໍາສັ່ງ ຂ່າວສານບ້ານເມືອງ
ສາເຫດທີ່ອຸໂມງທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ເປັນຫຍັງອຸໂມງທາງດ່ວນມືດຕະຫຼອດ ໄຟຄືບໍ່ເປີດ? ຂ່າວສານບ້ານເມືອງ
ແຂວງເຊກອງຊຸກຍູ້ການເຕີບໂຕເສດຖະກິດໃຫ້ຍືນຍົງ ຂ່າວສານບ້ານເມືອງ
ປິດປາກ ເ ດັ ກ ຢ້ານບອກພໍ່ແມ່ ຍ້ອນລັກເຂົ້າເຮືອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme