Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ-ຮັບ ແລະ ເປີດນໍາໃຊ້ເສັ້ນທາງເທດສະບານ ເມືອງພີນ

Posted on 24/02/202025/02/2020 By News No Comments on ມອບ-ຮັບ ແລະ ເປີດນໍາໃຊ້ເສັ້ນທາງເທດສະບານ ເມືອງພີນ

ພິທີ ມອບ-ຮັບ ແລະ ເປີດນຳໃຊ້ເສັ້ນທາງເທດສະບານເມືອງພີນຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 21 ກຸມພາ 2020 ນີ້ ທີ່ເດີ່ນກິລາຂອງເທດສະບານເມືອງພີນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຊີ້ນໍາໂຄງການຂັ້ນແຂວງ, ທ່ານ ຄໍາທະວີ ໄທພະຈັນ ຫົວໜ້າກົມເຄຫາຜັງເມືອງກະຊວງໂຍທາທິການ ແລະ ຂົນສົ່ງ , ມີບັນດາຫົວໜ້າພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມນຳ.

ທ່ານ ພົມມາ ວົງພະຈິດ ຫົວໜ້າໂຄງການພັດທະນາຕົວເມືອງຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ອະນຸພາກພື້ນແມ່ນ້ຳຂອງ ແຂວງສະຫວັນະເຂດ ຫຼື ໂຄງການ GMS ໄດ້ລາຍງານວ່າ: ໂຄງການນີ້ແມ່ນເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ພ້ອມທັງທຶນສົມທົບຂອງລັດຖະບານລາວ, ລວມມູນຄ່າທັງໝົດ 47 ລ້ານ 7ແສນ 40 ພັນໂດລາສະຫະລັດ, ລວມມີ 7 ໜ້າວຽກໃນ 3 ເມືອງຂອງແຂວງສະຫວັນະເຂດຄື: ນະຄອນໄກສອນພົມວິຫານ ມີ 5 ໂຄງການຍ່ອຍຄື: ວຽກກໍ່ສ້າງຮ່ອງລະບາຍນ້ຳເປື້ອນ ແລະ ຕິດຕັ້ງໂປມສູບສົ່ງນ້ຳ ຫ້ວຍລົງກົງ, ກໍ່ສ້າງປັບປຸງຍົກລະດັບຖະໜົນໄກສອນ ພົມວິຫານ, ກໍ່ສ້າງປັບປຸງຍົກລະດັບຖະໜົນຟ້າງຸ່ມ, ປັບປຸງສະໜາມຂີ້ເຫຍື່ອທີ່ຖືກຫຼັກສຸຂະອະນາໄມ, ກໍ່ສ້າງສິ່ງອໍານວຍຄວາມສະດວກສໍາລັບການແຍກຂີ້ເຫຍື່ອ ແລະ ໂຮງງານຝຸ່ນບົ່ມ-ຈັດຊື້ອຸປະກອນພາຫະນະໃຫ້ແກ່ສະໜາມຂີ້ເຫຍື່ອ, ການກໍ່ສ້າງຄັນຄູກັນເຈື່ອນແມ່ນ້ຳຂອງຍາວ 980 ແມັດ, ກ້ວາງ40ຫາ50 ແມັດ. ບ້ານ ແດນສະຫວັນ ເມືອງເຊໂປນ ມີ 1ໂຄງການຍ່ອຍຄື:

