ປກສ ເມືອງຫລວງນໍ້າທາ ທໍາລາຍສ່ວນຝິ່ນເຂດບ້ານສວນຢາ

ເມື່ອບໍ່ດົນມານີ້, ກອງບັນຊາການ ປກສ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ສົມທົບກັບກອງບັນຊາການ ປກຊ ເມືອງ, ອົງການຈັດຕັ້ງບ້ານສວຍຢາ ແລະ ພາກສ່ວນທີ່ກ່ຽວຂ້ອງ ນຳໂດຍ ທ່ານ ພັຕ ອຸດົມພອນ ໄຊຍະຈັກ ຮອງພະແນກຕຳຫລວດ ປກສ ເມືອງ, ທ່ານ ພັຕ ອ່ອນ ເຈີ້ຍວິໄລຈິດ ຫົວໜ້າພະແນກເສນາທິການທະຫານເມືອງ ທຳລາຍສ່ວນຝິ່ນໃນເນື້ອທີ່ 1,2 ເຮັກຕາທີ່ປະຊາຊົນລັກລອບປູກຢູ່ເຂດບ້ານສວນຢາ, ດ້ວຍຮູບການເອົາໄມ້ຟາດ, ພ້າຖ່າງ ແລະ ລົກຕົ້ນນ້ອຍຖິ້ມ.

ພ້ອມກັນນີ້, ເຈົ້າໜ້າທີ່ຍັງໄດ້ລົງຕິດຕາມ ແລະ ຈະນຳເອົາເຈົ້າຂອງສ່ວນຝິ່ນ ມາສ້າງບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ດຳເນີນຕາມລະບຽບກົດໝາຍ.
ຂ່າວ: ສົມພອນ ຂຸນດາວົງ