ກໍ່ສ້າງປັບປຸງເສັ້ນທາງປູຢາງໜຽວ 2 ຊັ້ນພ້ອມຮ່ອງລະບາຍນໍ້າທາງຍ່າງ ແລະ ໄຟເຍືອງ ເຊິ່ງໄດ້ມອບຮັບໄປແລ້ວວັນທີ 26 ທັນວາປີ 2019 ແລະ ສໍາລັບເມືອງພີນ ມີ 1 ໂຄງການຄື: ປັບປຸງກໍ່ສ້າງເສັ້ນທາງມີອົງປະກອບໃນການອອກແບບຂອງເສັ້ນທາງ ປູຢາງໜຽວ 2 ຊັ້ນ, ມີໄຟເຍືອງທາງເປັນລະບົບແສງຕາເວັນ ມີທັງໝົດ 617ຕົ້ນ ຮັບປະກັນ 3 ປີ, ມີທາງຍ່າງ 2 ເບື້ອງ, ປູກຕົ້ນໄມ້ 2 ຂ້າງທາງປັບປຸງຮ່ອງລະບາຍນໍ້າມີຂີດສີຕີເສັ້ນ, ພ້ອມມີວົງວຽນ1ແຫ່ງ, ມີປ້າຍຈະລາຈອນຄົບຊຸດໂຄງການນີ້ແມ່ນ ບໍລິສັດລັດວິສາຫະກິດເລກ 8 ຮ່ວມກັບ ບໍລິສັດພູໂຂງກໍ່ສ້າງຈໍາກັດ ແລະ ບໍລິສັດໄຕເຈືອງເຊີນກໍ່ສ້າງຈໍາກັດຜູ້ດຽວເປັນຜູ້ຮັບເໝົາ ໄດ້ລິເລີ່ມສັນຍາໃນວັນທີ 27 ພະຈິກ 2017 ມາຮອດປະຈຸບັນໄດ້ສຳເລັດເສັດສິ້ນ ເຊິ່ງ ມີມູນຄ່າການກໍ່ສ້າງທັງໝົດ 4 ລ້ານ 10 ພັນ 613 ໂດລາໃນນັ້ນລວມມີເສັ້ນທາງຍ່ອຍ 8 ເສັ້ນເລີ່ມຈາກເສັ້ນ Aຫາເສັ້ນQແລະມີຄວາມຍາວແຕກຕ່າງກັນໃນການຊົມໃຊ້ 5-7ແມັດ, ໂຄງການນີ້ແມ່ນຮັບຄໍ້າປະກັນ1ປີ ,ພິເສດໂຄງການຍັງໄດ້ປະຍັດເງິນງົບປະມານກໍ່ສ້າງເສັ້ນທາງເພີ່ມອີກ1ເສັ້ນ ເຂົ້າສູ່ຊຸມຊົນ ບ້ານ ນາໂພເທດສະບານເມືອງພີນທີ່ມີຄວາມຍາວ 619 ແມັດລວມມູນຄ່າ 189.000 ກວ່າໂດລາ. ໃນການມອບຮັບໃນຄັ້ງນີ້ຫວັງວ່າ ຈະໄດ້ຮັບການປົກປັກຮັກສາຈາກອໍານາດການປົກຄອງໂດຍສະເພາະ ປະຊາຊົນພາຍໃຕ້ການປົກຄອງບ້ານການນຳພາຂອງການນຳຂັ້ນເມືອງເພື່ອໃຫ້ນຳໃຊ້ໄດ້ຢ່າງຍືນຍາວຕໍ່ໄປ.

ຈາກນັ້ນ ຕາງໜ້າຜູ້ຮັບເໝົາກໍ່ສ້າງບໍລິສັດ ລັດວິສາຫະກິດກໍ່ສ້າງເລກ 8 ຮ່ວມກັບບໍລິສັດພູໂຂງ ກໍ່ສ້າງຈໍາກັດ ແລະ ບໍລິສັດໄຕເຈືອງເຊີນ ກໍ່ສ້າງຈຳກັດຜູ້ດຽວກໍ່ໄດ້ກ່າວມອບເສັ້ນທາງເທດສະບານເມືອງພີນ ແລະ ໂດຍການກ່າວຮັບຂອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ມອບຕໍ່ໃຫ້ອາດນາດການປົກຄອງເມືອງພີນ
ໂອກາດດຽວກັນນີ້ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດທັງເປັນປະທານຊີ້ນໍາໂຄງການຂັ້ນແຂວງກໍ່ໄດ້ມີຄໍາເຫັນໂອ້ລົມວ່າ: ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ເຊີ່ງສະເໜີໂດຍຫົວໜ້າໂຄງການ,ເຫັນໄດ້ວ່າ ເປັນໂຄງການທີ່ພັດທະນາຄົບຊຸດຂອງເສັ້ນທາງໃນຕົວເມືອງ ໄດ້ເຮັດໃຫ້ເມືອງພີນ ກາຍເປັນເມືອງທີ່ ມີແສງສະຫວ່າງສວຍງາມ ມີຄວາມສະດວກສະບາຍໃນການສັນຈອນພາຍໃນເທດສະບານເມືອງ, ໃນນາມການນໍາແຂວງຂໍສະແດງຄວາມຊົມເຊີຍຕໍ່ການນໍາ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ ໃນການພັດທະນາຕົວເມືອງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນໍ້າຂອງໃນແຂວງສະຫວັນນະເຂດ .ດັ່ງທີ່ທ່ານຊາບນຳກັນແລ້ວວ່າ ເມືອງພີນເປັນເມືອງທີ່ມີ ທີ່ຕັ້ງຍຸດທະສາດ ໃນການເຊື່ອມໂຍງພູມີພາກ ແລະ ແຂວງພາກໃຕ້ຂອງລາວ, ຍັງເປັນຈຸດຍຸດທະສາດໃນການພັດທະນາຂອງແຂວງສະຫວັນນະເຂດ, ພາຍຫຼັງສຳເລັດການກໍ່ສ້າງເສັ້ນທາງໃນເທດສະບານເມືອງພີນຄັ້ງນີ້ ມັນໄດ້ ເຮັດໃຫ້ເມືອງພີນກາຍເປັນຈຸດເຊື່ອມໂຍງອານຸພາກພື້ນຢ່າງແທ້ຈີງ


ໃນຕອນທ້າຍຂອງພິທີ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນະເຂດ, ທ່ານ ຄໍາທະວີ ໄທພະຈັນ ຫົວໜ້າກົມເຄຫາຜັງເມືອງກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກ ຍທຂ ແຂວງ, ທ່ານ ພົມມາ ວົງພະຈິດ ຫົວໜ້າໂຄງການພັດທະນາຕົວເມືອງຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ອະນຸພາກພື້ນແມ່ນ້ຳຂອງແຂວງສະຫວັນນະເຂດ,ຕາງໜ້າຜູ້ຮັບເໝົາກໍ່ສ້າງບໍລິສັດ ລັດວິສາຫະກິດກໍ່ສ້າງເລກ 8 ຮ່ວມກັບບໍລິສັດພູໂຂງ ກໍ່ສ້າງຈໍາກັດ ແລະ ບໍລິສັດໄຕເຈືອງເຊີນ ກໍ່ສ້າງຈຳກັດຜູ້ດຽວ ກໍ່ໄດ້ຮວ່ມກັນຕັດແຖບຜ້າ ແລະ ປ່ອຍໝາກປຸ້ມເປົ້າ ເປີດນໍາໃຊ້ເສັ້ນທາງເທດສະບານເມືອງພີນ ຢ່າງເປັນທາງການ, ໂດຍຊ່ອງໜ້າຈາກແຂກທີ່ເຂົ້າຮ່ວມ.

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ເມືອງຫລວງນໍ້າທາ ທໍາລາຍສ່ວນຝິ່ນເຂດບ້ານສວນຢາຈໍານວນຫລາຍ
Next Post: ພົບອີກແລ້ວ!!! ເຄື່ອງໃນໝູປົນເປື້ອນສານພິດ ເຈົ້າໜ້າທີ່ທໍາລາຍຖິ້ມເປັນຈໍານວນຫຼາຍ

Related Posts

ອຸປະຕິເຫດ! ລົດຈັກຕໍາລົດໃຫຍ່ອາການເບື້ອງຕົ້ນແມ່ນກະທົບຫົວ ຂ່າວສານບ້ານເມືອງ
ນໍ້າຫ້ວຍຫຼາເມືອງໄຊຍະບູລີນອງຖ້ວມຂົວຖືກຕັດຂາດ ຂ່າວສານບ້ານເມືອງ
ກອງບັນຊາການທະຫານແຂວງສະຫວັນະເຂດ ມອບເງິນນະໂຍບາຍຕໍ່ພະນັກງານທີ່ພັກຜ່ອນຮັບບຳນານ ຂ່າວສານບ້ານເມືອງ
ກົມລົດຕັງ-ຍານເກາະ ສຳເລັດບັ້ນອົບຮົມ-ຫັດແອບໄລຍະສັ້ນ ຂ່າວສານບ້ານເມືອງ
ຜູ່ເສຍຊີວິດອາດສູງກວ່າ 200 ຄົນ ເຫດດິນເຈື່ອນ ທັບແຮງງານເໝືອງຫຍົກທີ່ມຽນມາ ຂ່າວສານບ້ານເມືອງ
ເມືອງແກ້ວອຸດົມ ຈັດພິທີມອບ-ຮັບເງິນນະໂຍບາຍ ແກ່ພະນັກງານຜູ່ທີ່ໄດ້ເສຍສະຫຼະເລືອດເນື້ອເພືອປະເທດຊາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme